• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫວ້ ຕັ້ງເວທີນົບໄຫວ້ ຊ໊າຕັກດ້ວຍຄວາມເຄົາລົບຢ່າງຈິງໃຈ

ໃນເວລາ 4 ໂມງເຊົ້າ ຂອງວັນທີ 12 ເມສາ ປີ 2015 (ກົງກັບວັນທີ 24 ເດືອນສອງ ປີມະແມ ຕາມຈັນທະປະຕິທິນ), ພິທີເສັ້ນໄຫວ້ບູ ຊາ ຊ໊າຕັກ ໄດ້ຖືກຈັດຕັ້ງຂຶ້ນຢູ່ທີ່ເວທີຊ໊າຕັກ(ຂຶ້ນກັບເຂດຮວ່າງແທ່ງ, ບ້ານຖ້ວນຮວ່າ, ນະຄອນເຫວ້) ໂດຍສູນອະນຸລັກຮັກສາ ບູຮານສະຖານກຸງເກົ່າເຫວ້ ດ້ວຍບັນຍາກາດທີ່ເຄັ່ງຂຶມ ແລະ ເຕັມໄປດ້ວຍຈິດໃສໃຈສັດທາສູງ. ເຂົ້າຮ່ວມພິທີດັ່ງກ່າວ ໂດຍມີການນຳຂອງອຳນາດການປົກຄອງ ແຂວງ ເທື່ອທຽນເຫວ້, ນະຄອນ     ເຫວ້ ພ້ອມດ້ວຍຊາວນະຄອນເຫວ້ ເປັນຈໍານວນຫຼວງຫຼາຍ. ປີນີ້,  ທ່ານ ຫງວຽນຫງອກທ້ຽນ, ເລຂາຄະນະພັກແຂວງໆ ເທື່ອທຽນເຫວ້ເອງ ເປັນເຈົ້າພາບຈັດງານ.  ພາຍຫລັງຄະນະນໍາຂອງອຳນາດການປົກຄອງແຂວງ ແລະ ນະຄອນໄດ້ເສັດສິ້ນລາຍການພິທີໄຫວ້ບູຊາທີ່ເປັນລາຍການຕົ້ນຕໍແລ້ວ, ປະຊາຊົນ ແລະ ນັກທ່ອງທ່ຽວກໍໄດ້ຂຶ້ນເວທີຖະຫວາຍດອກໄມ້, ທູບທຽນ ແລະ ທຳພິທີບູຊາຕໍ່.

ພິທີໄຫວ້ບູຊາຊ໊າຕັກແມ່ນພິທີນົບໄຫ້ວບູຊາເຈົ້າແມ່ທໍລະນີ (Xa) ແລະ ເຈົ້າແມ່ໂພສົບ (Tac)  ຊຶ່ງແມ່ນໜຶ່ງໃນບັນດາງານບຸນທີ່ພົ້ນເດັ່ນຂອງພະລາຊະວັງ ໃນສະໄໝລາຊະວົງ ຫງວຽນ ແນໃສ່ພາ ວະນາ ໃຫ້ປະເທດຊາດມີສັນຕິພາບ, ປະຊາຊົນມີຄວາມສະຫງົບສຸກ, ດິນຟ້າອາກາດເອື້ອອຳນວຍຄວາມສະດວກ ແລະ ເກັບກ່ຽວຜົນລະປູກໄດ້ຮັບຜົນດີ. ປາງກ່ອນ, ພິທີເສັ້ນໄຫວ້ ຊ໊າຕັກຖືກຈັດຂຶ້ນປີໜຶ່ງ 2 ຄັ້ງໃນລະດູບານໃໝ່ ແລະ ລະດູໃບໄມ້ຫຼົ່ນ ແລະ ເຈົ້າຊີວິດເອງເປັນເຈົ້າສັດທາ, ແຕ່ມາຮອດປັດຈຸບັນ, ພິທີໄດ້ຈັດຂຶ້ນປີໜຶ່ງຕໍ່ຄັ້ງ ຈັດຂຶ້ນໃນລະດູບານໃໝ່. ພິທີດັ່ງກ່າວນີ້ຖືກຈັດຢູ່ໃນລະດັບມະຫາພິທີ ຊຶ່ງລອງລົງມາຈາກພິທີເສັ້ນໄຫ້ວ Giao (ພິທີເສັ້ນໄຫວ້ດິນຟ້າ) ຢູ່ເວທີ ນາມຢາວເທົ່ານັ້ນ.
ບົດ: ແທງຮ່ວາ - ພາບ: ຮວ່າງຮ່າ


Top