ຕອນເຊົ້າວັນທີ 05 ພະຈິກ, ທີ່ສູນວາງສະແດງສາກົນ ຮ່າໂນ້ຍ (ICE), ງານວາງສະແດງສາກົນສະເພາະຂະແໜງອາຫານ ແລະ ເຄື່ອງດື່ມ ທີ່ນະຄອນຫຼວງຮ່າໂນ້ຍ (Vietfood & Beverage - Propack Vietnam 2025) ໄດ້ໄຂຂຶ້ນຢ່າງເປັນທາງການ. ເຫດການຄັ້ງນີ້ຖືກຈັດຂຶ້ນໂດຍ ບໍລິສັດ VINEXAD, ໂດຍການຮ່ວມມືກັບ ສະມາຄົມທັນຍາຫານ ແລະ ສະບຽງອາຫານ ນະຄອນ ໂຮ່ຈີມິນ (FFA) ແລະ ສະມາຄົມ ເບຍ - ເຫຼົ້າ - ເຄື່ອງດື່ມ ຫວຽດນາມ (VBA), ເພື່ອແນໃສ່ແນະນຳຜະລິດຕະພັນ ທີ່ມີເຕັກໂນໂລຊີ ທີ່ທັນສະໄໝ, ສ້າງຂົວຕໍ່ການຄ້າ ລະຫວ່າງ ຜູ້ຜະລິດ - ຜູ້ຈໍາໜ່າຍ - ຜູ້ຂາຍຍ່ອຍ, ເປີດໂອກາດໃນການເຊື່ອມຕໍ່, ຮ່ວມມື ແລະ ເປີດກວ້າງຕະຫຼາດໃຫ້ແກ່ຊຸມຊົນທຸລະກິດ F&B (ອາຫານ ແລະ ເຄື່ອງດື່ມ).
ດ້ວຍຂະໜາດພື້ນທີ່ວາງສະແດງກວ້າງເຖິງ 6.500 ມ2, ງານວາງສະແດງ Vietfood & Beverage - Propack Vietnam 2025 ໄດ້ຢືນຢັນຖານະເປັນງານວາງສະແດງ F&B ທີ່ໃຫຍ່ທີ່ສຸດໃນພາກເໜືອ, ເຊິ່ງໄດ້ເຕົ້າໂຮມ 400 ຮ້ານ ວາງສະແດງ ຂອງ ກວ່າ 350 ບໍລິສັດ ທີ່ມາຈາກ 10 ປະເທດ ແລະ ເຂດແຄ້ວນ. ເຫດການຄັ້ງນີ້ ໄດ້ນໍາສະເໜີ ພາບລວມ ທີ່ຄົບຖ້ວນ ຂອງຂະແໜງອາຫານ ແລະ ເຄື່ອງດື່ມ, ແນະນໍາລະບົບຕ່ອງໂສ້ຜະລິດຕະພັນ, ເຕັກໂນໂລຊີ ແລະ ວິທີແກ້ໄຂບັນຫາທີ່ທັນສະໄໝ ໃນຂົງເຂດ: ອາຫານ, ເຄື່ອງດື່ມ, ວັດຖຸດິບ - ເຄື່ອງປຸງແຕ່ງ, ອຸປະກອນປຸງແຕ່ງ - ເຄື່ອງຫຸ້ມຫໍ່ ແລະ ການຫຸ້ມຫໍ່.
ທ່ານ ຫວູບ໋າຟູ໋, ຫົວໜ້າກົມຊຸກຍູ້ການຄ້າ (ກະຊວງອຸດສາຫະກຳ ແລະ ການຄ້າ) ກ່າວຄໍາເຫັນໃນພິທີເປີດ.
ທ່ານ Marcus Malsch, ລັດຖະມົນຕີກະຊວງເສດຖະກິດ, ກະສິກຳ ແລະ ພັດທະນາຊົນນະບົດ ລັດ Thuringia, ສປ. ເຢຍລະມັນ ຂຶ້ນກ່າວຄໍາເຫັນໃນພິທີເປີດ.
ບັນດາຜູ້ແທນກໍາລັງທຳພິທີເປີດງານວາງສະແດງສາກົນ ສະເພາະຂະແໜງອາຫານ ແລະ ເຄື່ອງດື່ມ ທີ່ນະຄອນຫຼວງ ຮ່າໂນ້ຍ (Vietfood & Beverage - Propack Vietnam 2025).
ນອກຈາກນີ້, ຍັງເປັນໂອກາດໃຫ້ແກ່ບັນດາບໍລິສັດ, ຜູ້ນຳເຂົ້າ, ລະບົບຂາຍຍ່ອຍ ໄດ້ຊອກຫາແຫຼ່ງສະໜອງທີ່ໜ້າເຊື່ອຖື, ພົບປະໂດຍກົງ ກັບບັນດາຍີ່ຫໍ້ ທີ່ມີຊື່ສຽງ, ພ້ອມທັງສຳຫຼວດ ແນວໂນ້ມການຊົມໃຊ້ ແລະ ເຕັກໂນໂລຊີໃໝ່ຫຼ້າສຸດ ຂອງຂະແໜງ F&B ໃນພາກພື້ນ ແລະ ທົ່ວໂລກ.
ເຫດການດັ່ງກ່າວແມ່ນຂົວຕໍ່ຍຸດທະສາດຂອງຂະແໜງ F&B ຫວຽດນາມ, ງານ Vietfood & Beverage - Propack Vietnam 2025 ທີ່ຮ່າໂນ້ຍ ບໍ່ພຽງແຕ່ນຳມາເຊິ່ງມູນຄ່າ ທາງດ້ານການຄ້າເທົ່ານັ້ນ, ແຕ່ຍັງປະກອບສ່ວນ ສົ່ງເສີມ ການປະດິດສ້າງໃໝ່, ການຫັນປ່ຽນສີຂຽວ ແລະ ການພັດທະນາແບບຍືນຍົງໃຫ້ແກ່ທົ່ວຂະແໜງການ.
ຜູ້ແທນ ແລະ ແຂກຖືກເຊີນ ເຂົ້າຊົມຮ້ານວາງສະແດງ ຂອງພະແນກກະສິກຳ ແລະ ສິ່ງແວດລ້ອມ ນະຄອນຫຼວງ ຮ່າໂນ້ຍ.
ພາບລວມຂອງພື້ນທີ່ຮ້ານວາງສະແດງຕ່າງໆ ທີ່ສູນວາງສະແດງສາກົນ ຮ່າໂນ້ຍ (ICE).
ຫຼັງຈາກເຫດການທີ່ນະຄອນຫຼວງ ຮ່າໂນ້ຍ, ງານວາງສະແດງສາກົນສະເພາະຂະແໜງອາຫານ ແລະ ເຄື່ອງດື່ມ ທີ່ໃຫຍ່ທີ່ສຸດຂອງ ຫວຽດນາມ (Vietfood & Beverage - Propack Vietnam 2026) ຈະໄດ້ຈັດຂຶ້ນ ທີ່ນະຄອນ ໂຮ່ຈີມິນ ແຕ່ວັນທີ 06 – 08 ສິງຫາ 2026, ຄາດວ່າຈະມີຂະໜາດສູງສຸດເປັນປະຫວັດສາດ ດ້ວຍ 1.500 ຮ້ານວາງສະແດງ ເທິງເນື້ອທີ່ທັງໝົດ 30.000 ມ2.
ປະຕິບັດໂດຍ: ກົງດາດ/VNP