• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ: ຮ່ວມແຮງ ຮ່ວມໃຈ ເພື່ອເອົາຊະນະ ການລະບາດເຊື້ອພະຍາດ ໂຄວິດ-19 !

ໜ້າສະພາບການ ລະບາດ ເຊື້ອພະຍາດໂຄວິດ-19 ທີ່ສືບຕໍ່ແຜ່ ລະບາດໄປທົ່ວໂລກ, ສົ່ງຜົນກະທົບ ຢ່າງເລິກເຊິ່ງຮອບດ້ານ ຕໍ່ຊີ ວິດ-ສັງຄົມ ຂອງ ບັນດາປະເທດ, ໃນນັ້ນມີ ຫວຽດນາມ. ວັນທີ 30 ມີນາ, ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ ຈ້ອງ ໄດ້ອອກຄໍາ ຮຽກຮ້ອງ ເຖິງພີ່ນ້ອງຮ່ວມຊາດ, ນັກຮົບໃນທົ່ວ ປະເທດ ແລະ ພີ່ນ້ອງ ຊາວ ຫວຽດນາມ ອາໄສຢູ່ ຕ່າງປະເທດ ຈົ່ງສາມັກຄີ ເປັນຈິດໜຶ່ງໃຈດຽວ ແລະ ມີການກະທໍາ, ປະຕິບັດ ຢ່າງເຂັ້ມງວດ ບັນດາແຜນນະໂຍບາຍ ຂອງ ພັກ, ລັດ, ການຊີ້ ນໍາບໍລິຫານ ຂອງ ລັດຖະບານ, ນາຍົກລັດຖະມົນຕີ. ໃນເວລາດຽວ ກັນ ມານະ ພະຍາຍາມ ຮ່ວມມືທີ່ແທດເໝາະຕົວຈິງ, ປະສານສົມ ທົບຢ່າງ ທ່ວງທັນ ກັບບັນດາປະເທດ, ຮັບປະກັນເອົາ ຊະນະການ ລະບາດ ນີ້. ຂ່າວພາບ ຫວຽດນາມ ຂໍເປັນກຽດ ນຳສະເໜີສານ ຮຽກຮ້ອງ ເຖິງພີ່ນ້ອງ ຮ່ວມຊາດ ຂອງ ສະຫາຍ ເລຂາທິການ ໃຫຍ່, ປະທານປະເທດ  ຫງວຽນຝູ໋ຈ້ອງ: 

ຮຽນ ພີ່ນ້ອງຮ່ວມຊາດ, ສະຫາຍ, ນັກຮົບໃນທົ່ວປະເທດ ແລະ ພີ່ ນ້ອງຊາວ ຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ !

ການລະບາດ ເຊື້ອພະຍາດໂຄວິດ-19 ພວກແຜ່ລະບາດໄປທົ່ວ ໂລກ, ສົ່ງຜົນກະທົບຢ່າງເລິກເຊິ່ງຮອບດ້ານຕໍ່ຊີວິດ - ສັງຄົມ ຂອງ ບັນດາປະເທດ. ມາຮອດປັດຈຸບັນ ໄດ້ມີຜູ້ຕິດພະຍາດ 7,2 ແສນ ກວ່າຄົນ, ເສຍຊີວິດເກືອບ 35 ພັນຄົນ ໃນເກືອບ 200 ປະເທດ ແລະ ເຂດແຄວ້ນໃນໂລກ. ສະຖານະການລະບາດ ຍັງມີການຜັນ ແປ ຢ່າງສັບສົນ, ຍາກຈະຄາດຄະເນລ່ວງໜ້າ, ອາດສາມາດ ສົ່ງ ຜົນຢ້ອນຫຼັງຫຼາຍຢ່າງທີ່ຮ້າຍແຮງຍິ່ງຂຶ້ນ.

