ເລື່ອງຊຸກຍູ້ການຄົ້ນຄວ້າ, ຮຽນຮູ້ ແລະ ເປັນເຈົ້າຂອງບັນດາເຕັກໂນໂລຢີພະລັງງານທີ່ກ້າວໜ້າເທື່ອລະກ້າວ, ລວມທັງພະລັງງານິວເຄຼຍປອດໄພ ແລະ ທັນສະໄໝ ໄດ້ຮັບຖືວ່າແມ່ນໜຶ່ງໃນບັນດາປັດໄຈສຳຄັນ ແນໃສ່ຮັບປະກັນຄວາມໝັ້ນຄົງດ້ານພະລັງງານ ແລະ ຍົກສູງກຳລັງຄວາມສາມາດແກ້ງແຍ້ງແຫ່ງຊາດ.
ບັນດາຜູ້ແທນເຂົ້າຮ່ວມເວທີປາໄສ (ພາບ: VGP)
ນີ້ແມ່ນຂໍ້ມູນຂ່າວສານທີ່ບັນດານັກຊ່ຽວຊານໄດ້ເນັ້ນໜັກໃນເວທີປາໄສນະວັດຕະກຳ ຫວຽດນາມ - ອາເມລິກາ ພາຍໃຕ້ຫົວຂໍ້ “ພັດທະນາພະລັງງານທີ່ກ້າວໜ້າຮັບໃຊ້ບັນດາຂະແໜງເຕັກໂນໂລຢີຍຸດທະສາດ” ໂດຍສູນນະວັດຕະກຳແຫ່ງຊາດ (NIC), ກະຊວງການເງິນສົມທົບກັບ EXCEL Services Corporation (ອາເມລິກາ) ຈັດຂຶ້ນ ໃນວັນທີ 08 ພຶດສະພາ ຢູ່ຮ່າໂນ້ຍ.
ໃນເຫດການດັ່ງກ່າວ, ທ່ານ ຫວໍຊວັນຮວ່າຍ, ຮອງຜູ້ອຳນວຍການສູນນະວັດຕະກຳແຫ່ງຊາດ ຖືວ່າ:
“ໃນສະພາບການ ຫວຽດນາມ ພວມໃຫ້ບຸລິມະສິດເຖິງການພັດທະນາບັນດາຂະແໜງເຕັກໂນໂລຢີສູງ, ນະວັດຕະກຳ ແລະ ຫັນເປັນດີຈີຕອນ, ພະລັງງານ, ພິເສດແມ່ນພະລັງງານທີ່ກ້າວໜ້າ, ນັບມື້ນັບສວມບົດບາດແກ່ນສານ, ດ້ວຍເປົ້າໝາຍ ແຕ່ປີ 2026 ບັນລຸການເຕີບໂຕ 2 ຕົວເລກ, ພະລັງງານຕ້ອງໄປກ່ອນບາດກ້າວໜຶ່ງ. ດັ່ງນັ້ນ, ຫວຽດນາມ ໄດ້ ແລະ ພວມປະກາດໃຊ້ຫຼາຍກົນໄກ, ນະໂຍບາຍ ແນໃສ່ຊຸກຍູ້ບັນດາຂະແໜງເຕັກໂນໂລຢີທີ່ມີຄຸນນະພາບສູງ. ໃນນັ້ນ, ການພັດທະນາພະລັງງານພ້ອມກັບການເປີດກວ້າງການຮ່ວມມືສາກົນ ໄດ້ຮັບຖືວ່າ ແມ່ນໜຶ່ງໃນບັນດາບຸລິມະສິດສຳຄັນ, ສ້າງພື້ນຖານໃຫ້ແກ່ການເຕີບໂຕແບບຍືນຍົງໃນໄລຍະຈະມາເຖິງ.”
(ແຫຼ່ງຄັດຈາກ VOV)