ຂ່າວສານ

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ຈິນ​ຕະ​ນາ​ການ​ໂດຍ​ພື້ນ​ຖານ​ກ່ຽວ​ກັບ​ວຽກ​ງານ​ຊົນ​ເຜົ່າ ແລະ ນະ​ໂຍ​ບາຍ​ຊົນ​ເຜົ່າ

ຕອນ​ບ່າຍ​ວັນ​ທີ 20 ເມ​ສາ, ຢູ່​ຮ່າ​ໂນ້ຍ, ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູນ​ິດ ຫວຽດ​ນາມ, ປະ​ເທດ​ປະ​ເທດ ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມ ແລະ ເປັນ​ປະ​ທານ​ການ​ພົບ​ປະ​ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI ທີ່​ເປັນ​ຊາວ​ເຜົ່າ​ສ່ວນ​ໜ້ອຍ.
​ການ​ນຳ​ພັກ​ລັດ​ຖ່າຍ​ຮູບ​ພ້ອມ​ກັບ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ທີ່​ເປັນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ

ເມື່ອ​ກ່າວ​ຄຳ​ເຫັນ​ທີ່​ການ​ພົ​ບ​ປະ, ທ່ານເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ສະ​ເໜີ​ໃຫ້​ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ຈິນ​ຕະ​ນາ​ການ​ກ່ຽວ​ກັບ​ວຽກ​ງານ​ຊົນ​ເຜົ່າ ແລະ ນະ​ໂຍ​ບາຍ​ຊົນ​ເຜົ່າ​ໂດຍ​ພື້ນ​ຖານ, ຈຸດ​ສຸມ​ບໍ່​ພຽງ​ແຕ່​ແມ່ນ​ການ​ໜູນ​ຊ່ວຍ​ເທົ່າ​ນັ້ນ, ຫາກ​ຍັງ​ຕ້ອງ​ຫັນ​ໄປ​ສູ່​ການ​ສ້າງ​ເງື​່ອນ​ໄຂ​ເພື່ອ​ພັດ​ທະ​ນາ, ມອບ​ໂອ​ກາດ​ເພື່ອ​ໃຫ້​ປະ​ຊາ​ຊົນ​ບືນ​ຕົວ​ຂຶ້ນ​ຢ່າງ​ແຮງ. ເປົ້າ​ໝາຍ​ບໍ່​ພຽງ​ແຕ່​ຢຸດ​ຢູ່​ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ເທົ່າ​ນັ້ນ, ຫາກ​ຍັງ​ຕ້ອງ​ຍົກ​ສູງ​ລາຍ​ຮັບ, ປົວ​ແປງ​ຊີ​ວິດ​ການ​ເປັນ​ຢູ່​ແບບ​ຍືນ​ຍົງ​, ຮັດ​ແຄບ​ໄລ​ຍະ​ຫ່າງ​ພັດ​ທະ​ນາ ແລະ ຮັບ​ປະ​ກັນ​ຄວາມ​ສະເໝີ​ພາບ​ຢ່າງ​ແທດ​ຈິງ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ເນັ້ນ​ໜັກ​ວ່າ:

“ຕ້ອງ​ຍົກ​ສູງ​ຄຸນ​ນະ​ທາດ, ລັກ​ສະ​ນະ​ເປັນ​ມື​ອາ​ຊີບ ແລະ ຄວາມ​ຮັບ​ຜິດ​ຊັບ​ໃນ​ການ​ເຄື່ອນ​ໄຫວ. ສ​ສ​ຊ ຕ້ອງກ້າ​ເວົ້າ, ກ້າ​ສະ​ເໜີ, ກ້າ​ຮັບ​ຜິດ​ຊ​ອບ ແລະ ແກ້​ໄຂ​ບັນ​ດາ​ບັນ​ຫາ​ທີ່​ໄດ້​ຮັບ​ການ​ສະ​ເໜີ​ໃຫ້​ເຖິງ​ກົກ​ເຖິງ​ປາຍ. ປະ​ສິດ​ທິ​ຜົນ​ການ​ເຄື່ອນ​ໄຫວ​ບໍ່​ພຽງ​ແຕ່​ສະ​ແດງ​ຢູ່​ສະ​ພາ​ແຫ່ງ​ຊາດ​ເທົ່າ​ນັ້ນ, ຫາກ​ຍັງ​ຕ້ອງວັດ​ແທກ​ດ້ວຍ​ບັນ​ດາ​ການ​ຫັນ​ປ່ຽນ​ລະ​ອຽດ​ໃນ​ຊີ​ວິດ​ຂອງ​ປະ​ຊາ​ຊົນ. ຂ້າ​ພະ​ເຈົ້າ​ກໍ​ສ​ະ​ເໜີ​ໃຫ້​ສະ​ພາ​ຊົນ​ເຜົ່າ​ຕ້ອງ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ເສ​ນາ​ທິ​ການ​ຍຸດ​ທະ​ສາດ, ບໍ່​ພຽງ​ແຕ່​ຢຸ​ດ​ຢູ່​ການກວດ​ກາ​ຢັ້ງ​ຢືນ​ເທົ່າ​ນັ້ນ, ຫາກ​ຍັງ​ຕ້ອງ​ເປັນ​ເຈົ້າ​ການ​ຄົ້ນ​ຄວ້າ, ສະ​ເໜີ, ນຳ​ພາ​ນະ​ໂຍ​ບາຍ; ເພີ່ມ​ທະ​ວີ​ການ​ສຳຫຼວດ​ຕົວ​ຈິງ, ຄົ້ນພົບ​​ຢ່າງ​ທັນ​ການ ແລະ ສະ​ເໜີ​ແກ້​ໄຂ​ບັນ​ດາ​ຈຸດ​ອຸດ​ຕັນ​ຂອງ​ລະ​ບອບ​ລະ​ບຽບ​ການ, ໂດຍ​ສະ​ເພາະ​ແມ່ນ​ຢູ່​ໃນ​ຂອດ​ຈັດ​ຕັ້ງ, ເພື່ອ​ໃຫ້​ສະ​ພາ​ຊົນ​ເຜົ່າ​ກາຍ​ເປັນ​ຫົວ​ຂໍ້​ລະ​ຫວ່າງ​ຕົວ​ຈິງ​ກັບ​ພໍ່​ແມ່​ພີ່​ນ້ອງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ກັບ​ວິ​ວັດ​ທະ​ນ​າ​ການ​ສ້າງ​ນະ​ໂຍ​ບາຍ​ຂອງ​ສະ​ພາ​ແຫ່ງ​ຊາດ.”


top