ໃນໄລຍະຜ່ານມາ, ພາຍໃຕ້ການນຳພາຂອງພັກ, ລັດ, ການຊີ້ນໍາ ບໍລິຫານ ຂອງ ລັດຖະບານ, ນາຍົກລັດຖະມົນຕີ, ຄະນະຊີ້ນຳແຫ່ງ ຊາດກ່ຽວກັບການ ຕ້ານ ແລະ ສະກັດກັ້ນ ການລະບາດ ເຊື້ອພະ ຍາດ ໂຄວິດ-19, ບັນດາຂະແໜງການ, ທ້ອງຖິ່ນ ແລະ ທົ່ວລະ ບົບການເມືອງ ໄດ້້ສາມັກຄີ, ເຫັນພ້ອມກັນ ຜັນຂະຫຍາຍຢ່າງ ຂ້ຽວຂາດ ມາດຕະການຫຼາຍຢ່າງ ທ່ີສອດຄ່ອງ, ທັງສະກັດກັ້ນ, ຈຳ ກັດ ລະດັບຄວາມໄວ ຂອງ ການລະບາດ, ທັງຮັບປະກັນໜ້າ ທີ່ ພັດທະນາເສດຖະກິດ-ສັງຄົມ, ຮັບປະກັນດ້ານສະຫວັດດີການ, ຄວາມປອດໄພ ຂອງ ສັງຄົມ; ປະສົບຜົນສຳເລັດ ເບື້ອງຕົ້ນ ຫຼາຍ ຢ່າງທີ່ໜ້າຊື່ນຊົມ, ສະແດງກຳລັງແຮງສາມັກຄີ ຂອງ ທົ່ວປວງຊົນ ທັງຊາດ, ການຕັດສິນໃຈຂອງທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງ ທັບເຮົາ ໃນການຕໍ່ສູ້ຕ້ານການລະບາດ, ຊຶ່ງໄດ້ໂລກຮັບຮອງ ແລະ ຕີລາຄາສູງ.


ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ. ພາບ: ຈີ້ຢຸງ/VNA


ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ເປັນ ປະທານ ກອງປະຊຸມຂອງກົມການເມືອງ ກ່ຽວກັບວຽກງານ ຕ້ານ ແລະ ສະກັດກັ້ນ ການລະບາດ ເຊື້ອພະຍາດ ໂຄວິດ-19. ພາບ: ຈີ້ຢຸງ/VNA


ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານ ໃນກອງ ປະຊຸມ ອອນລາຍ ແລະ ໄດ້ລົງກວດກາ ຕົວຈິງຢູ່ນະຄອນຂຶ້ນກັບ ສູນກາງ 5 ແຫ່ງ ພ້ອມກັບສະຖານທີ່ຢູ່ຫ່າງໄກ ຈຳນວນໜ່ຶງ
ກ່ຽວກັບການຕ້ານ ແລະ ສະກັດກັ້ນການລະບາດ ເຊື້ອພະຍາດໂຄວິດ-19. ພາບ: ຖົ໋ງເຍິດ/VNA

ຕາງໜ້າພັກ, ລັດ, ຂ້າພະເຈົ້າກໍສະແດງຄວາມຊົມເຊີຍ ແລະ ສັນ ລະເສີນ ຕໍ່ການເຂົ້າຮ່ວມ ຂອງ ບັນດາອົງຄະນະພັກ, ອົງການຈັດຕັ້ງ ພັກ, ອຳນາດການປົກຄອງ ແຕ່ຂັ້ນສູນກາງ ເຖິງທ້ອງຖິ່ນ, ສັນລະ ເສີນຄວາມມານະພະຍາຍາມ ທີ່ບໍ່ຮູ້ອິດຮູ້ເມື່ອຍ ຂອງ ຂະແໜງການສາທາລະນະສຸກ, ກຳລັງທະຫານ, ຕຳຫຼວດ ແລະ ບັນດາ ຄະນະ, ກະຊວງ, ຂະແໜງການ ຂອງສູນກາງ; ການເຂົ້າຮ່ວມຢ່າງທັນການ, ຕັ້ງໜ້າ ຂອງ ສູນກາງແນວໂຮມປະເທດຊາດ ຫວຽດນາມ, ບັນດາອົງການໜັງສືພິມ, ສຳນັກຂ່າວ. ພິເສດ, ຂ້າພະເຈົ້າຂໍສະ ແດງຄວາມຂອບອົກຂອບໃຈ ມາຍັງພີ່ນ້ອງຮ່ວມຊາດ, ນັກຮົບໃນ ທົ່ວປະເທດ ແລະ ພີ່ນ້ອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ເຊື່ອໝັ້ນ, ເຫັນໃຈສະໜັບສະໜູນ  ແລະ ຕອບສະໜອງວຽກ ງານຕ້ານ ແລະ ສະກັດກັ້ນໂລກລະບາດຢ່າງສຸດໃຈ.

