• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເປີດງານວາງສະແດງ ຕະຫຼາດນັດກະສິກຳສາກົນ AgroViet 2025

ວັນທີ 12 ພະຈິກ, ທີ່ນະຄອນຫຼວງ ຮ່າໂນ້ຍ, ສູນສົ່ງເສີມການຄ້າກະສິກຳ (ກະຊວງກະສິກຳ ແລະ ສິ່ງແວດລ້ອມ) ໄດ້ຈັດພິທີເປີດງານວາງສະແດງ ຕະຫຼາດນັດກະສິກຳສາກົນ AgroViet 2025. ນີ້ແມ່ນເຫດການສົ່ງເສີມການຄ້າປະຈຳປີ ທີ່ມີຄວາມສໍາຄັນຂອງຂະແໜງກະສິກຳ ແລະ ສິ່ງແວດລ້ອມ.
 ພາບລວມຂອງພິທີເປີດງານວາງສະແດງ ຕະຫຼາດນັດກະສິກຳສາກົນ AgroViet 2025 

ທ່ານ ຫງວຽນມິງຕ໋ຽນ, ຜູ້ອຳນວຍການສູນ ສົ່ງເສີມການຄ້າກະສິກຳ (ກະຊວງກະສິກຳ ແລະ ສິ່ງແວດລ້ອມ) ໄດ້ຂຶ້ນກ່າວຄໍາເຫັນເປີດງານ ແລະ ເນັ້ນໜັກວ່າ: ໃນສະພາບການທີ່ໂລກາພິວັດນັບມື້ຍິ່ງເລິກເຊິ່ງ ແລະ ການປ່ຽນແປງຂອງດິນຟ້າອາກາດມີຄວາມສັບສົນ, ຂະແໜງກະສິກຳ ແລະ ສິ່ງແວດລ້ອມ ບໍ່ພຽງແຕ່ສືບຕໍ່ເປັນ "ເສົາຫຼັກ" ຂອງເສດຖະກິດເທົ່ານັ້ນ, ແຕ່ຍັງພວມເຕີບໃຫຍ່ຂະຫຍາຍຕົວຢ່າງແຂງແຮງ, ຢືນຢັນຖານະຂອງຊາດໃນເວທີສາກົນ, ກາຍເປັນໜຶ່ງໃນຂົງເຂດບຸກເບີກໃນການພັດທະນາສີຂຽວ ແລະ ຍືນຍົງ.

ປັດຈຸບັນ, ຫວຽດນາມ ຈັດຢູ່ໃນກຸ່ມປະເທດທີ່ສົ່ງອອກ ຜະລິດຕະພັນ ກະສິກຳຊັ້ນນໍາຂອງໂລກ, ໂດຍສະເພາະ ແມ່ນບັນດາສິນຄ້າຫຼັກເຊັ່ນ: ເຂົ້າ, ກາເຟ, ໝາກພິກໄທ, ໝາກມ່ວງຫິມະພານ, ຜັກ ແລະ ໝາກໄມ້, ສັດນ້ຳ ແລະ ເຄື່ອງໄມ້. ຜະລິດຕະພັນກະສິກຳຂອງ ຫວຽດນາມ ໄດ້ສົ່ງອອກໄປຍັງກວ່າ 200 ປະເທດ ແລະ ເຂດແຄ້ວນ. ສະເພາະພຽງແຕ່ 10 ເດືອນຕົ້ນປີ 2025, ມູນຄ່າການສົ່ງອອກ ຜະລິດຕະພັນກະສິກຳ, ປ່າໄມ້ ແລະ ສັດນ້ຳ ບັນລຸ 58,13 ຕື້ໂດລາສະຫະລັດ, ເພີ່ມຂຶ້ນເກືອບ 13% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ແລະ ຄາດວ່າຈະບັນລຸ 70 ຕື້ໂດລາສະຫະລັດ ຕະຫຼອດປີ - ເປັນລະດັບສູງສຸດເທົ່າທີ່ເຄີຍມີມາ.
 ທ່ານ ຫງວຽນມິນຕ໋ຽນ, ຜູ້ອຳນວຍການ ສູນສົ່ງເສີມການຄ້າ ກະສິກຳ (ກະຊວງກະສິກຳ ແລະ ສິ່ງແວດລ້ອມ) ຂຶ້ນກ່າວຄຳເຫັນໃນພິທີເປີດ.

