ຕອນບ່າຍວັນທີ 20 ເມສາ, ຢູ່ຮ່າໂນ້ຍ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະເທດປະເທດ ຫວຽດນາມ ໄດ້ເຂົ້າຮ່ວມ ແລະ ເປັນປະທານການພົບປະຄະນະສະມາຊິກສະພາແຫ່ງຊາດຊຸດທີ XVI ທີ່ເປັນຊາວເຜົ່າສ່ວນໜ້ອຍ.
ການນຳພັກລັດຖ່າຍຮູບພ້ອມກັບບັນດາສະມາຊິກສະພາແຫ່ງຊາດ ທີ່ເປັນຊົນເຜົ່າສ່ວນໜ້ອຍ
ເມື່ອກ່າວຄຳເຫັນທີ່ການພົບປະ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະເໜີໃຫ້ສືບຕໍ່ປ່ຽນແປງໃໝ່ຈິນຕະນາການກ່ຽວກັບວຽກງານຊົນເຜົ່າ ແລະ ນະໂຍບາຍຊົນເຜົ່າໂດຍພື້ນຖານ, ຈຸດສຸມບໍ່ພຽງແຕ່ແມ່ນການໜູນຊ່ວຍເທົ່ານັ້ນ, ຫາກຍັງຕ້ອງຫັນໄປສູ່ການສ້າງເງື່ອນໄຂເພື່ອພັດທະນາ, ມອບໂອກາດເພື່ອໃຫ້ປະຊາຊົນບືນຕົວຂຶ້ນຢ່າງແຮງ. ເປົ້າໝາຍບໍ່ພຽງແຕ່ຢຸດຢູ່ການຫຼຸດຜ່ອນຄວາມທຸກຍາກເທົ່ານັ້ນ, ຫາກຍັງຕ້ອງຍົກສູງລາຍຮັບ, ປົວແປງຊີວິດການເປັນຢູ່ແບບຍືນຍົງ, ຮັດແຄບໄລຍະຫ່າງພັດທະນາ ແລະ ຮັບປະກັນຄວາມສະເໝີພາບຢ່າງແທດຈິງ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ເນັ້ນໜັກວ່າ:
“ຕ້ອງຍົກສູງຄຸນນະທາດ, ລັກສະນະເປັນມືອາຊີບ ແລະ ຄວາມຮັບຜິດຊັບໃນການເຄື່ອນໄຫວ. ສສຊ ຕ້ອງກ້າເວົ້າ, ກ້າສະເໜີ, ກ້າຮັບຜິດຊອບ ແລະ ແກ້ໄຂບັນດາບັນຫາທີ່ໄດ້ຮັບການສະເໜີໃຫ້ເຖິງກົກເຖິງປາຍ. ປະສິດທິຜົນການເຄື່ອນໄຫວບໍ່ພຽງແຕ່ສະແດງຢູ່ສະພາແຫ່ງຊາດເທົ່ານັ້ນ, ຫາກຍັງຕ້ອງວັດແທກດ້ວຍບັນດາການຫັນປ່ຽນລະອຽດໃນຊີວິດຂອງປະຊາຊົນ. ຂ້າພະເຈົ້າກໍສະເໜີໃຫ້ສະພາຊົນເຜົ່າຕ້ອງສືບຕໍ່ເສີມຂະຫຍາຍບົດບາດເສນາທິການຍຸດທະສາດ, ບໍ່ພຽງແຕ່ຢຸດຢູ່ການກວດກາຢັ້ງຢືນເທົ່ານັ້ນ, ຫາກຍັງຕ້ອງເປັນເຈົ້າການຄົ້ນຄວ້າ, ສະເໜີ, ນຳພານະໂຍບາຍ; ເພີ່ມທະວີການສຳຫຼວດຕົວຈິງ, ຄົ້ນພົບຢ່າງທັນການ ແລະ ສະເໜີແກ້ໄຂບັນດາຈຸດອຸດຕັນຂອງລະບອບລະບຽບການ, ໂດຍສະເພາະແມ່ນຢູ່ໃນຂອດຈັດຕັ້ງ, ເພື່ອໃຫ້ສະພາຊົນເຜົ່າກາຍເປັນຫົວຂໍ້ລະຫວ່າງຕົວຈິງກັບພໍ່ແມ່ພີ່ນ້ອງຊົນເຜົ່າສ່ວນໜ້ອຍກັບວິວັດທະນາການສ້າງນະໂຍບາຍຂອງສະພາແຫ່ງຊາດ.”
(ແຫຼ່ງຄັດຈາກ VOV)