ປັດຈຸບັນ, ພວກເຮົາກຳລັງຢູ່ໃນໄລຍະ ມີຄວາມສ່ຽງຕິດພະຍາດ ໃນວົງຄະນາຍາດນັບມື້ເພີ່ມຂຶ້ນ, ທົ່ວທັງລະບົບການເມືອງຕ້ອງມີ ຄວາມຕັ້ງໃຈສູງສຸດ ເພື່ອສືບຕໍ່ເປັນເຈົ້າການ ສະກັດກັ້ນ ແລະ ຄວບຄຸມໂລກລະບາດຢ່າງມີປະສິດທິຜົນ; ບໍ່ຕື່ນເຕັ້ນກະວົນກະວາຍ, ບໍ່ປະໜາດ, ປ່ອຍປະລະເລີຍຢ່າງເດັດຂາດ, ຕ້ອງກຳແໜ້ນ ສະຖານະການ, ຄາດຄະເນ ສະຖານະການ ໃຫ້ດີທີ່ສຸດ ຊຶ່ງອາດ ເກີດຂຶ້ນ, ກໍານົດບັນດາວິທີການ ທີ່ມີປະສິດທິຜົນ ເພື່ອຄວບຄຸມ, ສະກັດກັ້ນ ການແຜ່ລະບາດຂອງພະຍາດ. ແຕ່ລະຫ້ອງການ, ໜ່ວຍງານ, ອົງການຈັດຕັ້ງ, ແຕ່ລະທ້ອງຖິ່ນ ຕ້ອງໃກ້ຊິດຕິດຕາມ ການຊີ້ນຳຂອງຂັ້ນເທິງ, ເປັນເຈົ້າການ ແລະ ປະສານສົມທົບ ຢ່າງແໜ້ນແຟ້ນຍິ່ງຂຶ້ນ ເພື່ອປະຕິບັດ ບັນດາວຽກງານ ຕ້ານ ແລະ ສະກັດກັ້ນໂລກລະບາດ; ໃຫ້ບຸລິມະສິດແຫຼ່ງກຳລັງແຮງ, ເວລາ ແລະ ເຫື່ອແຮງ ໃຫ້ແກ່ວຽກງານທີ່ສຳຄັນຍິ່ງນີ້.

ຮຽນ ພີ່ນ້ອງຮ່ວມຊາດ, ນັກຮົບໃນທົ່ວປະເທດ ແລະ ພີ່ນ້ອງ ຊາວ ຫວຽດນາມ ທ່ີອາໄສຢູ່ຕ່າງປະເທດທັງຫຼາຍ !

ປະຊາຊົນ ຫວຽດນາມ ມີມູນເຊື້ອຮັກຊາດ, ແຕ່ລະເທື່ອ ເມື່ອປະ ເທດຊາດ ປະສົບກັບຄວາມຫຍຸ້ງຍາກ, ມູນເຊື້ອດັ່ງກ່າວຍິ່ງໄດ້ ທະ ວີຄູນຂຶ້ນຫຼາຍເທົ່າ. ໄລຍະຜ່ານມາ, ທົ່ວປວງຊົນ ໄດ້ເປັນນໍ້າໜຶ່ງ ໃຈດຽວ ຮ່ວມແຮງຮ່ວມໃຈ ກັບພັກ, ລັດ ເພື່ອການສະກັດກັ້ນ ແລະ ຄວບຄຸມໂລກລະບາດ ແລະ ໄດ້ບັນລຸປະສິດທິຜົນໃນເບື້ອງ ຕົ້ນ. ໃນຕໍ່ໜ້າ, ພວກເຮົາອາດຕ້ອງປະເຊີນໜ້າກັບ ຄວາມ ຫຍຸ້ງ ຍາກ ຍິ່ງກວ່າເກົ່າຫຼາຍເທົ່າ, ຮຽກຮ້ອງຕ້ອງມີຄວາມມານະພະຍາຍາມ ຍິ່ງຂຶ້ນ ແລະ ເດັດດ່່ຽວກວ່າເກົ່າອີກ. 


