• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຈາກມະຕິ ກ້າວໄປສູ່ການເຄື່ອນໄຫວຕົວຈິງ

ເສດ​ຖະ​ກິດ​ພາກ​ລັດ: ບ່ອນ​ອີງ​ຂອງ​ຊາດ​ໃນ​ສັງ​ກະ​ລາດ​ໃໝ່

ເນື້ອໃນຈຸດສຸມໜຶ່ງທີ່ສຳຄັນຂອງກອງປະຊຸມທົ່ວປະເທດ ຊາບຊືມ ແລະ ຜັນຂະຫຍາຍປະຕິບັດມະຕິເລກທີ 79 ຂອງກົມການເມືອງ ກ່ຽວກັບການພັດທະນາເສດຖະກິດພາກລັດ ຈັດຂຶ້ນໃນວັນທີ 25 ກຸມພາ ຢູ່ ຮ່າໂນ້ຍ ແມ່ນເຮັດແຈ້ງບົດບາດເສດຖະກິດພາກລັດ, ເສົາຄ້ຳໜຶ່ງທີ່ສຳຄັນຂອງພື້ນຖານເສດຖະກິດ. ໃນສະພາບການໂລກທີ່ມີການຜັນແປຢ່າງໄວວາ, ຫວຽດນາມ ພວມຍູ້ແຮງການເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງນັ້ນ, ເລື່ອງກຳນົດບົດບາດນີ້ຄືນໃໝ່ພັດກາຍເປັນຄວາມຈຳເປັນທີ່ສຸດ.
ທ່ານເລຂາທິການໃຫ່ຍ ໂຕເລິມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ເສດຖະກິດພາກລັດ ຕ້ອງໄດ້ຫັນເປັນລະອຽດ ກາຍເປັນບັນດາ “ບ່ອນອີງ” ໃຫຍ່: ກ່ຽວກັບຄວາມໝັ້ນຄົງ ແລະ ອະທິປະໄຕເສດຖະກິດ; ການດັດສົມ, ຄວາມເປັນປົກກະຕິ ແລະ ຄວາມສາມາດທົນທານ; ນຳພາໃຫ້ແກ່ເສດຖະກິດພາກເອກະຊົນ; ນຳພານະວັດຕະກຳ ແລະ ເຕັກໂນໂລຊີແກ່ນສານ ແລະ ແມ່ນບ່ອນອີງກ່ຽວກັບມາດຖານຄຸ້ມຄອງບໍລິຫານ ແລະ ຄວາມຊື່ກົງໃນການປະຕິບັດວຽກງານພາກລັດໃນເສດຖະກິດຢ່າງແທ້ຈິງ.

ທ່ານ ຫງວຽນແທັງງີ້, ຫົວໜ້າຄະນະນະໂຍບາຍ, ຍຸດທະສາດສູນກາງ (ພາບ: VOV)

ຢັ້ງຢືນຄືນໃໝ່ບົດບາດເປັນເສົາຄ້ຳສະຖຽນລະພາບ

   ທີ່ກອງປະຊຸມ, ການນຳສູນກາງໄດ້ຢືນຢັນອີກເທື່ອໜຶ່ງວ່າ ເສດຖະກິດພາກລັດແມ່ນກຳລັງທີ່ຍາມໃດກໍ່ຮັບປະກັນເປົ້າໝາຍພັດທະນາແບບຍືນຍົງ ແລະ ສ້າງສັງຄົມສະຖຽນລະພາບ. ເສດຖະກິດພາກລັດ ຕ້ອງສວມບົດບາດຫຼັກແຫຼ່ງໃນສັງກະລາດໃໝ່ ແຕ່ບົດບາດຫຼັກແຫຼ່ງດ້ວຍຄຸນນະພາບ, ປະສິດທິຜົນ ແລະ ຄວາມສາມາດນຳພາ, ຫາກບໍ່ແມ່ນຄວາມເກື້ອກູນ ຫຼືແຜ່ຂະຈ່າຍແຫຼ່ງກຳລັງ. ທ່ານ ຫງວຽນແທັງງີ້, ຫົວໜ້າຄະນະນະໂຍບາຍ, ຍຸດທະສາດສູນກາງ ຢືນຢັນວ່າ:

          ມະຕິເລກທີ 79 ໄດ້ວາງອອກທັດສະນະໃໝ່ ກ່ຽວກັບກົນໄກຈັດແບ່ງ, ຄຸ້ມຄອງ, ຂຸດຄົ້ນ ແລະ ນຳໃຊ້ບັນດາແຫຼ່ງກຳລັງຂອງເສດຖະກິດພາກລັດ, ໃນນັ້ນເໜັ້ນໜັກບັນດາຈຸດໃໝ່ທີ່ມີລັກສະນະບຸກທະລຸ: ກົນໄກຈັດແບ່ງບັນດາແຫຼ່ງກຳລັງເສດຖະກິດພາກລັດ ຕ້ອງເຄື່ອນໄຫວດ້ວຍກົນໄກການຕະຫຼາດ. ບັນດາແຫຼ່ງກຳລັງເສດຖະກິດພາກລັດຕ້ອງໄດ້ຮັບການສຳຫຼວດກວດກາ, ສະຖິຕິ, ຊຳລະຢ່າງຄົບຖ້ວນຕາມຫຼັກການຕະຫຼາດ.

