• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ່າໂນ້ຍ ສືບຕໍ່ນຳໜ້າໃນທົ່ວປະເທດກ່ຽວກັບດັດຊະນີນະວັດຕະກຳຂັ້ນທ້ອງຖິ່ນ 2025

ນີ້ກໍ່ແມ່ນປີທີ 3 ຢ່າງລຽນຕິດທີ່ ຮ່າໂນ້ຍ ນຳໜ້າ PII, ເຊິ່ງໄດ້ສະແດງໃຫ້ເຫັນບົດບາດນຳພາ, ນຳໜ້າຂອງນະຄອນຫຼວງ ໃນການພັດທະນາເສດຖະກິດ, ສັງຄົມ.
ເຫດການວັນນະວັດຕະກຳແຫ່ງຊາດ 2025

ຕອນເຊົ້າວັນທີ 01 ຕຸລາ, ໃນຂອບເຂດບັນດາເຫດການວັນນະວັດຕະກຳແຫ່ງຊາດ 2025 ແລະ ງານວາງສະແດງສາກົນນະວັດຕະກຳ ຫວຽດນາມ 2025 ທີ່ຈັດຂຶ້ນຢູ່ເຂດອຸດສາຫະກຳສູງ ຮ່ວາລາກ, ຮ່າໂນ້ຍ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ໄດ້ປະກາດການຈັດອັນດັບຕາຕະລາງດັດຊະນີນະວັດຕະກຳຂັ້ນທ້ອງຖິ່ນ (PII) 2025. ຕາມຕາຕະລາງຈັດອັນດັບແລ້ວ, ຮ່າໂນ້ຍ ສືບຕໍ່ແມ່ນທ້ອງຖິ່ນນຳໜ້າທົ່ວປະເທດກ່ຽວກັບ PII 2025. ນີ້ກໍ່ແມ່ນປີທີ 3 ຢ່າງລຽນຕິດທີ່ ຮ່າໂນ້ຍ ນຳໜ້າ PII, ເຊິ່ງໄດ້ສະແດງໃຫ້ເຫັນບົດບາດນຳພາ, ນຳໜ້າຂອງນະຄອນຫຼວງ ໃນການພັດທະນາເສດຖະກິດ, ສັງຄົມ ໂດຍອີງໃສ່ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ. ຖັດຈາກ ຮ່າໂນ້ຍ ແມ່ນ ນະຄອນ ໂຮ່ຈີມິນ, ກວາງນິງ, ຫາຍຟ່ອງ ແລະ ນະຄອນ ເຫ້ວ ຕາມລຳດັບ.

        PII ໄດ້ສ້າງຂຶ້ນຕາມມາດຕະຖານສາກົນ, ສະໜອງພື້ນຖານດ້ານວິທະຍາສາດ ແລະ ພຶດຕິກຳຕົວຈິງເພື່ອເປັນບ່ອນອີງໃນການກຳນົດ, ຄັດເລືອກບັນດາການກຳນົດທິດ, ມາດຕະການແກ້ໄຂໃຫ້ເໝາະສົມ ຮັບໃຊ້ການຄຸ້ມຄອງ, ບໍລິຫານການພັດທະນາເສດຖະກິດສັງຄົມ. ປະຈຸບັນ, ໃນໂລກມີພຽງແຕ່ ອິນເດຍ, ຈີນ, ໂກລົມເບຍ ແລະ ຫວຽດນາມ ນຳໜ້າໃນການສ້າງດັດຊະນີນະວັດຕະກຳຂັ້ນທ້ອງຖິ່ນເທົ່ານັ້ນ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເຂົ້າຮ່ວມພິທີຕອບສະໜອງວັນນະວັດຕະກຳລະດັບຊາດ

ທ່ານເລຂາທິການໃຫຍ່ ໂຕເລິມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເຂົ້າຮ່ວມພິທີຕອບສະໜອງວັນນະວັດຕະກຳລະດັບຊາດ

ຫວຽດນາມ ບໍ່ມີການຄັດເລືອກໃດນອກເໜືອຈາກການຖືວິທະຍາສາດ ນະວັດຕະກຳ ແລະ ການຫັນເປັນດີຈີຕອນແມ່ນຂອດບຸກທະລຸແຖວໜ້າ, ແມ່ນກຳລັງໜູນຕົ້ນຕໍເພື່ອປ່ຽນແປງໃໝ່ຮູບແບບພັດທະນາ.

Top