ທ່ານ ຫງວຽນມິງຕ໋ຽນ ໄດ້ແຈ້ງໃຫ້ຊາບວ່າ: AgroViet 2025 ແມ່ນໜຶ່ງໃນບັນດາກິດຈະກຳ ທີ່ແນໃສ່ຂະຫຍາຍ ຕະຫຼາດ ສົ່ງອອກ, ຊຸກຍູ້ການບໍລິໂພກ ຜະລິດຕະພັນກະສິກຳ ພາຍໃນ ປະເທດ, ເຊື່ອມຕໍ່ການສະໜອງ ແລະ ຄວາມຕ້ອງການ, ໂຄສະນາເຜີຍແຜ່ຍີ່ຫໍ້ ແລະ ຍົກສູງຄຸນຄ່າຂອງຜະລິດຕະພັນ ກະສິກຳ ຫວຽດນາມ ໃນລະບົບຕ່ອງໂສ້ມູນຄ່າທົ່ວໂລກ. ດ້ວຍຫົວຂໍ້ "ການປະສົມປະສານມູນເຊື້ອ - ການເຊື່ອມໂຍງ ສາກົນ", ງານ AgroViet 2025 ມີຂະໜາດເກືອບ 250 ຮ້ານ ວາງສະແດງ ທີ່ໄດ້ຮັບການອອກແບບ ແລະ ຕົບແຕ່ງ ເປັນພິເສດ, ເພື່ອແນະນຳ, ວາງສະແດງ ແລະ ສ້າງປະສົບການ ໃຫ້ແກ່ບັນດາຜະລິດຕະພັນກະສິກຳ ທີ່ຫຼາກຫຼາຍ ແລະ ອຸດົມສົມບູນ.

ງານດັ່ງກ່າວໄດ້ເຕົ້າໂຮມຫຼາຍກວ່າ 100 ຫົວໜ່ວຍ ທັງພາຍໃນ ແລະ ຕ່າງປະເທດ, ລວມທັງບໍລິສັດ, ສະຫະກອນ, ສະຖານປະກອບການຜະລິດ ພ້ອມດ້ວຍ ຜູ້ຕາງໜ້າຈາກ 23 ແຂວງ, ນະຄອນ ທົ່ວປະເທດເຊັ່ນ: ຮ່າໂນ້ຍ, ນະຄອນ ໂຮ່ຈີມິນ, ແທງຮ໋ວາ, ເລີມດົ່ງ, ເກິ່ນເທີ, ເຫວ້, ດົ່ງທາບ, ເຊີນລາ, ລາວກາຍ… ພ້ອມກັບບັນດາ ອົງການຈັດຕັ້ງ ແລະ ບໍລິສັດສາກົນຈາກ ຍີ່ປຸ່ນ, ສ ເກົາຫຼີ, ອົດສະຕຣາລີ, ສປ ຈີນ.

ຮ້ານວາງສະແດງຕ່າງໆໃນງານໄດ້ແນະນໍາກຸ່ມຜະລິດຕະພັນກະສິກຳ, ປ່າໄມ້ ແລະ ສັດນ້ຳທີ່ເປັນສິນຄ້າສົ່ງອອກຫຼັກ, ຜະລິດຕະພັນ OCOP ທີ່ໄດ້ຮັບ 3 ດາວຂຶ້ນໄປ, ຜະລິດຕະພັນພິເສດຂອງແຕ່ລະພາກພື້ນ, ຫັດຖະກຳ ສິລະປະ, ຜະລິດຕະພັນປອດສານພິດ, ທີ່ເປັນມິດ ກັບສິ່ງແວດລ້ອມ, ພ້ອມທັງເຄື່ອງຈັກ, ອຸປະກອນ ແລະ ວັດຖຸດິບກະສິກຳທີ່ທັນສະໄໝ ເພື່ອຮັບໃຊ້ການຜະລິດ, ການປຸງແຕ່ງຫຼັງການເກັບກ່ຽວ. ໃນຂອບເຂດຂອງງານ, ຄະນະຈັດງານໄດ້ສົມທົບກັບບັນດາຫົວໜ່ວຍທັງພາຍໃນ ແລະ ຕ່າງປະເທດ ຈັດຫຼາຍລາຍການ: ກອງປະຊຸມ, ສໍາມະນາ, ການຄ້າສາກົນ, ແນະນໍາພື້ນທີ່ ໂຄສະນາ ການນໍາໃຊ້ການຄ້າ ອີເລັກໂທຣນິກ ສໍາລັບສິນຄ້າກະສິກຳ ແລະ ພື້ນທີ່ສຳຜັດກັບອາຫານພື້ນເມືອງ, ເຊື່ອມຕໍ່ໂດຍກົງ ລະຫວ່າງຜູ້ຜະລິດ, ທຸລະກິດ ແລະ ຜູ້ບໍລິໂພກ.

