ເຫດການມີຊື່ວ່າ WTO Open Day 2026 ກໍ່ນຳເອົາໂອກາດໃຫ້ແກ່ແຂກທ່ອງທ່ຽວໄດ້ຄົ້ນຫາຕຶກອາຄານປະຫວັດສາດນີ້. ຫວຽດນາມ ກໍ່ໄດ້ມີຮ້ານວາງສະແດງຢູ່ທີ່ນີ້.
ຮ້ານວາງສະແດງຂອງ ຫວຽດນາມ (ພາບ: TTXVN)
ວັນທີ 05 ກໍລະກົດ, ອົງການການຄ້າໂລກ (WTO) ໄດ້ເປີດປະຕູຕ້ອນຮັບມະຫາຊົນ ເນື່ອງໃນໂອກາດສະເຫຼີມສະຫຼອງ 100 ປີກໍ່ສ້າງສູນ William Rappard - ຕຶກອາຄານປະຫວັດສາດ ປະຈຸບັນແມ່ນສຳນັກງານຂອງ WTO. ເຫດການມີຊື່ວ່າ WTO Open Day 2026 ກໍ່ນຳເອົາໂອກາດໃຫ້ແກ່ແຂກທ່ອງທ່ຽວໄດ້ຄົ້ນຫາຕຶກອາຄານປະຫວັດສາດນີ້. ຫວຽດນາມ ກໍ່ໄດ້ມີຮ້ານວາງສະແດງຢູ່ທີ່ນີ້.
ຜ່ານເຫດການ WTO Open Day 2026, ບັນດາສະມາຊິກ WTO ມີໂອກາດແນະນຳສີສັນວັດທະນະທຳຂອງຕົນເຖິງມະຫາຊົນສາກົນ, ພ້ອມກັນນັ້ນ, ປະກອບສ່ວນເພີ່ມຄວາມເຂົ້າໃຈຂອງປະຊາຊົນກ່ຽວກັບບົດບາດຂອງລະບົບການຄ້າຫຼາຍຝ່າຍ. ຮ້ານວາງສະແດງອາຫານການກິນຂອງ ຫວຽດນາມ ໄດ້ດຶງດູດແຂກຢ້ຽມຊົມເປັນຈຳນວນຫຼາຍມາຮັບປະທານບັນດາເຍື່ອງອາຫານທີ່ເຂັ້ມຂຸ້ນໄປດ້ວຍສີສັນຂອງ ຫວຽດນາມ ແລະ ສ້າງຄວາມປະທັບໃຈທີ່ດີງາມຕໍ່ເພື່ອນມິດສາກົນ ຜ່ານຄວາມເປັນມິດ, ຮັກແພງແຂກຄົນ ພ້ອມກັບບັນດາຈຸດທີ່ເປັນເອກະລັກສະເພາະຂອງວັດທະນະທຳ ແລະ ອາຫານການກິນຂອງ ຫວຽດນາມ.
(ແຫຼ່ງຄັດຈາກ VOV)