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ (ພາບ:VOV )

 ເນື້ອໃນໜຶ່ງໄດ້ເນັ້ນໜັກທີ່ກອງປະຊຸມແມ່ນ ເສດຖະກິດພາກລັດບໍ່ຕົກຢູ່ໂດດດຽວ, ຫາກຕ້ອງຊຸກຍູ້ ແລະ ໜູນຊ່ວຍບັນດາພາກສ່ວນເສດຖະກິດອື່ນພ້ອມກັນພັດທະນາ. ຍ້ອນການສົມທົບຢ່າງມີປະສິດທິຜົນລະຫວ່າງບັນດາພາກສ່ວນເສດຖະກິດ ຈຶ່ງຈະສ້າງເປັນກຳລັງແຮງສັງລວມໃຫ້ແກ່ພື້ນຖານເສດຖະກິດແຫ່ງຊາດ. ທີ່ກອງປະຊຸມ, ທ່ານເລຂາທິການໃຫ່ຍ ໂຕເລິມ ຊີ້ແຈ້ງວ່າ:

             ເສດຖະກິດພາກລັດແຂງແຮງ ບໍ່ແມ່ນເພື່ອບັງບຽດ, ຫາກໄດ້ກາຍເປັນຖານຮອງຮັບ, ເປີດທາງ ແລະ ຕໍ່ກຳລັງ, ເພື່ອໃຫ້ວິສາຫະກິດເອກະຊົນເຂົ້າຮ່ວມເລິກກວ່າໃນລະບົບມູນຄ່າ ແລະ ພັດທະນາອຸດສາກະກຳສຳຮອງ, ຍົກອັດຕາຫັນເປັນພາຍໃນປະເທດ, ຈາກນັ້ນ ກໍ່ສ້າງບັນດາກຸ່ມຮ່ວມສຳພັນລະຫວ່າງຂະແໜງດ້ວຍບັນດາຜູ້ນຳໜ້າທີ່ມີກຳລັງແກ່ງແຍ້ງກັບພາກພື້ນ ແລະ ໂລກຢ່າງພຽງພໍ. ຖ້າຫາກວ່າເສດຖະກິດພາກລັດເຮັດບົດບາດນຳພາໄດ້ດີ, ເສດຖະກິດພາກເອກະຊົນຈະມີບ່ອນອີງໃຫຍ່ເພື່ອມີຄວາມຍືນຍົງ ແລະ ກຳລັງແຮງສັງລວມຂອງພື້ນຖານເສດຖະກິດຈະເພີ່ມຂຶ້ນຢ່າງເຫັນໄດ້ຊັດ.

          ກອງປະຊຸມກໍ່ໄດ້ວາງອອກຄຳຮຽກຮ້ອງສູງກ່ຽວກັບການຄຸ້ມຄອງບໍລິຫານລັດວິສາຫະກິດ. ເມື່ອໄດ້ກຳນົດບົດບາດຫຼັກແຫຼ່ງແລ້ວ, ເສດຖະກິດພາກລັດຍິ່ງຕ້ອງວາງອອກຄຳຮຽກຮ້ອງທີ່ສູງກວ່າກ່ຽວກັບລັກສະນະຈະແຈ້ງ, ມີລະບຽບວິໄນ ແລະ ຄວາມຮັບຜິດຊອບອະພິປາຍ.

