ເນື່ອງໃນໂອກາດສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ ວັນທີ 30 ເມສາ ແລະ ວັນກຳມະກອນສາກົນ ທີ 01 ພຶດສະພາ ປີ 2026, ຂະແໜງທ່ອງທ່ຽວ ຮ່າໂນ້ຍ ແລະ ສະຖານທີ່ຢ້ຽມຊົມຕ່າງໆໄດ້ຈັດຫຼາຍກິດຈະກຳ ເພື່ອແນໃສ່ເພີ່ມທະວີການເຊື່ອມຕໍ່, ລັກສະນະລົງຕົວຈິງໃຫ້ແກ່ແຂກທ່ອງທ່ຽວ.
ແຂກທ່ອງທ່ຽວລຽນແຖວເຂົ້າຢ້ຽມຊົມຄຸກຫວາຫຼໍ່ (ພາບ: TTXVN)
ສຸສານປະທານ ໂຮ່ຈີມິນ ແມ່ນສະຖານທີ່ດຶງດູດປະຊາຊົນ ແລະ ແຂກທ່ອງທ່ຽວເປັນຈຳນວນຫຼາຍໃນໂອກາດນີ້. ໄລ່ສະເພາະວັນທີ 30 ເມສາ ມີແຂກທ່ອງທ່ຽວກວ່າ 20.000 ເທື່ອຄົນ, ໃນນັ້ນ ມີແຂກທ່ອງທ່ຽວກວ່າ 4.000 ເທື່ອຄົນ ໄດ້ເຂົ້າສຸສານໄຫວ້ອາໄລປະທານ ໂຮ່ຈີມິນ.
ເຂດຖະໜົນຍ່າງອ້ອມໜອງ ຮວ່ານກຽມ (ໜອງເຕົ່າ) ແລະ ເຂດໃກ້ຄຽງ ໄດ້ຈັດກິດຈະກຳແຕ່ 7 ໂມງເຊົ້າຫາ 24 ໂມງຂອງວັນ 03 ພຶດສະພາຂຶ້ນຢ່າງຕໍ່ເນື່ອງ ອັນໄດ້ກາຍເປັນ “ເວທີເປີດ” ເພື່ອຮັບໃຊ້ປະຊາຊົນ ແລະ ແຂກທ່ອງທ່ຽວ ດ້ວຍຫຼາຍຮູບແບບ ນັບແຕ່ການຫຼີ້ນດົນຕີຢູ່ທ້ອງຖະໜົນ, ການກະທົບຕອບກັບຊຸມຊົນ, ການລະຫຼີ້ນພື້ນເມືອງ…, ໂດຍມີການປະສານສົມທົບລະຫວ່າງປັດໄຈມູນເຊືິ້ອ ແລະ ທັນສະໄໝ; ພົບປະແລກປ່ຽນ, ເຊື່ອມຕໍ່ລະຫວ່າງປະຊາຊົນໃນທ້ອງຖິ່ນກັບແຂກທ່ອງທ່ຽວ.
ບັນດາມໍລະດົກຄື ວັນໝຽວ - ກວັກຕືຢາມ, ພະລາດຊະວັງ ທັງລອງ ຫຼື ບັນດາຫໍພິພິທະພັນ ກໍດຶງດູດມະຫາຊົນເປັນຈຳນວນຫຼາຍດ້ວຍການຈັດງານວາງສະແດງຕ່າງໆ.
ພາບພົດການທ່ອງທ່ຽວ ຮ່າໂນ້ຍ ໃນໂອກາດວັນທີ 30 ເມສາ ແລະ ວັນທີ 01 ພຶດສະພາ ໄດ້ຊີ້ໃຫ້ເຫັນຄວາມຫຼາຍຮູບຫຼາຍແບບຢ່າງຈະແຈ້ງ.
(ແຫຼ່ງຄັດຈາກ VOV)