ກ່າວຄຳເຫັນທີ່ການພົບປະ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເນັ້ນໜັກວ່າ ສະພາແຫ່ງຊາດຊຸດທີ XVI ແບກຫາບບົດບາດໜ້າທີ່ໃນການຫັນມະຕິກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກເປັນລະບອບລະບຽບການ, ປະຕິບັດບັນດາເປົ້າໝາຍຈົນຮອດປີ 2030 ແລະ ສ້າງພື້ນຖານໃຫ້ວິໄສທັດ ປີ 2045.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ບັນດາສະມາຊິກສະພາແຫ່ງຊາດເພດຍິງ (ພາບ: VNA)
ຕອນບ່າຍວັນທີ 29 ຕຸລາ, ຢູ່ຮ່າໂນ້ຍ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ພົບປະກັບບັນດາສະມາຊິກສະພາແຫ່ງຊາດ ຫວຽດນາມ ເພດຍິງ ຊຸດທີ XVI
ເມື່ອລາຍງານຕໍ່ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ທີ່ການພົບປະ, ທ່ານນາງ ຫງວຽນທິແທັງ ຮອງປະທານສະພາແຫ່ງຊາດ, ປະທານກຸ່ມສະມາຊິກສະພາແຫ່ງຊາດເພດຍິງ ຊຸດທີ XVI ໃຫ້ຮູ້ວ່າ ສະພາແຫ່ງຊາດຊຸດທີ XVI ມີສະມາຊິກຍິງ 150 ທ່ານ, ກວມເອົາ 30% ຍອດຈຳນວນສະມາຊິກ. ກຸ່ມສະມາຊິກສະພາແຫ່ງຊາດ ຫວຽດນາມ ເພດຍິງ ໄດ້ສ້າງນັບແຕ່ປີ 2008, ໄດ້ກາຍເປັນເວທີປາໃສທີ່ຕິດພັນ, ແລກປ່ຽນບົດຮຽນປະສົບການ ແລະ ໜູນຊ່ວຍເຊິ່ງກັນແລະກັນໃນການເຄື່ອນໄຫວຢູ່ສະພາແຫ່ງຊາດ.
ກ່າວຄຳເຫັນທີ່ການພົບປະ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເນັ້ນໜັກວ່າ ສະພາແຫ່ງຊາດຊຸດທີ XVI ແບກຫາບບົດບາດໜ້າທີ່ໃນການຫັນມະຕິກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກເປັນລະບອບລະບຽບການ, ປະຕິບັດບັນດາເປົ້າໝາຍຈົນຮອດປີ 2030 ແລະ ສ້າງພື້ນຖານໃຫ້ວິໄສທັດ ປີ 2045.
ຕາມທ່ານເລຂາທິການໃຫຍ່, ປະທານປະເທດ ແລ້ວ, ການເປັນຕົວແທນຂອງປະຊາຊົນທົ່ວປະເທດ, ພ້ອມກັນມີຄວາມຮັບຜິດຊອບຕໍ່ທຸກບັນຫາທີ່ຂຶ້ນກັບສິດອຳນາດຂອງສະພາແຫ່ງຊາດ, ດ້ວຍພູມປັນຍາ, ຄຸນນະທາດ ບັນດາສະມາຊິກສະພາແຫ່ງຊາດເພດຍິງ ຕ້ອງໄດ້ສະແດງໃຫ້ເຫັນໃນຄຸນນະພາບບັນດານະໂຍບາຍຊີ້ຂາດໃຫ້ນັບມື້ນັບຈະແຈ້ງຂຶ້ນ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະເໜີວ່າ:
ບັນດາຜູ້ແທນຕ້ອງຮັກສາການຕິດຕໍ່ກັບຂັ້ນຮາກຖານເປັນປະຈຳ, ສະຫງວນເວລາພົບປະກັບຜູ້ທີ່ບໍ່ຄ່ອຍມີເງື່ອນໄຂທີ່ຈະໄດ້ເຂົ້າຮ່ວມບັນດາເວທີປາໄສທາງການ. ຈາກສະພາບກຂອງຄອບຄົວໜຶ່ງ, ຜູ້ອອກແຮງງານຄົນໜຶ່ງ, ຕ້ອງຊອກຮູ້ວ່າ ນັ້ນແມ່ນຄວາມທຸກຍາກສະເພາະໃຜມັນ ຫຼື ແມ່ນບັນຫາມາຈາກຂໍ້ບົກຜ່ອງຂອງນະໂຍບາຍທີ່ພວມສົ່ງຜົນກະທົບຕໍ່ຫຼາຍຄົນ. ການຕິດຕາມກວດກາຕ້ອງປະກອບສ່ວນຮັບປະກັນສິດຂອງປະຊາຊົນ, ຍົກສູງປະສິດທິພາບໃນການປະຕິບັດ ແລະ ການຄວບຄຸມສິດອຳນາດ.
(ແຫຼ່ງຄັດຈາກ VOV)