• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ່າໂນ້ຍ ເພີ່ມທະວີການຫັນເປັນ ດີຈີຕອນ ໃນການຄຸ້ມຄອງ ຄວາມປອດໄພ ດ້ານອາຫານ

ເຊົ້າວັນທີ 20 ສິງຫາ, ທ່ີ ຮ່າໂນ້ຍ, ພະແນກກະສິກຳ ແລະ ສິ່ງ ແວດລ້ອມ ຮ່າໂນ້ຍ ໄດ້ສົມທົບກັບ ຄະນະເຕັກໂນໂລຊີ ອາຫານ , ສະຖາບັນກະສິກຳ ຫວຽດນາມ ໄດ້ຈັດຕັ້ງງານສຳມະນາ “ການ ຄຸ້ມຄອງ ຄວາມປອດໄພ ດ້ານອາຫານ ໃນຍຸກດີຈີຕອນ ແລະ ບັນດາວິທີແກ້ໄຂ ຍົກສູງຄຸນນະພາບ, ຄວາມປອດໄພ ດ້ານອາ ຫານ ຕ່ອງໂສ້ຜະລິດຕະພັນກະສິກຳ-ອາຫານ ຂອງ ຮ່າໂນ້ຍ”.
ພາບລວມ ພາຍໃນງານສຳມະນາ ທີ່ຈັດຂຶ້ນ ຢູ່ ຮ່າໂນ້ຍ.

ເຂົ້າຮ່ວມງານສຳມະນາ ມີ ທ່ານ ຕ້າວັນເຕື່ອງ, ຮອງຫົວ ໜ້າພະ ແນກກະສິກຳ ແລະ ສິ່ງແວດລ້ອມ ຮ່າໂນ້ຍ ພ້ອມດ້ວຍ ຜູ້ຕາງ ໜ້າ ສະຖາບັນກະສິກຳ ຫວຽດນາມ ແລະ ຜູ້ຕາງໜ້າ ບັນດາ ຮາກຖານ, ຂະແໜງອຸດສາຫະກຳ ແລະ ການຄ້າ, ສາທາລະ ນະສຸກ, ສະຫະພັນ ສະຫະກອນ.


ກ່າວປາໄສ ໃນງານສຳມະນາ, ທ່ານ ຕ້າວັນເຕື່ອງ, ຮອງຫົວໜ້າ ພະແນກກະສິກຳ ແລະ ສິ່ງແວດລ້ອມ ຮ່າໂນ້ຍ ໃຫ້ຮູ້ວ່າ ໃນສະ ພາບການ ນະຄອນຫຼວງ ພວມຊຸກຍູ້ ການພັດທະນາ, ສູ້ຊົນ ເຕີບໂຕ 2 ຕົວເລກ, ການພັດທະນາ ພື້ນຖານເສດຖະກິດກະສິ ກຳ ທັນສະໄໝ, ການເຕີບໂຕສີຂຽວ ໄດ້ຮັບບຸລິມະສິດ, ໃນນັ້ນ ຄວາມປອດໄພດ້ານອາຫານ, ການໝູນໃຊ້ ການຫັນເປັນ ດີຈີ ຕອນ, ການພັດທະນາ ຕ່ອງໂສ້ມູນຄ່າ ເປັນປັດໄຈຕັດສິນ ປະ ກອບສ່ວນເຂົ້າໃນ ການພັດທະນາ ຢ່າງຍືນຍົງ ຂອງຂະແໜງ ກະສິກຳ.

 

ທ່ານ ຕ້າວັນເຕື່ອງ, ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ ຮ່າໂນ້ຍ ກ່າວປາໄສໃນງານສຳມະນາ.

