ຜູ້ຕາງໜ້າການນຳນະຄອນຮ່າໂນ້ຍໃຫ້ຮູ້ວ່າສຳລັບພິທີສະເຫຼີມສະຫຼອງ, ພິທີສວນສະໜາມ, ແຫ່ຂະບວນ, ຄາດວ່າຈະຈັດຂຶ້ນຢູ່ສະໜາມຫຼວມບາດິ່ງ ໃນວັນທີ 2 ກັນຍາ, ດ້ວຍ 28.000 ທີ່ນັ່ງ, ທາງນະຄອນໄດ້ມີວິທີການປະດັດປະດາໃຫ້ເວທີຢ່າງຄົບຖວ້ນ, ລະດົມມະຫາຊົນ, ຮັບປະກັນພາລະທິການ.
ທ່ານ ຫງວຽນຈ້ອງເງ້ຍຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງ ກ່າວຄຳເຫັນທີ່ການເຮັດວຽກ
ໂດຍປະຕິບັດຕາມແຜນການປະຕິບັດງານຂອງຄະນະຊີ້ນຳສູນກາງພິທີສະເຫຼີມສະຫຼອງບັນດາວັນບຸນໃຫຍ່ ແລະ ເຫດການປະຫວັດສາດສຳຄັນຂອງປະເທດຊາດ, ວັນທີ 10 ກໍລະກົດ ທ່ານ ຫງວຽນຈ້ອງເງ້ຍຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງ ມີການເຮັດວຽກກັບນະຄອນຮ່າໂນ້ຍ ແລະ ບັນດາຄະນະ, ກະຊວງ, ຂະແໜງການທີ່ກ່ຽວຂ້ອງເພື່ອສຳຫຼວດກວດຄືນບັນດາການເຄື່ອນໄຫວໃນພິທີສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ (19/08/1945-19/08/2025) ແລະ ວັນຊາດປະເທດສາທາລະນະລັດ ສັງຄົມນິຍົມ ຫວຽດນາມ (02/09/1945-02/09/2025)ໃຫ້ສຳເລັດຜົນ.
ຢູ່ກອງປະຊຸມ, ຜູ້ຕາງໜ້າການນຳນະຄອນຮ່າໂນ້ຍໃຫ້ຮູ້ວ່າສຳລັບພິທີສະເຫຼີມສະຫຼອງ, ພິທີສວນສະໜາມ, ແຫ່ຂະບວນ, ຄາດວ່າຈະຈັດຂຶ້ນຢູ່ສະໜາມຫຼວມບາດິ່ງ ໃນວັນທີ 2 ກັນຍາ, ດ້ວຍ 28.000 ທີ່ນັ່ງ, ທາງນະຄອນໄດ້ມີວິທີການປະດັດປະດາໃຫ້ເວທີຢ່າງຄົບຖວ້ນ, ລະດົມມະຫາຊົນ, ຮັບປະກັນພາລະທິການ, ການແພດ, ການປ້ອງກັນຄວາມສະຫງົບ ແລະ ການອະນາໄມສິ່ງແວດລ້ອມ. ສຳລັບງານວາງສະແດງ ແລະ ເຫດການຮ່ວມເດີນທາງ, ຮ່າໂນ້ຍຈະຈັດຂຶ້ນສະຖານທີ່ວາງສະແດງຢູ່ສູນງານວາງສະແດງແຫ່ງຊາດ (ແຕ່ວັນທີ 28 ສິງຫາ ຫາວັນທີ 5 ກັນຍາ), ງານວາງສແດງຢູ່ເຂດຮ່ອງຮອຍປະຫວັດສາດເຮືອນເລກທີ 48 ຖະໜົນຮ່າງງາງ, ແນະນຳຜະລິດຕະພັນ OCOP, ມໍລະດົກວັດທະນະທຳ ແລະ ການທ່ອງທ່ຽວນະຄອນ. ກ່ຽວກັບວັດທະນະທຳ - ສິລະປະ, ທາງນະຄອນຈະຈັດສອງລາຍການສະແດງສິລະປະພິເສດ ຢູ່ສະໜາມຫຼວງ ການປະຕິວັດເດືອນສິງຫາ ແລະ ສູນງານວາງສະແດງແຫ່ງຊາດ.
(ແຫຼ່ງຄັດຈາກ VOV)