• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ່າ​ໂນ້ຍ ທົດລອງ​ການພະຍາກອນ​ຄຸນ​ນະ​ພາບ​ອາ​ກາດ

ນະຄອນ ຮ່າໂນ້ຍ ພວມຜັນຂະຫຍາຍການທົດລອງລະບົບພະຍາກອນຄຸນນະພາບອາກາດລວ່ງໜ້າ HanoiAir. ນີ້ແມ່ນໂປຼແກຼມ ປະສົມ AI, ພະຍາກອນ PM2.5 ໄດ້ກ່ອນເຖິງ 9 ວັນ, ຊື່ງໄດ້ຮັບຄວາມຄາດຫວັງວ່າຈະກາຍເປັນເຄື່ອງມືແຈ້ງເຕືອນມົນລະພິດທາງອາກາດ, ຊ່ວຍໃຫ້ ປຊຊ ເປັນເຈົ້າການໃນການປ້ອງກັນ ແລະ ຮັກສາສຸຂະພາບ.

  ຄຸນນະພາບອາກາດ ຮ່າໂນ້ຍ ຍາມໃດກໍ່ຢູ່ໃນລະດັບ “ບໍ່ປອດໂປ່ງ” ຮອດລະດັບ “ບໍ່ດີຕໍ່ສຸຂະພາບ (ພາບ: VOV)  

ຄຸນນະພາບອາກາດ ຮ່າໂນ້ຍ ຍາມໃດກໍ່ຢູ່ໃນລະດັບ “ບໍ່ປອດໂປ່ງ” ຮອດລະດັບ “ບໍ່ດີຕໍ່ສຸຂະພາບ”. ພິເສດ, ເຖິງວ່າຈະມີຝົນຕົກແຕ່ອາກາດມັກປ່ຽນແປງຕະຫຼອດ ພ້ອມກັບຄວາມປຽກຊື້ນແກ່ຍາວ ໄດ້ເຮັດໃຫ້ມົນລະພິດເພີ່ມຂຶ້ນ. ນາງ ເຈິ່ນເຍີດເລະ, ຢູ່ ແທັງຊວັນ-ຮ່າໂນ້ຍ ໄດ້ອັບເດດຂໍ້ມູນກ່ຽວກັບມົນລະພິດອາກາດໃນໜັງສືພິມທາງການເປັນປະຈຳ. ເຖິງວ່າຈຳນວນຂໍ້ມູນຂ່າວຍັງໜ້ອຍກໍ່ຕາມ ແລະ ພຽງແຕ່ປະກົດມີເມື່ອມົນລະພິດອາກາດຢູ່ໃນລະດັບຮ້າຍແຮງ. ດັ່ງນັ້ນ, ນາງ ເລະ ມີຄວາມຫ້າວຫັນທີ່ສຸດເມື່ອໄດ້ຮູ້ວ່າ ຮ່າໂນ້ຍ ພວມທົດລອງລະບົບພະຍາກອນຄຸນນະພາບອາກາດລ່ວງໜ້າ:

      ໃນຈຸດເວລາປະຈຸບັນ, ລຸ້ນໜຸ່ມອາດຈະບໍ່ສົນໃຈ ແຕ່ຫຼັງຈາກນີ້ເມື່ອກາຍເປັນພໍ່ເປັນແມ່ແລ້ວຈະເຫັນວ່າ ມັນເໝາະສົມກັບລູກຂອງຕົນທີ່ສຸດ. ອາດຈະວັດແທກຄຸນນະພາບອາກາດຢູ່ເຂດທີ່ເຮົາຢູ່, ຄວາມຊຸ່ມ, ອຸນຫະພູມ ຫຼືອາດຈະຄາດຄະເນບັນດາມາດຕະການເພື່ອປົວແປງຄຸນນະພາບອາກາດໄດ້.

(ພາບ: Gemini AI)

ບໍ່ພຽງແຕ່ນາງ ເລະ ເທົ່ານັ້ນ, ຊາວນະຄອນຫຼວງຫຼາຍຄົນ ກໍ່ໄດ້ເລີ່ມສົນໃຈຕໍ່ຂໍ້ມູນຂ່າວກ່ຽວກັບຄຸນນະພາບອາກາດ ແລະ ລໍຄອຍປະສິດທິຜົນຈາກໂປຼແກຼມໃໝ່ຂອງ ຮ່າໂນ້ຍ:

       ຫວັງວ່າ ຈະມີ app ນີ້ເພື່ແນະນຳໃຫ້ ປຊຊ ລະອຽດດີກວ່າກ່ຽວກັບອາກາດ, ໄດ້ເປີດກວ້າງອອກກໍ່ຍິ່ງດີ.