ປະຕິບັດ ມະຕິ 57 ກ່ຽວກັບ ການໝູນໃຊ້ ວິທະຍາສາດ ເຕັກໂນ ໂລຊີ, ນະວັດຕະກຳ ແລະ ການຫັນເປັນ ດີຈີຕອນ, ຮ່າໂນ້ຍ ໄດ້ ກຳນົດ ການໝູນໃຊ້ ເຕັກໂນໂລຊີ ດີຈີຕອນ ແມ່ນ ວິທີແກ້ໄຂ ກວມລວມ ໃນການຄຸ້ມຄອງ ຄວາມປອດໄພ ດ້ານອາຫານ, ຄວາມໂປ່ງໃສ ກ່ຽວກັບແຫຼ່ງທີ່ມາ ຂອງ ອາຫານ. ພະແນກກະສິ ກຳ ແລະ ສິ່ງແວດລ້ອມ ຮ່າໂນ້ຍ ພວມຮັກສາ ລະບົບ check.hanoi.gov.vn ທີ່ໄດ້ຮັບການສ້າງຂຶ້ນ ຕັ້ງແຕ່ ປີ 2018 ດ້ວຍ ຖານຂໍ້ມູນ ຂອງຫຼາຍກວ່າ 12.300 ຜະລິດຕະພັນ ທີ່ໄດ້ ຮັບການອອກ ລະຫັດ QR ຈາກ 3.300 ຮາກຖານ. ຄຽງຂ້າງ ນັ້ນ, ພະແນກ ພວມສົມທົບຢ່າງແໜ້ນແຟ້ນກັບ ກະຊວງ ກະສິ ກຳ ແລະ ພັດທະນາ ຊົນນະບົດ ເພື່ອເຊື່ອມໂຍງ ຖານຂໍ້ມູນ ການກວດສອບ ແຫຼ່ງທີ່ມາ ຂຶ້ນລະບົບ ກວດສອບແຫຼ່ງທີ່ມາ ຜະ ລິດຕະພັນ ກະເສດ ຂອງ ກະຊວງ, ພວມທົດລອງກວດສອບ ແຫຼ່ງທີ່ມາ ສຳລັບ ບັນດາກຸ່ມຜະລິດຕະພັນບູລິມະສິດ ຄື: ຊີ້ນ ໝູ, ຊີ້ນໄກ່, ຜັກ-ຫົວ ແລະ ຊາ. ການທົດລອງນຳໃຊ້ປຶ້ມບັນທຶກ ຂໍ້ມູນແບບ ເອເລັກໂຕຣນິກ ໃນເຂດປູກຜັກ ວັນດຶກ, ດົງກາວ; ຕ່ອງໂສ້ ຊີ້ນໝູ ຂອງ ບໍລິສັດ ວິງແອັງ, ຊີ້ນໄກ່ ຂອງ ບໍລິສັດ Green chicken, ຕ່ອງໂສ້ຊາດອກໄມ້ເຫຼືອງ ຂອງ ສະຫະກອນ ຕຽນເຢືອງ ແມ່ນຫຼັກຖານ ໃຫ້ແກ່ການຫັນເປັນ ດີຈີຕອນ ຈາກ ທົ່ງນາ, ຟາມ ສູ່ໂຕະອາຫານ, ຊ່ວຍໃຫ້ຜູ້ບໍລິໂພກ ສາມາດກວດ ສອບແຫຼ່ງທີ່ມາ, ຈະແຈ້ງດ້ານຂໍ້ມູນຂ່າວສານໄດ້ ຢ່າງສະດວກ.

ປອ. ຫງວຽນຍືຕຽບ-ອະດີດ ຫົວໜ້າກົມ ຄຸນນະພາບ, ປຸງແຕ່ງ ແລະ ພັດທະນາຕະຫຼາດ ກ່າວປາໄສ ໃນງານສຳມະນາ.

ຕາມບົດລາຍງານ ໃນງານສຳມະນາ, ປັດຈຸບັນ, ຮ່າໂນ້ຍ ຮັກ ສາ ແລະ ພັດທະນາ 182 ຕ່ອງໂສ້ ເຊື່ອມໂຍງ ການຜະລິດ- ການຈຳໜ່າຍ ພາຍໃນ, ທັງເຊື່ອມຕໍ່ກັບ 1.388 ຕ່ອງໂສ້ ຈາກ 33 ແຂວງ, ນະຄອນ ແນໃສ່ ຮັບປະກັນ ແຫຼ່ງສະໜອງ ຜະລິດ ຕະພັນກະສິກຳ, ອາຫານ ສຳລັບ ປະຊາກອນ ນະຄອນຫຼວງ ປະມານ 10 ລ້ານຄົນ. ນະຄອນ ພວມຜັນຂະຫຍາຍ ບັນດາ ນະ ໂຍບາຍ ໜູນຊ່ວຍ ການພັດທະນາ ກະສິກຳ ຄຸນນະພາບສູງ, ການຜະລິດແບບລວມສູນ, ໝູນໃຊ້ ເຕັກໂນໂລຊີສູງ ແລະ ຫັນ ເປັນດີຈີຕອນ.

