• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພື່ອນ​ມິດ​ສາ​ກົນ​ຕີ​ລາ​ຄາ​ສູງ​ຜົນ​ງານ​ພັດ​ທະ​ນາ ແລະ ກຳ​ນົດ​ທິດ​ໃໝ່​ຂອງ ຫວຽດ​ນາມ

ທ່ານ​ນາງ Poldi Sosa Schmidt, ປະ​ທານ​ສະ​ຖາ​ບັນ​ວັດ​ທະ​ນະ​ທຳ​ ອາກ​ຊັງ​ຕິນ - ຫວຽດ​ນາມ (ICAV) ຕີ​ລາ​ຄ​າ​ສູງ​ບັນ​ດາ​ຜົນ​ງານ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ກໍ​ຄື​ເຊື່ອ​ມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ​ຂອງ ຫວຽດ​ນາມ.
  ທ່ານ​ນາງ Poldi Sosa Schmidt, ປະ​ທານ​ສະ​ຖາ​ບັນ​ວັດ​ທະ​ນະ​ທຳ​ ອາກ​ຊັງ​ຕິນ - ຫວຽດ​ນາມ (ພາບ: TTXVN)  

ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດ ເປັນ​ເອ​ກະ​ພາບ ຄົບ​ຮອບ 51 ປີ (ວັນ​ທີ 30 ເມ​ສາ 1974 – 30 ເມ​ສາ 2026), ເມື່ອ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ​ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ ປະ​ຈຳ Buenos Aires ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ​ນາງ Poldi Sosa Schmidt, ປະ​ທານ​ສະ​ຖາ​ບັນ​ວັດ​ທະ​ນະ​ທຳ​ ອາກ​ຊັງ​ຕິນ - ຫວຽດ​ນາມ (ICAV) ຕີ​ລາ​ຄ​າ​ສູງ​ບັນ​ດາ​ຜົນ​ງານ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ກໍ​ຄື​ເຊື່ອ​ມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ​ຂອງ ຫວຽດ​ນາມ. ໄປ​ຄຽງ​ຄູ່​ກັນ​ນັ້ນ, ບັນ​ດາ​ຂົງ​ເຂດ​ສຶກ​ສາ, ສາ​ທາ​ລະ​ນະ​ສຸກ, ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຢີ ແລະ ເສດ​ຖະ​ກິດ​ດີ​ຈີ​ຕ​ອນ ກໍ​ບັນ​ລຸ​ໄດ້​ບັນ​ດາ​ຄວາມ​ຄືບ​ໜ້າ​ຢ່າງ​ຈະ​ແຈ້ງ, ປະ​ກອບ​ສ່ວນ​ສ້າງ​ພື້ນ​ຖານ​ໃຫ້​ແກ່​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ. ນອກ​ຈາກ​ນັ້ນ​ແລ້ວ, ຫວຽດ​ນາມ ຍັງ​ພົ້ນ​ເດັ່ນ​ຂຶ້ນ​ໃນ​ການ​ດຶງ​ດູດ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ, ພັດ​ທະ​ນາ​ການ​ສົ່ງ​ອອກ ແລະ ເຂົ້າ​ຮ່ວມ​ລະ​ບົບ​ມູນ​ຄ່າ​ທົ່ວ​ໂລກ​ເລິກ​ເຊິ່ງກວ່າ​ເທື່ອ​ລະ​ກ້າວ.

ເມື່ອ​ຕີ​ລາ​ຄາ​ກ່ຽວ​ກັບ​ບັນ​ດາ​ນະ​ໂຍ​ບາຍ​ຊີ້​ຂາດ​ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຢູ່ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ ກໍ​ຄື ໃນ​ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ​ຄັ້ງ​ຜ່ານ​ມາ, ທ່ານ​ນາງ ຖື​ວ່າ, ເລື່ອງ​​ບູ​ລະ​ນະກົງ​ຈັກ​ໃຫ້​ສົມ​ບູນ​ແບບ, ປ່ຽນ​ແປງ​ໃໝ່​ດ​ຖັນ​ແຖວ​ການ​ນຳ ​ແມ່ນ​ບາດ​ກ້າວ​ເດີນ​ທີ່​ຕັ້ງ​ໜ້າ, ຮັບ​ປະ​ກັນ​ລັກ​ສະ​ນະ​ສືບ​ທອດ ແລະ ພັດ​ທະ​ນາ.

(ແຫຼ່ງຄັດຈາກ VOV)

ມີ​ປະ​ຊາ​ຊົນ​​ກວ່າ 1,2 ລ້ານ​ຄົນ ຢູ່ ລີ​ບັງ ຈະ​ປະ​ເຊີນ​ໜ້າ​ກັບໄພ​ອຶດ​ຫິວ​ຢ່າງ​ຮ້າຍ​ແຮງ​ຍ້ອນ​ການ​ປະ​ທະ​ກັນ

ມີ​ປະ​ຊາ​ຊົນ​​ກວ່າ 1,2 ລ້ານ​ຄົນ ຢູ່ ລີ​ບັງ ຈະ​ປະ​ເຊີນ​ໜ້າ​ກັບໄພ​ອຶດ​ຫິວ​ຢ່າງ​ຮ້າຍ​ແຮງ​ຍ້ອນ​ການ​ປະ​ທະ​ກັນ

ໃນ​ບົດ​ລາຍ​ງານ​ໂດຍ ສ​ປ​ຊ ໜູນຫຼັງ ເມື່ອວັນ​ທີ 29 ເມ​ສາ ໃຫ້​ຮູ້​ວ່າ, ມີ​ປະ​ຊາ​ຊົນ​ກວ່າ 1,2 ລ້ານ​ຄົນ​ຢູ່ ລີ​ບັງ ຄາດ​ວ່າ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ສະ​ພາບ​ຂາດ​ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ​ຢູ່​ລະ​ດັບ​ວິ​ກິດ​ການ, ໃນ​ໄລ​ຍະ​ເວ​ລາ​ແຕ່​ເດືອນ ເມ​ສາ ຫາ​ເດືອນ ສິງ​ຫາ ປີ 2026.

Top