• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ແລະ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອິນ​ເດຍ

ວັນ​ທີ 19 ພຶດ​ສະ​ພາ, ຢູ່​ຮ່າ​ໂນ້ຍ, ທ່ານ ພົນ​ເອກ ຟານ​ວັນ​ຢາງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ເປັ​ນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ, ພົບ​ປະ​ສອງ​ຝ່າຍ​ກັບ​ທ່ານ Rajnath Singth ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອິນ​ເດຍ.
  ທ່ານ ພົນ​ເອກ ຟານ​ວັນ​ຢາງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ຕ້ອນ​ຮັບ​ທ່ານ Rajnath Singth ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອິນ​ເດຍ (ພາບ: qdnd.vn)  

ໃນ​ການ​ພົບ​ປະ​ສອງ​ຝ່າຍ, ທ່ານ​ພົນ​ເອກ ຟານ​ວັນ​ຢາງ ຢັ້ງ​ຢືນ​ວ່າ ການ​ຢ້ຽມ​ຢາມ ຫວຽດ​ນາມ ຂອງ​ທ່ານລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອິນ​ເດຍ ຄັ້ງ​ນີ້ ແມ່ນ​ມີ​ຄວາ​ມໝາຍ​ສຳ​ຄັນ​ພິ​ເສດ ເມື່ອ​ສອງ​ປະ​ເທດ​ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ຄົບ​ຮອບ 10 ປີ ແລະ ຫາ​ກໍ່​ຍົກ​ລະ​ດັບ​ສາຍ​ພົວ​ພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ເພີ່ມ​ທະ​ວີ​ບົນ​ເນື້ອ​ໃນ​ຈິດ​ໃຈ “ແບ່ງ​ປັນ​ວິ​ໄສ​ທັດ, ເຕົ້າ​ໂຮມ​ຍຸດ​ທະ​ສາດ, ຮ່ວມ​ມື​ຢ່າງ​ແທ້​ຈິງ”. ທ່ານ​ພົນ​ເອກ ຟານ​ວັນ​ຢາງ ໃຫ້​ຮູ້​ວ່າ ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາ​ດ​ສອງ​ຝ່າຍ​ໄດ້​ຮັບ​ການ​ຊຸກ​ຍູ້​ໃນ​ທຸກ​ຂົງ​ເຂດ, ບັນ​ລຸ​ໄດ້​ໝາກ​ຜົນ​ອັນແທດ​ຈ​ິງຫຼາຍ​ຢ່າງ.

  ທ່ານ ພົນ​ເອກ ຟານ​ວັນ​ຢາງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ແລະ ​ທ່ານ Rajnath Singth ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອິນ​ເດຍ Rajnath Singh ໃນ​ພ​ິ​ທີ​ຕ້ອນ​ຮັບ (ພາບ: qdnd.vn)  

ໂດຍ​ຢັ້ງ​ຢືນ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ​ແມ່ນ​ເສົາ​ຄ້ຳ​ໃນ​ສາຍ​ພົວ​ພັນ​ມິດ​ຕະ​ພາບ ຫວຽດ​ນາມ - ອິນ​ເດຍ, ​ທ່ານ Rajnath Singth ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອິນ​ເດຍ ປາດ​ຖະ​ໜາ​ວ່າ ສອງ​ຝ່າຍ​ຈະ​ສືບ​ຕໍ່​ສົມ​ທົບ​ກັນ, ຜັນ​ຂະ​ຫຍາຍ​ບັນ​ດາ​ເນື້ອ​ໃນ​ຮ່ວມ​ມື​ທີ່​ໄດ້​ຕົກ​ລົງ​ເປັນ​ເອ​ກະ​ພາບນຳ​ກັນ​ແລ້ວ​ໃຫ້​ມີ​ປະ​ສິດ​ທິ​ຜົນ, ຈຸດ​ສຸມ​ແມ່ນ​ການ​ຮ່ວມ​ມື​ທາງ​ດ້ານ​ການ​ສຶກ​ສາ​ບຳ​ລຸງ​ສ້າງ, ການຝຶກ​ແອບ, ຍົກ​ສູງ​​ຄວາມ​ສາ​ມາດ, ການ​ຮ່ວມ​ມື​ລະ​ຫວ່າງ​ເຫຼົ່າ​ທັບ, ເຫຼົ່າ​ຮົບ. ພ້ອມ​ທັງ​ຢັ້ງ​ຢືນ​ວ່າ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອິນ​ເດຍ ຍາມ​ໃດ​ກໍ​ກຽມ​ພ້ອມ​ສົມ​ທົບກັນຮ່ວມ​ມື, ໃຫ້​ບຸ​ລິ​ມະ​ສິດ​ທຶນ​ການ​ສຶກ​ສາ​ໃຫ້​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ ຫວຽດ​ນາມ.

ສິ້ນ​ສຸດ​ການ​ພົບ​ປະ​ສອງ​ຝ່າຍ, ລັດ​ຖະ​ມົນ​ຕີ​ສອງ​ທ່ານ​ໄດ້​ຕັດ​ແຖບ​ຜ້າ ເປີດ​ສະຫຼອງ​ຫ້ອງ​ຮຽນ​ພາ​ສາ​ຕ່າງ​ປະ​ເທດ​ຂອງວິ​ທະ​ຍາ​ຄານນາຍ​ທະ​ຫານ​ປ້ອງ​ກັນ​ອາ​ກາດ, ເຫຼົ່າ​ຮົບ​ປ້ອງ​ກັນ​ອາ​ກາດ - ະ​ຫານ​ອາ​ກາດ ໂດຍ​ລັດ​ຖະ​ບານ ອິນ​ເດຍ ອຸ​ປ​ະ​ຖຳ ແລະ ເປັນ​ສັກ​ຂີ​ພິ​ຍານ​ພິ​ທີ​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ຮ່ວມ​ມື​ລະ​ຫວ່າງ ມະ​ຫາ​ວິ​ທະ​ຍາ​ໄລ ຕິດ​ຕໍ່​ສື່​ສານ ຫວຽດ​ນາມ ແລະ ມະ​ຫາ​ວິ​ທະ​ຍາ​ໄລ​ເຕັກ​ນິກ​ຕິດ​ຕໍ່​ສື່​ສານ​ການ​ທະ​ຫານ ອິນ​ເດຍ./.

(ແຫຼ່ງຄັດຈາກ VOV)

ທ່ານ​ໂຕ​ເລິມເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ: ສ້າງ​ ດົ່ງ​ນ​າຍ​​ໃຫ້​ກາຍເປັນ​ນະ​ຄອ​ນ​ຂຶ້ນ​ກັບ​ສູນ​ກາງ

ທ່ານ​ໂຕ​ເລິມເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ: ສ້າງ​ ດົ່ງ​ນ​າຍ​​ໃຫ້​ກາຍເປັນ​ນະ​ຄອ​ນ​ຂຶ້ນ​ກັບ​ສູນ​ກາງ

ຕອນ​ຄ່ຳ​ວັນ​ທີ 18 ພຶດ​ສະ​ພາ, ຢູ່​ສະ​ໜາມຫຼວງ ລອງ​ຮຶງ (ນະ​ຄອນ ດົ່ງ​ນາຍ), ໄດ້​ດຳ​ເນີນ​ພິ​ທີ​ປະ​ກາດ​ມະ​ຕິ​ຂອງ​ສະ​ພາ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ນະ​ຄອນ ດົ່ງ​ນາຍ ແລະປະ​ດັບຫຼຽນ​ໄຊ​ແຮງ​ງານ​ຊັ້ນ​ໜຶ່ງ.

Top