  ທ່ານນາງ ເລແທັງຖຸຍ, ຮອງຫົວໜ້າຫ້ອງການຄຸ້ມຄອງສິ່ງແວດລ້ອມ, ພະແນກກະສິກຳ ແລະ ສິ່ງແວດລ້ອມ ຮ່າໂນ້ຍ ໃຫ້ຮູ້ວ່າ: ນັບແຕ່ເດືອນກໍລະກົດ ປີ 2024, ພະແນກກະສິກຳ ແລະ ສິ່ງແວດລ້ອມ ໄດ້ສົມທົບກັບມະຫາວິທະຍາໄລເຕັກໂນໂລຊີ ແລະ ສູນພະຍາກອນອຸຕຸນິຍົມອຸທົກກະສາດແຫ່ງຊາດ ເພື່ອຄົ້ນຄວ້າເຄື່ອງມືທີ່ເໝາະສົມກັບເງື່ອນໄຂຂອງ ຮ່າໂນ້ຍ. ພາຍຫຼັງເວລາປະມານ 1 ປີເຄິ່ງທີ່ໄດ້ເຂົ້າເຄື່ອນໄຫວທົດລອງ ແລະ ປຽບທຽບກັບລະບົບກວດວັດແທກຂອງນະຄອນ, ຮູບແບບ HanoiAir ໄດ້ສະແດງໃຫ້ເຫັນລັກສະນະທີ່ເໝາະສົມ ແລະ ຊັດເຈນສູງພໍສົມຄວນ.

    ລະບົບໂດຍກຸ່ມຄົ້ນຄວ້າສິ່ງແວດລ້ອມອັດສະລີຍະ (GEOI) ພັດທະນາ, ໝູນໃຊ້ປັນຍາປະດິດ (AI), ໂຮມຂໍ້ມູນສົ້ນເຂົ້າຈາກຮູບແບບອຸຕຸນິຍົມທົ່ວໂລກ (GFS) ພ້ອມກັບບັນດາຂໍ້ມູນກ່ຽວກັບພົນລະເມືອງ, ການນຳໃຊ້ທີ່ດິນ, ອາຍເສຍ ແລະ ຂໍ້ມູນ PM2.5 ທາງການ ໂດຍອົງການຄຸ້ມຄອງເຄື່ອນໄຫວ. ທ່ານນາງ ເລແທັງຖຸຍ ໃຫ້ຮູ້ວ່າ:

    ຮູບແບບ HanoiAir ອະນຸຍາດໃຫ້ພະຍາກອນຄຸນນະພາບອາກາດໂດຍອີງຕາມຝຸ່ນ PM2.5 ໃນ 9 ວັນຢ່າງລຽນຕິດ ແລະ ແຂວງ/ນະຄອນໃກ້ຄຽງຈຳນວນໜຶ່ງ ກໍ່ເຫັນວ່າຄວາມສາມາດພະຍາກອນກ່ຽວກັບທ່າອ່ຽງຜັນແປຂອງ PM2.5 ແມ່ນໄດ້ດີ. ພວກຂ້າພະເຈົ້າ ຫວັງວ່າ ໃນເວລາໄວໆນີ້, app ນີ້ ຈະກາຍເປັນເຄື່ອງມື, ລະບົບທາງການຂອງນະຄອນ ຮ່າໂນ້ຍ, ຊ່ວຍໃຫ້ ປຊຊ ສາມາດເປັນເຈົ້າການເຂົ້າເຖິງຂໍ້ມູນຂ່າວ ແລະ ຮັບມືກັບສະພາບມົນລະພິດອາກາດ.

     ເມື່ອລະບົບໄດ້ນຳເຂົ້າເຄື່ອນໄຫວ, HanoiAir ບໍ່ພຽງແຕ່ໄດ້ໜູນຊ່ວຍຄວບຄຸມບັນດາບັ້ນມົນລະພິດໄລຍະສັນເທົ່ານັ້ນ, ຫາກຍັງແມ່ນພື້ນຖານເພື່ອໃຫ້ ຮ່າໂນ້ຍ ຜັນຂະຫຍາຍບັນດາຮູບແບບຄຸ້ມຄອງທີ່ທັນສະໄໝນຳອີກ, ເຊັ່ນ: ສ້າງເຂດປ່ອຍອາຍເສຍຕ່ຳ, ດັດສົມການຄົມມະນາຄົມຕາມລະດັບມົນລະພິດ, ນຳຄຸນນະພາບອາກາດກາຍເປັນດັດຊະນີສຳຄັນໃນການບໍລິຫານຕົວເມືອງອັດສະລີຍະ.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ບັນ​ດາ​ໂຮງ​ຮຽນ​ເຂດ​ຊາຍ​ແດນ​ແມ່ນ​ບ່ອນ​ຝາກ​ຝັງ​ຄວາມ​​ເຊື່ອໝັ້ນ, ຄວາມ​ຝັນ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ເຂດ​ຊາຍ​ແດນ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ບັນ​ດາ​ໂຮງ​ຮຽນ​ເຂດ​ຊາຍ​ແດນ​ແມ່ນ​ບ່ອນ​ຝາກ​ຝັງ​ຄວາມ​​ເຊື່ອໝັ້ນ, ຄວາມ​ຝັນ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ເຂດ​ຊາຍ​ແດນ

ຄວາມຕັດສິນຂອງກົມການເມືອງ ທີ່ເລີ່ມລົງມືກໍ່ສ້າງ 248 ໂຮງຮຽນສາມັນກິນນອນຂັ້ນປະຖົມ ແລະ ມັດທະຍົມຕອນຕົ້ນຢູ່ 248 ຕາແສງເຂດຊາຍແດນດິນຕໍ່ແຜ່ນ ແມ່ນແຜນນະໂຍບາຍທີ່ຖືກຕ້ອງ, ມີຄວາມໝາຍວັດທະນະທຳມະນຸດຢ່າງເລິກເຊິ່ງ.

Top