ບໍລິສັດ BRG Retail (ກຸ່ມບໍລິສັດ BRG) ໄດ້ຊີ້ນຳລະບົບ ສັບພະ ສິນຄ້າ ແລະ ຫ້າງຮ້ານຕ່າງໆ ເຊັ່ນ: HaproMart, Hapro Food, FujiMart, Intimex... ເປັນເຈົ້າການ ເຊື່ອມຕໍ່ ກັບບັນດາ ຜູ້ສະ ໜອງ, ວິສາຫະກິດຜະລິດ ເພີ່ມແຫຼ່່ງສິນຄ້າແຮໄວ້ ທີ່ຈຳເປັນຍິ່ງ ແຕ່ 300 ເຖິງ 500% ຢູ່ບັນດາສັບພະສິນຄ້າ  ແລະ ເພີ່ມຂຶ້ນ 10 ເທົ່າ ຢູ່ສາງໃຈກາງ. ນອກຈາກນັ້ນ ບໍລິສັດ BRG Retail ຍັງຊຸກຍູ້ ການຈັບຈ່າຍສິນຄ້າຜ່ານ  fanpag, email… ແລະ ສົ່ງສິນຄ້າ ເຖິງຜູ້ຊົມໃຊ້ໂດຍບໍ່ຄິດຄ່າ ສຳລັບໃບສັ່ງສິນຄ້າ 500.000 ດົ່ງຂຶ້ນ ໄປ ໃນລັດສະໝີ 5 ກິໂລແມັດ, ຕອບສະໜອງ ຄວາມຮຽກ ຮ້ອງ ຕ້ອງການຂອງຜູ້ບໍລິໂພກ
ແລະ ຈຳກັດຄົນອອກໄປນອກ, ສະກັດ ກັ້ນການແຜ່ລະບາດສູ່ວົງຄະນາຍາດ.  ພາບ: ເຈິ່ນຫວຽດ/VNA



ໂຮງໝໍ ພະຍາດ ເຂດຮ້ອນສູນກາງ ເລກ 2 (ເມືອງ ດົງແອງ, ຮ່າ ໂນ້ຍ) ເປັນໂຮງໝໍ ຫຼັກ ຂອງຂະແໜງການສາທາລະນະສຸກ ກຳ ລັງປິ່ນປົວ ໃຫ້ແກ່ ຄົນເຈັບ ຕິດເຊື້ອພະຍາດໂຄວິດ-19. ໂດຍ ຜ່ານຜ່າ ຄວາມຫຍຸ້ງຍາກ, ໄພອັນຕະລາຍຈາກການຕິດເຊື້ອ ໄວ ຣັດ, ບັນດາແພດໝໍ ຢູ່ທີ່ນີ້ ແມ່ນ “ນັກຮົບເສື້ອຂາວ” ເປັນໂຮງໝໍ ແຖວໜ້າ ໃນການຕ້ານການລະບາດຢ່າງແທ້ຈິງ. ຮອດຕອນ ເຊົ້າ ວັນທີ 30 ມີນາ,
ສືບຕໍ່ມີຄົນເຈັບ 27 ຄົນ ໄດ້ຮັບການປິ່ນປົວ ຫາຍດີ, ປັດຈຸບັນທາງໂຮງໝໍ ກຳລັງສືບຕໍ່ຕິດຕາມ ແລະ ປິ່ນປົວ ໃຫ້ແກ່ ຄົນເຈັບ 53 ຄົນ. ພາບ: VNA



