ບໍ່ພຽງແຕ່ແມ່ນສະຖານທີ່ນັດພົບທີ່ມີທິວທັດທຳມະຊາດທີ່ເປັນເອກະລັກສະເພາະ ແລະ ໃໝ່ອ່ຽມເທົ່ານັ້ນ, ຫວຽດນາມ ຫາກຍັງແມ່ນຕະຫຼາດຮູບເງົາທີ່ພວມມີການພັດທະນາຢ່າງຟົດຟື້ນ ດ້ວຍຫຼາຍໂອກາດຮ່ວມມືຜະລິດ ແລະ ຈຳໜ່າຍ.
ທ່ານ ຫງວຽນຈຶ່ງແຄ້ງ ຫົວໜ້າກົມການທ່ອງທ່ຽວແຫ່ງຊາດ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມສຳມະນາ
ວັນທີ 14 ພຶດສະພາ, ໃນຂອບເຂດງານມະໂຫລານຮູບເງົາສາກົນ Cannes ຄັ້ງທີ 78, ກົມການທ່ອງທ່ຽວແຫ່ງຊາດ ຫວຽດນາມ ໄດ້ສົມທົບກັບສະມາຄົມສົ່ງເສີມພັດທະນາຮູບເງົາ ຫວຽດນາມ ຈັດກອງປະຊຸມສຳມະນາ “ຫວຽດນາມ - ຕະຫຼາດທີ່ມີຄວາມຂະຫຍັນຂັນເຄື່ອນຢູ່ ອາຊີ ແລະ ສະຖານທີ່ນັດພົບໃໝ່ໃຫ້ແກ່ບັນດາຄະນະຜະລິດຮູບເງົາສາກົນ”. ເຫດການດຶງດູດການເຂົ້າຮ່ວມເປັນຈຳນວນຫຼາຍຂອງບັນດາຜູ້ຜະລິດຮູບເງົາ, ຜູ້ຜະລິດ, ຜູ້ກຳກັບ, ນັກຊ່ຽວຊານ ແລະ ຄູ່ຮ່ວມມືສາກົນ.
ກ່າວຄຳເຫັນໄຂກອງປະຊຸມສຳມະນາ, ທ່ານ ຫງວຽນຈຶ່ງແຄ້ງ ຫົວໜ້າກົມການທ່ອງທ່ຽວແຫ່ງຊາດ ຫວຽດນາມ ຍົກອອກຄວາມສາມາດບົ່ມຊ້ອນຂອງ ຫວຽດນາມໃນຂົງເຂດຮູບເງົາ, ບໍ່ພຽງແຕ່ແມ່ນສະຖານທີ່ນັດພົບທີ່ມີທິວທັດທຳມະຊາດທີ່ເປັນເອກະລັກສະເພາະ ແລະ ໃໝ່ອ່ຽມເທົ່ານັ້ນ, ຫາກຍັງແມ່ນຕະຫຼາດຮູບເງົາທີ່ພວມມີການພັດທະນາຢ່າງຟົດຟື້ນ ດ້ວຍຫຼາຍໂອກາດຮ່ວມມືຜະລິດ ແລະ ຈຳໜ່າຍ. ໄປຄຽງຄູ່ກັບທິວທັດທຳມະຊາດທີ່ຫຼາຍຮູບຫຼາຍແບບ, ຫວຽດນາມຍັງມີຄວາມອຸດົມສົມບູນກ່ຽວກັບວັດທະນະທຳ, ຮີດຄອງປະເພນີ, ວັນບຸນ, ອາຫານການກິນ, ຊຸດອາພອນ, ສະຖາປັດຕະຍາກຳ…
(ແຫຼ່ງຄັດຈາກ VOV)