• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເຫນີ World Bank ຫນູນຊ່ວຍ ຫວຽດນາມ ຜັນຂະຫຍາຍບັນດາໂຄງການພື້ນຖານໂຄງລ່າງທີ່ມີຂອບຂະຫນາດໃຫຍ່

ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ: ລັດຖະບານຫວຽດນາມ ຍາມໃດກໍ່ຖື World Bank ແມ່ນຄູ່ຮ່ວມມືສຳຄັນ, ໄວ້ເນື້ອເຊື່ອໃຈ ທີ່ໄດ້ມີການຫນູນຊ່ວຍຫລາຍຢ່າງ, ປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນການພັດທະນາເສດຖະກິດສັງຄົມ ຂອງຫວຽດນາມ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບທ່ານນາງ Mariam J. Sherman ຜູ້ອຳນວຍການແຫ່ງຊາດ ຂອງຫ້ອງການ World Bank .(ພາບ:Dương Giang/TTXVN)

ຕອນເຊົ້າວັນທີ 15 ພຶດສະພາ ຢູ່ ຮ່າໂນ້ຍ, ເມື່ອຕ້ອນຮັບທ່ານນາງ Mariam J. Sherman ຜູ້ອຳນວຍການແຫ່ງຊາດ ຂອງຫ້ອງການ World Bank ຢູ່ ພາກພື້ນ ຫວຽດນາມ, ລາວ ແລະ ກຳປູເຈຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເຫນີ World Bank ປະຕິຮູບບັນດາລະບຽບການ, ເງື່ອນໄຂກູ້ຢຶມທຶນ, ໃຫ້ຄຳປຶກສານະໂຍບາຍ ແລະ ຫນູນຊ່ວຍ ຫວຽດນາມ ປະຕິບັດບັນດາເປົ້າໝາຍຍຸດທະສາດ ເປັນຕົ້ນແມ່ນການພັດທະນາພື້ນຖານໂຄງລ່າງດ້ວຍບັນດາໂຄງການພື້ນຖານໂຄງລ່າງທີ່ມີຂອບຂະຫນາດໃຫຍ່.

ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ: ລັດຖະບານຫວຽດນາມ ຍາມໃດກໍ່ຖື World Bank ແມ່ນຄູ່ຮ່ວມມືສຳຄັນ, ໄວ້ເນື້ອເຊື່ອໃຈ ທີ່ໄດ້ມີການຫນູນຊ່ວຍຫລາຍຢ່າງ, ປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນການພັດທະນາເສດຖະກິດສັງຄົມ ຂອງຫວຽດນາມ. ທ່ານປາດຖະຫນາຢາກໃຫ້ WB ສືບຕໍ່ເສີມຂະຫຍາຍບົດບາດແມ່ນຄູ່ຮ່ວມມືພັດທະນາແຖວຫນ້າ, ແບ່ງປັນບົດຮຽນປະສົບການ ແລະເພີ່ມທະວີການຫນູນຊ່ວຍ ຫວຽດນາມ ໃນການຮັກສາສະຖຽນລະພາບເສດຖະກິດມະຫາພາກ, ຊຸກຍູ້ການເຕີບໂຕວ່ອງໄວ, ໝັ້ນຄົງ; ຫນູນຊ່ວຍ ຫວຽດນາມຜັນຂະຫຍາຍປະສິດທິຜົນບັນດາໂຄງການພັດທະນາເສດຖະກິດສີຂຽວ, ເສດຖະກິດດິຈິຕອນ, ເສດຖະກິດໝູນວຽນ, ຍົກສູງກຳລັງຄວາມສາມາດການແກ້ງແຍ່ງ ແລະ ຄວາມສາມາດທົນທານຂອງພື້ນຖານເສດຖະກິດ.

ສ່ວນທ່ານນາງ Mariam J. Sherman ຕີລາຄາສູງຍຸດທະສາດພັດທະນາປະເທດຊາດໃນໄລຍະປ່ຽນແປງໃຫມ່ຂອງ ຫວຽດນາມ; WB ສະຫນັບສະຫນູນ ແລະຈະຮ່ວມເດີນທາງ, ຫນູນຊ່ວຍ ຫວຽດນາມ ໃນວິວັດການນີ້ ເປັນຕົ້ນແມ່ນບັນດາຂົງເຂດຊື່ງຫວຽດນາມ ໃຫ້ບຸລິມະສິດ, ສະເຫນີ, ໃນນັ້ນ ຈະສະຫງວນໃຫ້ ຫວຽດນາມ ກູ້ຢຶມບ້ວງເງິນກວ່າ 11 ຕື້ USDໃນຮອບເວລາ 5 ປີຈະມາເຖິງ.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່​ໂຕ​ເລິມ​ເຮັດ​ວຽກ​ກັບ ຄະ​ນະ​ປະ​ຈຳ​ຄະ​ນະ​ພັກ​ແຂວງ ເງະ​ອານ

ເລ​ຂາ​ທິ​ການ​ໃຫຍ່​ໂຕ​ເລິມ​ເຮັດ​ວຽກ​ກັບ ຄະ​ນະ​ປະ​ຈຳ​ຄະ​ນະ​ພັກ​ແຂວງ ເງະ​ອານ

ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີແຂວງ ຖືວິທະຍາສາດເຕັກໂນໂລຢີ, ການປ່ຽນແປງໃໝ່ຢ່າງແຮງລະບອບລະບຽບການ, ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ແລະ ຄວາມສາມາດບົ່ມຊ້ອນທ່າແຮງຂອງຊາວເງະອານ ເປັນກຳລັງໜູນບຸກທະລຸຢ່າງແຮງໃນໄລຍະຈະມາເຖິງ.

Top