ຕອນເຊົ້າວັນທີ 30 ມີນາ, ທີ່ກອງພັນໃຫຍ່ ທະຫານປືນໃຫຍ່ 58, ກອງພົນ 308 (ກອງພົນ ທີ 1), ມີພົນລະເມືອງເກືອບ 300 ຄົນໄດ້ ສຳເລັດການກັກໂຕ ກັບຄືນທ້ອງຖິ່ນ ແລະ ສືບຕໍ່ປະຕິບັດການ ກັກໂຕ, ຕິດຕາມອາການ ຢູ່ເຮືອນ. ປັດຈຸບັນ, ມີສະຖານທີ່ກັກໂຕ 127 ຈຸດ ປະຕິບັດໜ້າທີ່ ຕ້ານ ແລະ ສະກັດກັ້ນການລະບາດ ເຊື້ອພະຍາດໂຄວິດ-19 ຂອງ ບັນດາກົມກອງທະຫານ
ໄດ້ຮັບເອົາ ພົນລະເມືອງ 54.375 ຄົນ ຈາກບັນດາ ປະເທດອາຊີ, ເອີຣົບ, ສ ອາເມລິກາ ທີ່ກັບມາ ຫວຽດນາມ ປະຕິບັດ ການກັກໂຕ.
ຫຼັງຈາກ ໄລຍະໜຶ່ງໄດ້ຮັບການເບິ່ງ ແຍງດູແລ ດ້ານສາທາລະນະສຸກ, ມີ  22.759 ຄົນໄດ້ສຳເລັດ ການກັກໂຕ ແລະ ກັບຄືນທ້ອງຖິ່ນ.  ພາບ: ເຢືອງ ຢາງ/VNA



ເພື່ອຫຼີກລ່ຽງ ຄວາມສ່ຽງ ຕໍ່ການຕິດເຊື້ອໄວຣັດ SARS-CoV-2, ທີ່ໂຮງໝໍ ແບ໋ກມາຍ, ກຳລັງເຈົ້າໜ້າທ່ີ ແລະ ພະນັກງານສາ ທາ ລະນະສຸກ ກຳລັງຮີບຮ້ອນກວດກາ, ທົບທວນຄືນ ຜູ້ທີ່ໄດ້ເຂົ້າ-ອອກໂຮງໝໍ,
ຜູ້ສະໜອງສະບຽງອາຫານ, ຜູ້ເຮັດໜ້າທີ່ ເບິ່ງແຍງ ຄົນເຈັບ, ຜູ້ຂົນສົ່ງ, ຜູ້ເຂົ້າ-ອອກໂຮງຈັດງານສົບ; ສົ່ງຄົນຈັບ ແລະ ຄົນໃນຄອບຄົວ ກັບມາປິ່ນປົວ ຕາມສາຍໝົດທຸກຄົນ;
ຢຸດການ ຮັບເອົາຄົນເຈັບມາກວດພະຍາດ ແລະ ກວດພະຍາດ ຄືນໃໝ່ ຕາມປົກກະຕິ; ຢຸດການອະນຸຍາດ ໃຫ້ພີ່ນ້ອງ ມາຢ້ຽມຢາມ ຄົນເຈັບ
ທີ່ກຳລັງປິ່ນປົວຢູ່ໂຮງໝໍ, ກວດກາ, ກວດຄືນ ແລະ ໃຫ້ກັກ ໂຕ ຜູ້ມີຄວາມສ່ຽງ ຕິດເຊື້ອພະຍາດ ໂຄວິດ-19. ພາບ: ເຢືອງຢາງ/VNA



ຫຼັງຈາກຄົ້ນພົບຫຼາຍກໍລະນີຕິດເຊື້ອ ໄວຣັດ SARS-CoV-2  ມີ ຄວາມກ່ຽວພັນເຖິງ ໂຮງໝໍ ແບ໋ກມາຍ (ຮ່າໂນ້ຍ), ຕອນຄໍ່າວັນທີ 28 ມີນາ 2020, ເຫຼົ່າຮົບເຄມີ (ກະຊວງປ້ອງກັນປະເທດ), ສູນ ຊ່ວຍກູ້ອຸບັດເຫດ ເຄມີທາດເບື່ອ, ກຳມັນຕະພາບລັງສີ ນິວເຄຼຍ ພາກເໜືອ ໄດ້ສົ່ງກຳລັງ, ພາຫະນະ, ດຳເນີນການ ສີດຢາ ຂ້າເຊື້ອ ຢູ່ບັນດາພື້ນທີ່ກວດ ແລະ ປິ່່ນປົວພະຍາດ ຂອງ ໂຮງໝໍ. ໃນວັນ ດຽວກັນ,
ກະຊວງສາທາລະນະສຸກ ໄດ້ປະກາດໃຫ້ ໂຮງໝໍ ແບ໋ກ ມາຍ ເປັນແຫຼ່ງລະບາດ ຂອງ ເຊື້ອພະຍາດ. ພາບ: ເຢືອງຢາງ/VNA



