• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການພົວພັນ ຫວຽດນາມ - ອຽກລັງ ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ

ທ່ານນາງ ເລທິທູຮັ່ງ ສະເໜີໃຫ້ 2 ຝ່າຍຊຸກຍູ້ການກຳນົດທິດການຮ່ວມມືຈຸດສຸມຈຳນວນໜຶ່ງ
  ທ່ານ​ນາງ ເລ​ທິ​ທູ​ຮັ່ງ, ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ແລະ ທ່ານນາງ Deirdre Ní Fhallúin ເອກ​ອັກ​ຄະ​ລັດ​ຖ​ະ​ທູດ ອຽກ​ລັງ ປະ​ຈຳ ຫວຽດ​ນາມ. (ພາບ: ກະ​ຊວງ​ກາ​ນ​ຕ່າງ​ປະ​ເທດ ຫວຽດ​ນາມ)  

ເພື່ອ​ມຸ່ງ​ໄປ​ເຖິງ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ 30 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ - ອຽກ​ລັງ (1996 – 2026), ຕອນ​ບ່າຍ​ວັນ​ທີ 21 ເມ​ສາ, ຢູ່ ຮ່າ​ໂນ້ຍ, ທ່ານ​ນາງ ເລ​ທິ​ທູ​ຮັ່ງ, ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໄດ້​ຕ້ອນ​ຮັບ ​ທ່ານ Deirdre Ní Fhallúin ເອກ​ອັກ​ຄະ​ລັດ​ຖ​ະ​ທູດ ອຽກ​ລັງ ປະ​ຈຳ ຫວຽດ​ນາມ.

ທີ່​ການ​ຕ້ອນ​ຮັບ, ທ່າ​ນນາງ ເລ​ທິ​ທູ​ຮັ່ງ ສະ​ເໜີ​​ໃຫ້ 2 ຝ່າຍ​ຊຸກ​ຍູ້ການ​ກຳ​ນົດ​ທິດການຮ່ວມມື​ຈຸດ​ສຸມ​ຈຳ​ນວນ​ໜຶ່ງ, ຄື: ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ; ຍູ້​ແຮງ​ການ​ແລກ​ປ່ຽນ​ຄະ​ນະ​ຜູ​້​ແທນ​ທຸກ​ຂັ້ນ, ໂດຍ​ສະ​ເພາະ​ແມ່ນ​ຂັ້ນ​ສູ​ງ; ຈັດ​ບັນ​ດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກ​ປ່ຽນ​ຊາວ​ໜ​ຸ່ມ, ນັກ​ສຶກ​ສາ, ວັດ​ທະ​ນະ​ທຳ, ສິ​ລະ​ປະ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 30 ປີ​ແຫ່ງວັນ​ສ້າງ​ຕ​ັ້ງ​ການ​ພົວ​ພັນ​ທາງ​ການ​ທູດ; ຊຸກ​ຍູ້ ອຽກ​ລັງ ໃຫ້​ສັດ​ຕະ​ຍາ​ບັນ​ສັນ​ຍາ​ອາ​ລັກ​ຂາ​ການ​ລົງ​ທຶນ ເພື່ອ​ໃຫ້ ຫວຽດ​ນາມ - ສະ​ຫະ​ພາບ ເອີ​ລົບ (ອີ​ຢູ) (EVIPA) ໂດຍ​ໄວ; ສົ່ງ​ເສີມ​ວິ​ສາ​ຫະ​ກິດ​ທ່ອງ​ທ່ຽວ ອຽກ​ລັງ ເຂົ້​າ​ຮ່ວ​ມ​ບັນ​ດາ​ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ​ຢູ​່ ຫວຽດ​ນາມ…

ສ່ວ​ນ​ທ່ານ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ Deirdre Ní Fhallúin ປາດ​ຖະ​ໜາ​ຢາກ​ຈັດຫຼາຍ​ການ​ເຄື່ອນ​ໄຫວ​​ພົ​ບ​ປະ​ແລກ​ປ່ຽນວັດ​ທະ​ນະ​ທຳ​ ຄື: ການ​ສະ​ແດງ​​ເຄື່ອງດົນ​ຕີ, ບັນ​ດາ​ເຫດ​ການ​ໂຄ​ສະ​ນາ​ພາບ​ພົດ​ປະ​ເທດ​ຊາດ, ຊາວ ອຽກ​ລັງ ຢູ່ ຫວຽດ​ນາມ… ໃຫ້​ຫຼາຍກວ່າ​ອີກ.

(ແຫຼ່ງຄັດຈາກ VOV)

ງານບຸນ Rija Nagar ຢູ່ເຂດບ້ານ ຈຳເຟືອກຮຶວ, ແຄງຮວ່າ

ງານບຸນ Rija Nagar ຢູ່ເຂດບ້ານ ຈຳເຟືອກຮຶວ, ແຄງຮວ່າ

ນັບແຕ່ກາງເດືອນ ເມສາ, ມີຫຼາຍບ້ານ ຈຳ ຢູ່ທາງທິດໃຕ້ພາກກາງ ໄດ້ກ້າວເຂົ້າສູ່ງານບຸນ Rija Nagar, ເປີດສາກໃຫ້ຕົ້ນປີໃໝ່ຕາມປະຕິທິນ ຈຳ.

Top