 ບັນດາຜູ້ແທນຕັດແຖບຜ້າ ເປີດງານວາງສະແດງ ຕະຫຼາດນັດ.
ພື້ນທີ່ວາງສະແດງຂອງພະແນກກະສິກຳ ແລະ ສິ່ງແວດລ້ອມ ຮ່າໂນ້ຍ ໄດ້ຖືກຈັດວາງຢ່າງສວຍງາມ ແລະ ມີຄວາມໝາຍ.
  ຜູ້ແທນ ແລະ ແຂກຖືກເຊີນ ເຂົ້າຊົມຮ້ານວາງສະແດງ ຜະລິດຕະພັນຕ່າງໆ.
 ງານວາງສະແດງກະສິກຳສາກົນ AgroViet 2025 ມີຂະໜາດເກືອບ 250 ຮ້ານວາງສະແດງ ທີ່ໄດ້ຮັບການອອກແບບ ແລະ ຕົບແຕ່ງເປັນພິເສດ.

ໂດຍສະເພາະ, ປີນີ້, AgroViet 2025 ໄດ້ສົມທົບກັບ TikTok ຫວຽດນາມ ຈັດໂຄງການຖ່າຍທອດສົດ ເພື່ອ ໂຄສະນາ, ຂາຍຜະລິດຕະພັນກະສິກຳ, ແນະນໍາວິທີການ ໃຫ້ບໍລິສັດ, ສະຫະກອນ, ຫົວໜ່ວຍ OCOP ເປີດຊ່ອງທາງ ການຄ້າອີເລັກໂທຣນິກ, ນຳໃຊ້ເຕັກໂນໂລຊີ ດີຈີຕອນ ໃນການບໍລິໂພກ ຜະລິດຕະພັນ, ເຊິ່ງໄດ້ປະກອບສ່ວນ ນຳເອົາຜະລິດຕະພັນກະສິກຳຂອງ ຫວຽດນາມ ເຂົ້າສູ່ ລະບົບເສດຖະກິດ ດີຈີຕອນຢ່າງແຂງແຮງ.

ງານສົມທົບການວາງສະແດງກະສິກຳສາກົນ AgroViet 2025 ຈະດໍາເນີນໄປຈົນຮອດໝົດວັນທີ 16 ພະຈິກ. 

ປະຕິບັດໂດຍ: ກົງດາດ/VNP

ບັນ​ດາ​ທ້ອງ​ຖິ່ນ​ຕ້ອງ​ປັບ​ປຸ​ງ​ລະ​ບົບ​ຕິດ​ຕາມກວດ​ກາ​ອາ​ຊີບ​ຫາ​ປາ​ໃຫ້​ສົມ​ບູນ​ແບບ

ບັນ​ດາ​ທ້ອງ​ຖິ່ນ​ຕ້ອງ​ປັບ​ປຸ​ງ​ລະ​ບົບ​ຕິດ​ຕາມກວດ​ກາ​ອາ​ຊີບ​ຫາ​ປາ​ໃຫ້​ສົມ​ບູນ​ແບບ

ຕາມການລາຍງານຂອງກອງປະຊຸມ, ໄລ່ຮອດວັນທີ 15 ພະຈິກ, ຈຳນວນກ່ຳປັ່ນຫາປ່າທີ່ພວມມີໃນປັດຈຸບັນຢູ່ທ້ອງຖິ່ນຕ່າງໆ ໄດ້ຈົດທະບຽນ ແລະ ອັບເດດທາງຖານຂໍ້ມູນອາຊີບຫາປາແຫ່ງຊາດ (VNFishbase) ແມ່ນ 79.360/79.360 ລຳ (ບັນລຸ 100%).

Top