ໂດຍປະຕິບັດຕາມຄຳສັ່ງຂອງນາຍົກລັດຖະມົນຕີ ກ່ຽວກັບເລື່ອງ ບໍ່ເຕົ້າໂຮມຄົນເປັນຈຳນວນຫຼາຍ, ປິດພື້ນທີ່ ດຳ ນີນທຸລະກິດ ທີ່ບໍ່ ຈຳເປັນ ຮອດວັນທີ 15 ເມສາ ເພື່ອສະກັດກັ້ນ ການລະບາດ ເຊື້ອພະຍາດ
ໂຄວິດ-19. ຕອນເຊົ້າວັນທີ 28 ມີນາ, ມີຫ້າງຮ້ານ, ຮາກ ຖານດຳເນີນທຸລະກິດ, ສະຖານທີ່ທາງສາສະໜາ, ວັດທະນະທຳ, ທ່ອງທ່ຽວ ໄດ້ປິດປະຕູ, ຢຸດການເຄື່ອນໄຫວຊົ່ວຄາວ.
ກຳລັງທີ່ ມີບົດບາດໜ້າທີ່ການ ຂອງ ບ້ານຕ່າງໆ ໄດ້ຕັ້ງໜ້າຂົນຂວາຍ ປະຊາ ຊົນ ປະຕິບັດຂໍ້ກຳນົດ,  ໂຄສະນາເຜີຍແຜ່ ກ່ຽວກັບລະດັບ ຄວາມ ອັນຕະລາຍ 
ແລະ ການຜັນແປຢ່າງສັບສົນ ຂອງ ການລະບາດ. ພາບ: ເລີມແຄ໋ງ/VNA



ວັນທີ 30 ມີນາ 2020, ມີຄົນເຈັບ 30 ຄົນ ໄດ້ຫາຍດີ ຕາມມາດ ຕະຖານ ແນະນຳຂອງກະຊວງສາທາລະນະສຸກ, ໃນນັ້ນມີຄົນເຈັບ 27 ຄົນ ຢູ່ໂຮງໝໍ ພະຍາດ ເຂດຮ້ອນ ສູນກາງ ເລກ 2 (ເມືອງ ດົງ ແອງ, ຮ່າໂນ້ຍ) ແລະ 3 ຄົນ ຢູ່ໂຮງໝໍ ພະຍາດລະບົບ ຫົວໃຈ ກູ່ຈີ (ນະຄອນໂຮ່ ຈີມິນ). ບັນດາຄົນເຈັບ ຫຼັງຈາກ ຫາຍດີ ຈະສືບຕໍ່ ຕິດຕາມ ດ້ານສຸຂະພາບ ເປັນເວລາ 14 ວັນ. ພາບ: VNA

