ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງກວດກາຄືນລະບົບກົດໝາຍ, ຂັ້ນຕອນການຄຸ້ມຄອງເຖິງການຂຸດຄົ້ນສິນໃນນ້ຳຢ່າງຮອບດ້ານ, ຈາກການຄວບຄຸມໜ່ວຍກອງກຳປັ່ນ, ການຊອກຫາຕົ້ນກຳເນີດ ຕະຫຼອດຮອດການນຳເຂົ້າວັດຖຸດິບ.
(ທ່ານຮອງນາຍົກລັດຖະມົນຕີ ໂຮ່ກວັກຢຸງ ກ່າວຄຳເຫັນທີ່ກອງປະຊຸມ)
ວັນທີ 16 ເມສາ, ຢູ່ສຳນັກງານລັດຖະບານ, ທ່ານ ໂຮ່ກວັກຢຸງ, ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມຄັ້ງທີ 34 ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານການຫາປາແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU).
ທ່ານຮອງນາຍົກລັດຖະມົນຕີ ໂຮ່ກວັກຢຸງ ເນັ້ນໜັກວ່າ ເພື່ອແກ້ໄຂບັດເຫຼືອງ IUU ຂອງຄະນະກຳມະການ ເອີລົບ (ອີຊີ), ຕ້ອງມີການປ່ຽນແປງໂດຍພື້ນຖານໃນການປະຕິບັດການຈັດຕັ້ງ, ຈາກການຊີ້ນຳຕະຫຼອດຮອດການກະທຳລະອຽດ.
“ສະເໜີໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ສືບຕໍ່ປະຕິບັດບັນດາຄຳຊີ້ນຳກ່ອນນີ້ຢ່າງເຂັ້ມງວດ. ໃນນັ້ນ, ມອບໜ້າທີ່ລະອຽດໃຫ້ບັນດາຂະແໜງການ, ທ້ອງຖິ່ນ. ກະຊວງໃດ, ຂະແໜງການໃດ, ທ້ອງຖິ່ນໃດບໍ່ປະຕິບັດຢ່າງຖືກຕ້ອງພວກເຮົາຕ້ອງກວດກາຕີລາຄາຄືນຢ່າງເຂັ້ມງວດ. ຂ້າພະເຈົ້າສະເໜີໃຫ້ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຕ້ອງຍື່ນສະເໜີການປະກາດໃຊ້ດຳລັດວ່າດ້ວຍການປັບໄໝບໍລິຫານ ໃນຂົງເຂດສິນໃນນ້ຳ ຕາມທິດແມ່ນເພີ່ມການປັບໄໝ. ເຮັດຜິດຮອດໃສພວກເຮົາປັບໄໝຮອດນັ້ນຢ່າງເຂັ້ມງວດ”.
ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງກວດກາຄືນລະບົບກົດໝາຍ, ຂັ້ນຕອນການຄຸ້ມຄອງເຖິງການຂຸດຄົ້ນສິນໃນນ້ຳຢ່າງຮອບດ້ານ, ຈາກການຄວບຄຸມໜ່ວຍກອງກຳປັ່ນ, ການຊອກຫາຕົ້ນກຳເນີດ ຕະຫຼອດຮອດການນຳເຂົ້າວັດຖຸດິບ.
(ແຫຼ່ງຄັດຈາກ VOV)