ຜັນຂະຫຍາຍຢ່າງຂ້ຽວຂາດດ້ວຍການກະທຳອັນລະອຽດ

   ສັງກະລາດໃໝ່ເປີດອອກຫຼາຍໂອກາດ ແຕ່ກໍ່ເຕັມໄປດ້ວຍສິ່ງທ້າທາຍນາໆປະການ. ການຫັນປ່ຽນລະບົບສະໜອງທົ່ວໂລກ, ການແກ່ງແຍ້ງເຕັກໂນໂລຊີ, ຄຳຮຽກຮ້ອງພັດທະນາແບບຍືນຍົງ… ຮຽກຮ້ອງໃຫ້ ຫວຽດນາມ ຕ້ອງມີບັນດາ “ຜູ້ນຳໜ້າ” ທີ່ມີກຳລັງແຮງຢ່າງພຽງພໍເພື່ອຮັກສາຈັງຫວະ ແລະ ກຳນົດທິດ. ດັ່ງນັ້ນ, ເສດຖະກິດພາກລັດ, ເມື່ອໄດ້ຈັດຕັ້ງຢ່າງກະທັດລັດ, ເຄື່ອນໄຫວຢ່າງຈະແຈ້ງ ແລະ ມີການປ່ຽນແປ່ງໃໝ່ຢ່າງປະດິດຄິດສ້າງ ຈະບໍ່ພຽງແຕ່ແມ່ນເສົາຄ້ຳທີ່ເປັນປົກກະຕິເທົ່ານັ້ນ, ຫາກຍັງແມ່ນກຳລັງນຳໜ້າໃນການຫັນຄວາມຄາດຫວັງພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງປະກົດຜົນເປັນຈິງອີກດ້ວຍ. ທ່ານ ຫງວຽນຮວ່າບິນ ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ຊີ້ແຈ້ງວ່າ:

          ມີ 99 ໜ້າທີ່, ບັນດາໜ້າທີ່ນີ້ແມ່ນກ່ຽວກັບບັນດາເນື້ອໃນແກ່ນສານ. ນັ້ນແມ່ນ: ສ້າງແລວນິຕິກຳຄົບຊຸດໃຫ້ແກ່ການປະຕິບັດມະຕິ, ພັດທະນາບັນດາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ; ສ້າງບັນດາກົນໄກ, ນະໂຍບາຍບຸລິມະສິດ, ນະໂຍບາຍບຸລິມະສິດພິເສດສະເພາະ ເພື່ອຮັບປະກັນໃຫ້ບັນດາມະຕິໄດ້ຮັບການປະຕິບັດ. ພ້ອມກັນນັ້ນ, ກໍ່ກຳນົດແຈ້ງເນື້ອໃນ, ມີການຈັດແບ່ງ ແລະ ມີຂັ້ນຕອນຢ່າງຈະແຈ້ງໃຫ້ແກ່ບັນດາອົງການສຳນັກງານ, ທ້ອງຖິ່ນຕ່າງໆປະຕິບັດ.

          ດັ່ງນັ້ນ, ການຜັນຂະຫຍາຍມະຕິເລກທີ 79 ບໍ່ພຽງແຕ່ແມ່ນໜ້າທີ່ການເມືອງໃນສະເພາະໜ້າເທົ່ານັ້ນ, ຫາກຍັງແມ່ນບາດກ້າວຫັນຄວາມຮັບຮູ້ ແລະ ການກະທຳໃຫ້ປະກົດຜົນເປັນຈິງອີກດ້ວຍ, ກຳນົດເສດຖະກິດພາກລັດ ແມ່ນບົດບາດ “ພາທາງ” ໃນວິວັດການກ້າວເຂົ້າສູ່ສັງກະລາດພັດທະນາໃໝ່ຂອງຊາດ./.

(ແຫຼ່ງຄັດຈາກ VOV)

ເຕິນກາງ ໄຊງ່ອນ - ກຳລັງຊຸກຍູ້ ການພັດທະນາທ່າກຳປັ່ນ ແລະ logistics ຫວຽດນາມ

ເຕິນກາງ ໄຊງ່ອນ - ກຳລັງຊຸກຍູ້ ການພັດທະນາທ່າກຳປັ່ນ ແລະ logistics ຫວຽດນາມ

ໃນສະພາບຕ່ອງໂສ້ການສະໜອງທົ່ວໂລກ ມີການຜັນແປ ຢ່າງບໍ່ຢຸດຢັ້ງ, ບໍລິສັດໃຫຍ່ ເຕິນກາງ ໄຊງ່ອນ (Saigon Newport) ຍັງຄົງຮັກສາ ບົດບາດເປັນຜູ້ນຳໜ້າ ໃນຂົງເຂດ ທ່າກຳປັ່ນ ແລະ logistics ຢູ່ ຫວຽດນາມ. ດ້ວຍຍຸດທະສາດ ການລົງທຶນ ດ້ານເຕັກໂນໂລຊີ, ການສ້າງ ລະບົບນິເວດ logistics ແບບຄົບວົງຈອນ ແລະ ຊຸກຍູ້ ການຫັນເປັນ ດີຈີຕອນ, ວິສາຫະກິດດັ່ງກ່າວ ພວມປະກອບສ່ວນ ອັນສຳຄັນ ໃນການ ນຳເອົາ ສິນຄ້າ ຫວຽດນາມ ເຊື່ອມຕໍ່ ກັບຕະຫຼາດສາກົນ ຢ່າງມີປະສິດທິຜົນ ກວ່າເກົ່າ.

Top