ໃນມາດຕະການຕ້ານ ແລະ ສະກັດກັ້ນໂລກລະບາດ ທີ່ກຳລັງ ເກີດຂຶ້ນໃນໄລຍະ ສຳຄັນທີ່ສຸດນີ້, ມີບາງມາດຕະການຕ້ານ ແລະ ສະກັດກັ້ນ ການລະບາດ ອາດຈະ ສົ່ງຜົນສະທ້ອນໃດ ໜຶ່ງທີ່ແນ່ ນອນ ເຖິງການເຄື່ອນໄຫວ ຂອງ ບັນດາອົງການຈັດຕັ້ງ, ສ່ວນບຸກ ຄົນ ກໍຄືຊີວິດການເປັນ ຢູ່ ປະຈຳວັນ ຂອງປະຊາຊົນ. ບົນຈິດໃຈ ຖືສຸຂະພາບ ແລະ ຊີວິດ ຂອງ ປະຊາຊົນ ແມ່ນເໜືອ ກວ່າສິ່ງອື່ນ ໃດ, ຂ້າພະເຈົ້າຮຽກ ຮ້ອງພີ່ນ້ອງຮ່ວມຊາດ, ນັກຮົບໃນທົ່ວປະ ເທດ ແລະ ພີ່ນ້ອງ ຊາວຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ ຈົ່ງ ສາມັກຄີ ເປັນນໍ້າໜຶ່ງໃຈດຽວ ແລະ ມີການກະທໍາ, ປະຕິບັດຢ່າງ ຂ້ຽວຂາດ  ແລະ ມີປະສິດທິຜົນ ບັນດາແຜນນະໂຍບາຍ ຂອງ ພັກ ແລະ ລັດ, ການຊີ້ນໍາ ບໍລິຫານຂອງລັດຖະບານ, ນາຍົກລັດຖະ ມົນຕີ. ແຕ່ລະຄົນກໍລ້ວນ ແຕ່ກາຍເປັນນັກຮົບ ບົນແນວຮົບ ປ້ອງ ກັນ ແລະ ຕ້ານໂລກລະບາດ.

ເປັນສະມາຊິກ ທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບ ຕໍ່ປະຊາຄົມ ສາກົນ, ຫວຽດນາມ ສະແດງຄວາມເອົາໃຈໃສ່, ແບ່ງປັນ, ຄວາມ ເຫັນອົກເຫັນໃຈຢ່າງເລິກເຊິ່ງ ແລະ ກຳລັງພະຍາຍາມ ຢ່າງສຸດຂີດ ເພື່ອການຮ່ວມມືທີ່ແທດເໝາະຕົວຈິງ, ປະສານສົມທົບຢ່າງທັນ ການ ກັບບັນດາປະເທດ, ໂດຍສະເພາະຢ່າງຍິ່ງ ແມ່ນ ບັນດາປະ ເທດ ທ່ີໄດ້ຮັບຜົນກະທົບຢ່າງໜັກໜ່ວງ ຈາກມະຫາໄພໂຄວິດ-19. ຂ້າພະເຈົ້າຖືວ່າ ໃນສະຖານະການປັດຈຸບັນ, ຄວາມສາມັກຄີ ແລະ ສົມທົບເຄື່ອນໄຫວທົ່ວໂລກ ເປັນພື້ນຖານຮັບປະກັນຢ່າງແນ່ ນອນ ໃຫ້ແກ່ໄຊຊະນະ ສຸດທ້າຍ ຂອງໂລກ ຕໍ່ການລະບາດນີ້.

ທົ່ວປວງຊົນທັງຊາດຫວຽດນາມ ຈົ່ງຮ່ວມແຮງຮ່ວມໃຈ ຜ່ານຜ່າ ຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ ເພື່ອເອົາຊະນະການລະບາດ ເຊື້ອພະຍາດໂຄວິດ - 19!
      ຫງວຽນຝູ໋ຈ້ອງ
ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງ ພັກກອມມູນິດ ຫວຽດນາມ
ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ
 

ພັດທະນາ ເສດຖະກິດເກາະທະເລ ແບບຍືນຍົງ

ພັດທະນາ ເສດຖະກິດເກາະທະເລ ແບບຍືນຍົງ

ໝູ່ເກາະທະເລ ແມ່ນພາກສ່ວນໜຶ່ງຂອງ ອະທິປະໄຕອັນສັກສິດ ຂອງ ປະເທດຊາດ, ເປັນພື້ນທ່ີ ເພື່ອຄວາມຢູ່ລອດ ແລະ ພັດທະ ນາ. ດ້ວຍທ່າໄດ້ປຽບ ມີຊາຍຝັ່ງທະເລຍາວ 3.260 ກມ ແລະ ມີ ເກາະ ໃຫຍ່ນ້ອຍເກືອບ 3.000 ເກາະ, ຫວຽດນາມ ໄດ້ວາງເປົ້າ ໝາຍ ກາຍເປັນ ປະເທດທີ່ເຂັ້ມແຂງທາງ ທະເລ, ຮັ່ງມີຈາກ ທະເລ ແລະ ພັດທະນາແບບຍືນຍົງ. 

Top