ຜູ້ວາງລະເບີດສະຫຼະຊີບໄດ້ຢືນຢູ່ປະຕູຂອງໂບດ ແລະ ທຳການລະເບີດ.
ເຫດວາງລະເບີດສະຫຼະຊີບເຮັດໃຫ້ຢ່າງໜ້ອຍສຸດມີ 30 ຄົນເສຍຊີວິດ (ພາບ: REUTERS/Waseem Khan)
ເຫດວາງລະເບີດສະຫຼະຊີບເກີດຂຶ້ນໃນວັນທີ 06 ກຸມພາ ຢູ່ໂບດອິດສະລາມນິກາຍ ຊີແອັດ (Shiite) ຢູ່ນະຄອນຫຼວງ Islamabad ຂອງ ອີຣານ, ເຮັດໃຫ້ຢ່າງໜ້ອຍສຸດມີ 30 ຄົນເສຍຊີວິດ ແລະ ກວ່າ 130 ຄົນຮັບບາດເຈັບ. ຜູ້ວາງລະເບີດສະຫຼະຊີບໄດ້ຢືນຢູ່ປະຕູຂອງໂບດ ແລະ ທຳການລະເບີດ.
ເຈົ້າໜ້າທີ່ຕຳຫຼວດຂັ້ນສູງຜູ້ໜຶ່ງໃຫ້ຮູ້ວ່າ ເຫດລະເບີດເກີດຂຶ້ນພາຍຫຼັງພິທີສວດພາວະນາວັນສຸກສິ້ນສຸດລົງ. ທ່ານ Shehbaz Sharif, ນາຍົກລັດຖະມົນຕີ ປາກິດສະຖານ ໄດ້ກ່າວປະນາມເຫດບຸກໂຈມຕີດັ່ງກ່າວ.
(ແຫຼ່ງຄັດຈາກ VOV)