ຈາກ ບົດຮຽນສາກົນ ແລະ ພຶດຕິກຳຕົວຈິງ ຂອງ ຮ່າໂນ້ຍ, ບົດ ລາຍງານ ໃນງານສຳມະນາ ໄດ້ສະເໜີ ຫັນປ່ຽນຢ່າງແຂງແຮງ ຈາກ “ການຫັນເປັນ ດີຈີຕອນ ແຕ່ລະຂັ້ນຕອນ” ໄປສູ່ “ການ ເຊື່ອມໂຍງ ຖານຂໍ້ມູນ ທົ່ວຕ່ອງໂສ້ ແລະ ການບໍລິຫານອັດ ສະ ລິຍະ”. ໃນນັ້ນ, ວຽກງານຈຸດສຸມ ໃນຕໍ່ໜ້າ ແມ່ນການສ້າງມາດ ຕະຖານຂໍ້ມູນ, ເປັນເອກະພາບ ລະຫັດກຳນົດຕົວຕົນ, ເຊື່ອມຕໍ່ ບັນດາລະບົບທີ່ມີຢູ່ ແລະ ຈັດຕັ້ງປະຕິບັດ ການກວດສອບແຫຼ່ງ ທີ່ມາ ຕາມຊຸດ ສຳລັບ ບັນດາຕ່ອງໂສ້ ອາຫານຈຸດສຸມ. ເທິງພື້ນ ຖານຂໍ້ມູນນັ້ນ, ຮ່າໂນ້ຍ ສາມາດ ກ້າວໄປເຖິງ ການໝູນໃຊ້ ປັນ ຍາປະດິດ (AI), ຂໍ້ມູນໃຫຍ່ (Big Data)… ເພື່ອການວິເຄາະ, ເຕືອນໄພ ແລະ ຄາດຄະເນ ຄວາມສ່ຽງດ້ານຄວາມປອດ ໄພ ຂອງ ອາຫານ.

ບັນດາວິສາຫະກິດ ບັນທຶກພາບ ເນື້ອໃນຕ່າງໆ ໃນການຫັນ ເປັນ ດີຈີຕອນ.

ຕາມແຜນດຳເນີນງານ ທີ່ໄດ້ສະເໜີ, ໄລຍະ 2026-2027 ຈະ ສຸມໃສ່ ສ້າງພື້ນຖານຂໍ້ມູນ ແລະ ເຊື່ອມຕໍ່ ບັນດາລະບົບ; ໄລຍະ 2027-2028 ຫັນປ່ຽນໄປສູ່ ການຄຸ້ມຄອງ ອີງໃສ່ຖານຂໍ້ມູນ ແລະ ຄວາມສ່ຽງ; ໄລຍະ 2029-2030 ມຸ່ງໄປສູ່ ການຄາດຄະ ເນ ແລະ ການບໍລິຫານອັດສະລິຍະ, ດ້ວຍບັນດາການໝູນໃຊ້ AI, Big Data, ການເຕືອນໄພລ່ວງໜ້າ, ກຳນົດ ຊຸດສິນຄ້າທີ່ ຈະຈັດສົ່ງໂດຍອັດຕະໂນມັດ ແລະ ເຊື່ອມຕໍ່ ລະບົບເຕືອນໄພ-ກວດສອບຫາແຫຼ່ງທີ່ມາ-ເກັບສິນຄ້າຄືນ.

