ຕອນເຊົ້າວັນທີ 09 ພຶດສະພາ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ເດີນທາງມາຮອດ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມທາງລັດຖະກິດຢູ່ ອິນເດຍ, ສີລັງກາ ຢ່າງຈົບງາມ. ໝາກຜົນສຳຄັນໃນການຢ້ຽມຢາມຄັ້ງນີ້ແມ່ນ ຫວຽດນາມ ຍົກລະດັບການພົວພັນກັບ ອິນເດຍ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານແບບເພີ່ມທະວີ ແລະ ຍົກລະດັບການພົວພັນກັບ ສີລັງກາ ຂຶ້ນເປັນຄູ່ຮ່ວມມືຮອບດ້ານ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສິ້ນສຸດການປະຕິບັດງານຢູ່ ອິນເດຍ ແລະ ສີລັງກາ (ພາບ: TTXVN)
ກ່ອນໜ້ານັ້ນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ພົບປະກັບທ່ານນາງ ນາຍົກລັດຖະມົນຕີ ສີລັງກາ Harini Amarasuriya. ພົບປະກັບພະນັກງານບັນດາອົງການຕາງໜ້າ ແລະ ປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ສີລັງກາ.
ຕອນຄ່ຳວັນທີ 08 ພຶດສະພາ ຕາມເວລາທ້ອງຖິ່ນ, ຢູ່ນະຄອນຫຼວງ Colombo, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຕ້ອນຮັບທ່ານ Mohan Pandithage, ປະທານ, ຜູ້ອຳນວຍການຝ່າຍບໍລິຫານກຸ່ມບໍລິສັດ Hayleys PLC.
ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ສົ່ງເສີມກຸ່ມບໍລິສັດ Hayleys ສືບຕໍ່ຄົ້ນຄວ້າການລົງທຶນເຂົ້າບັນດາຂົງເຂດ ເຊິ່ງກຸ່ມບໍລິສັດມີທ່າແຮງ ແລະ ແທດເໝາະກັບຄວາມຕ້ອງການພັດທະນາຂອງ ຫວຽດນາມ, ເຊັ່ນ: ການເຊື່ອມຕໍ່ທາງການບິນ, ການບໍລິການ ແລະ logistics; ພັດທະນາລະບົບມູນຄ່າໃນບັນດາຂະແໜງ.
ໂດຍຕິດຕາມທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໃນການປະຕິບັດງານ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ເລຮວ່າຍຈູງ ຢັ້ງຢືນວ່າ:
“ສອງປະເທດໄດ້ພ້ອມກັບພວກເຮົາວາງອອກບັນດາກຳນົດທິດໃໝ່ທີ່ສຳຄັນທີ່ສຸດສຳລັບການຮ່ວມມືໃນໄລຍະໃໝ່ ຕາມທິດເໝາະສົມກັບກັບຄວາມຕ້ອງການຂອງສອງປະເທດ, ລະອຽດແມ່ນ ສຳລັບ ອິນເດຍ, ພວກເຮົາໄດ້ຖືວິທະຍາສາດເຕັກໂນໂລຢີແມ່ນເສົາຄ້ຳໃນການຮ່ວມມືໃໝ່, ສຳລັບການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ ມີບັນດາມາດຕະການລະອຽດເພື່ອຊຸກຍູ້ການເຂົ້າຮ່ວມຂອງວິສາຫະກິດບັນດາປະເທດກໍຄືການປະສານສົມທົບຂອງບັນດາຄະນະ, ກະຊວງ, ຂະແໜງການ, ທ້ອງຖິ່ນຂອງສອງປະເທດ. ສຳລັບ ສີລັງກາ, ສອງປະເທດເຫັນດີເພີ່ມທະວີການຮ່ວມມືດ້ານການຄ້າ ແຕ່ໃນຊຸມປີຈະມາເຖິງ ຕົວເລກນີ້ຈະເພີ່ມຂຶ້ນທົບ 5 ເທົ່າລະດັບປັດຈຸບັນ ແລະ ບັນດາວິສາຫະກິດ ຫວຽດນາມ ກໍຈະເຂົ້າເຖິງຕະຫຼາດຂອງ ສີລັງກາ ຫຼາຍກວ່າອີກ.”
ໃນສອງວັນຜ່ານມາ, ສື່ມວນຊົນສີລັງກາ ໄດ້ໃຫ້ຂ່າວ, ບົດເປັນຈຳນວນຫຼາຍກ່ຽວກັບໝາກຜົນການຢ້ຽມຢາມທາງລັດຖະກິດຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ; ໂດຍໄດ້ເນັ້ນໜັກວ່າ ການຢ້ຽມຢາມແມ່ນຂີດໝາຍປະຫວັດສາດໃນສາຍພົວພັນສອງປະເທດ, “ເປີດໜ້າປະຫວັດສາດໃໝ່” ໃຫ້ແກ່ບັນດາການຮ່ວມມືສອງຝ່າຍ. ຫຼາຍອົງການສື່ມວນຊົນໃຫຍ່ຂອງ ສີລັງກາ ສືບຕໍ່ອັບເດັດບັນດາການເຄື່ອນໄຫວຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢູ່ Colombo. ມີຫຼາຍບົດຂຽນໄດ້ນຳໃຊ້ກຸ່ມຄຳທີ່ວ່າ “ບາດລ້ຽວປະຫວັດສາດ” ຫຼື “ໜ້າປະຫວັດສາດໃໝ່ໃນສາຍພົວພັນສອງຝ່າຍ” ເພື່ອພັນລະນາກ່ຽວກັບຄວາມໝາຍຂອງການຢ້ຽມຢາມຄັ້ງນີ້.