ວັນທີ 9 ມັງກອນ, ລັດຖະບານ ເວເນຊູເອລາ ກຳນົດວ່າໄດ້ເລີ່ມບັນດາການເຈລະຈາກັບ ອາເມລິກາ ເພື່ອແນໃສ່ກ້າວໄປເຖິງການຟື້ນຟູການພົວພັນທາງການທູດທີ່ຖືກຕັດແຍກນັບແຕ່ປີ 2019.
ທ່ານ Yvan Gil, ລັດຖະມົນຕີການຕ່າງປະເທດ ເວເນຊູເອລາ,(ພາບ: Venezuela's Foreign Ministry/Handout via REUTERS)
ຕາມທ່ານ Yvan Gil, ລັດຖະມົນຕີການຕ່າງປະເທດ ເວເນຊູເອລາ, ລັດຖະບານຂອງທ່ານປະທານາທິບໍດີຊົ່ວຄາວ ນາງ Delcy Rodríguez ໄດ້ຕົກລົງເລີ່ມວິວັດການທາງການທູດສຳຫຼວດກັບ ວໍຊິງຕັນ, ມຸ່ງໄປເຖິງການສ້າງຄະນະຜູ້ແທນທາງການທູດຢູ່ແຕ່ລະປະເທດຄືນໃໝ່. ໃນວັນດຽວກັນ, ເຈົ້າໜ້າທີ່ ອາເມລິກາ ທ່ານໜຶ່ງໃຫ້ຮູ້ວ່າ: ບັນດານັກການທູດຂັ້ນສູງຂອງ ອາເມລິກາ, ໃນນັ້ນ ມີທ່ານ John McNamara, ນັກການທູດອັນດັບໜຶ່ງຂອງ ອາເມລິກາ ຢູ່ ໂກລົມບີ ໄດ້ມາຮອດນະຄອນຫຼວງ ກາຣາກາສ ຂອງ ເວເນຊູເອລາ ເພື່ອຕີລາຄາໃນເບື້ອງຕົ້ນ ຄວາມສາມາດຟື້ນຟູການເຄື່ອນໄຫວຂອງສະຖານທູດ ອາເມລິກາ ຕາມແຕ່ລະໄລຍະ. ຝ່າຍ ເວເນຊູເອລາ ກໍ່ໄດ້ປະກາດຈະສົ່ງຄະນະຜູ້ແທນໄປຍັງ ວໍຊິງຕັນ ເພື່ອຕອບຄືນການກະທຳນີ້.
ຄຳປະກາດຂອງ ກາຣາກາສ ໄດ້ຍົກອອກມາພຽງ 2, 3 ວັນ, ພາຍຫຼັງເວລາທີ່ ອາເມລິກາ ດຳເນີນບັ້ນຮົບການທະຫານເມື່ອວັນທີ 3 ມັງກອນ ຊື່ງພາໄປເຖິງການຈັບຕົວປະທານາທິບໍດີ Nicolas Maduro.
(ແຫຼ່ງຄັດຈາກ VOV)