ບັນດາຜູ້ແທນ ຖືວ່າ ຈຸດປະສົງສຸດທ້າຍ ຂອງ ການຫັນເປັນ ດີຈີ ຕອນ ບໍ່ແມ່ນ ການທີ່ມີ ຊອບແວ ຫຼື ລະຫັດ QR ເພີ່ມຕື່ມອີກ, ແຕ່ແມ່ນ ການສ້າງເປັນລະບົບນິເວດ ຖານຂໍ້ມູນ ຄຸນນະພາບ ຄວາມປອດໄພດ້ານອາຫານ, ການກວດສອບ ແຫຼ່ງທີ່ມາ ເປັນ ເອກະພາບ, ເຊື່ອມໂຍງ ແລະ ນຳໃຊ້ຮ່ວມກັນ. ເມື່ອຖານຂໍ້ມູນ ໄດ້ຮັບການອັບເດດ, ຢັ້ງຢືນ ແລະ ຂຸດຄົ້ນ ຢ່າງມີປະສິດທິຜົນ, ອົງການຄຸ້ມຄອງ ສາມາດ ຄົ້ນພົບ ຄວາມສ່ຽງໄດ້ໄວ, ກວດກາ ຖືກເປົ້າໝາຍ, ກວດສອບແຫຼ່ງທີ່ມາ ໄດ້ໄວ ແລະ ເກັບສິນຄ້າ ຄືນຢ່າງຊັດເຈນ; ວິສາຫະກິດ ຍົກສູງຄຸນນະພາບ, ຄວາມສາ ມາດແຂ່ງຂັນ, ສ່ວນຜູ້ບໍລິໂພກ ກໍມີພື້ນຖານຕື່ມອີກ ເພື່ອເລືອກ ອາຫານ ທີ່ມີຄວາມປອດໄພ, ໂປ່ງໃສ.

 

ບັນດາວິສາຫະກິດ ແລກປ່ຽນ, ປຶກສາຫາລື ບັນດາວິທີການແກ້ ໄຂ ຍົກສູງຄຸນນະພາບ ຄວາມປອດໄພດ້ານອາຫານ.

ຍ້ອນແນວນັ້ນ ງານສາມະນາ ໄດ້ຮັບການຄາດຫວັງວ່າ ຈະແມ່ນ ເວທີປາໄສ ເພື່ອອົງການຄຸ້ມຄອງ, ບັນດານັກວິທະຍາສາດ, ວິ ສາຫະກິດ, ສະຫະກອນ ແລະ ຜູ້ຜະລິດ ຮ່ວມກັນແລກປ່ຽນ, ສະ ເໜີ ວິທີແກ້ໄຂ ນຳເອົາ ການຫັນເປັນ ດີຈີຕອນ ກາຍເປັນ ເຄື່ອງ ມືຕົວຈິງ ໃນການຮັບປະກັນ ຄວາມປອດໄພດ້ານອາຫານ, ຍົກ ສູງຄຸນຄ່າ ຜະລິດຕະພັນກະສິກຳ ແລະ ສ້າງຕ່ອງໂສ້ ຜະລິດ ຕະ ພັນກະສິກຳ-ອາຫານ ຂອງ ນະຄອນຫຼວງ ຕາມທິດປອດໄພ, ໂປ່ງໃສ, ທັນສະໄໝ ແລະ ຍືນຍົງ.

ໂດຍ: ແຄ໋ງລອງ/VNP

ຊາວກະສິກອນ ຫວຽດນາມ ເສີມຂະຫຍາຍມູນເຊື້ອສາມັກຄີ, ປະດິດຄິດສ້າງ, ປະກອບສ່ວນເຂົ້າໃນພາລະກິດພັດທະນາຂອງປະເທດຊາດ

ຊາວກະສິກອນ ຫວຽດນາມ ເສີມຂະຫຍາຍມູນເຊື້ອສາມັກຄີ, ປະດິດຄິດສ້າງ, ປະກອບສ່ວນເຂົ້າໃນພາລະກິດພັດທະນາຂອງປະເທດຊາດ

ຕອນຄ່ຳວັນທີ 12 ຕຸລາ, ຢູ່ຮ່າໂນ້ຍ, ໄດ້ຈັດພິທີເຊີດຊູ ແລະ ມອບນາມມະຍົດຊາວກະສິກອນ ຫວຽດນາມ ດີເດັ່ນ 40 ປີແຫ່ງການປ່ຽນໃໝ່ປີ 2026.

Top