ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີແຂວງ ຖືວິທະຍາສາດເຕັກໂນໂລຢີ, ການປ່ຽນແປງໃໝ່ຢ່າງແຮງລະບອບລະບຽບການ, ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ແລະ ຄວາມສາມາດບົ່ມຊ້ອນທ່າແຮງຂອງຊາວເງະອານ ເປັນກຳລັງໜູນບຸກທະລຸຢ່າງແຮງໃນໄລຍະຈະມາເຖິງ.
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ການເຮັດວຽກ
ເນື່ອງໃນໂອກາດສະເຫຼີມສະຫຼອງ 135 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ (19/5/1890 - 19/5/2025), ຕອນເຊົ້າວັນທີ 15 ພຶດສະພາ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກກັບຄະນະປະຈຳຄະນະພັກແຂວງ ເງະອານ ກ່ຽວກັບໝາກຜົນຂອງການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ 19 ຂອງຄະນະພັກແຂວງ …
ທີ່ການລາຍງານຕໍ່ທ່ານເລຂາທິການໃຫຍ່ ໂຕເລິມ, ທ່ານເລຂາຄະນະພັກແຂວງ ແຂວງເງະອານ ຫງວຽນດຶກຈຸງ ໃຫ້ຮູ້ວ່າ ຄາດວ່າທາງທ້ອງຖິ່ນຈະປະຕິບັດສຳເລັດ 19/21 ຄາດໝາຍຫຼັກແຫຼ່ງຕາມມະຕິຂອງກອງປະຊຸມໃຫຍ່ຄັ້ງທີ19 ຂອງຄະນະພັກແຂວງ, ເພີ່ມຄວາມໄວໃນການເຕີບໂຕຍອດຜະລິດຕະພັນພາຍໃນປະເທດໃນທົ່ວແຂວງ ໄລ່ສະເລ່ຍໃນໄລຍະ 2021 – 2024 ບັນລຸ 7,84%.
ສະຫຼຸບການເຮັດວຽກ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເຊີດຊູບັນດາໝາກຜົນທີ່ຮອບດ້ານພໍສົມຄວນໂດຍແຂວງ ເງະອານບັນລຸໄດ້. ທ່ານເລຂາທິການໃຫຍ່ ສະເໜີແຂວງ ຖືວິທະຍາສາດເຕັກໂນໂລຢີ, ການປ່ຽນແປງໃໝ່ຢ່າງແຮງລະບອບລະບຽບການ, ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ແລະ ຄວາມສາມາດບົ່ມຊ້ອນທ່າແຮງຂອງຊາວເງະອານ ເປັນກຳລັງໜູນບຸກທະລຸຢ່າງແຮງໃນໄລຍະຈະມາເຖິງ. ທ່ານໃຫ້ຮູ້ວ່າ:
ໃນສະພາບການໂລກມີການຜັນແປໂດຍໄວ, ເລິກເຊິ່ງພາຍໃຕ້ຜົນກະທົບຂອງປັນຍາປະດິດ, ເສດຖະກິດດີຈີຕອນ, ຫັນປ່ຽນພະລັງງານ, ຫັນປ່ຽນດ້ານພູມສາດການເມືອງທົ່ວໂລກ, ແຂວງເງະອານຕ້ອງເລືອກທິດກ້າວເດີນແບບຍືນຍົງ ແລະ ລວງເລິກ. ສິ່ງສຳຄັນທີ່ສຸດແມ່ນ ຕ້ອງຮັບປະກັນສະພາບແວດລ້ອມທີ່ເປັນປົກກະຕິ, ມີຄວາມໝັ້ນຄົງ, ປອດໄພ, ມີຄວາມສະດວກເພື່ອພັດທະນາ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ, ໃນນັ້ນພັກສວມບົດບາດສຳຄັນເປັນໃຈກາງໃນທຸກລັດຖະນະໂຍບາຍ.
(ແຫຼ່ງຄັດຈາກ VOV)