• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮັບປະກັນວຽກງານພິຈາລະນາອະນຸມັດອະໄພຍະໂທດຢ່າງເຂັ້ມງວດ, ຖືກຕ້ອງຕາມກົດໝາຍ

ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຟ້າມຢາຕຸກ ເນັ້ນໜັກວ່າ ມະນຸດສະທຳ ແລະ ອະໄພຍະໂທດສຳລັບຜູ້ທີ່ກະທຳຜິດແມ່ນມູນເຊື້ອອັນດີງາມຂອງຊາດ ຫວຽດນາມ.
  ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຟ້າມຢາຕຸກ, ກ່າວຄຳເຫັນທີ່ວາລະປະຊຸມ (ພາບ: TTXVN)  

ຕອນ​ບ່າຍ​ວັນ​ທີ 24 ພຶດ​ສະ​ພາ, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທີ່ ຮ່າ​ໂນ້ຍ, ທ່ານ ຟ້າມ​ຢາ​ຕຸກ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຜ​ູ້​ປະ​ຈຳ​ການ​ລັດ​ຖະ​ບານ ຫວຽດ​ນາມ, ປະ​ທານ​ສະ​ພາ​ໃຫ້​ຄຳ​ປຶກ​ສາ​ການອະ​ໄພ​ຍະ​ໂທດ​ປີ 2026, ເປັນ​ປະ​ທານ​ວາ​ລະ​ປ​ະ​ຊຸມ​ຄົບ​ຄະ​ນ​ະ​ຂອງ​ສະ​ພາ​ເພື່​ອພິຈາລະນາອະນຸມັດ​ບັນ​ຊີ​ລາຍ​ຊື່​ສະເໜີປະ​ທານ​ປະ​ເທດ ອະ​ໄພ​ຍະ​ໂທດສິ້ນສຸດການຈຳຄຸກ​ກ່ອນ​ກຳ​ນົດ​ເວ​ລາ​ໃຫ້​ແກ່​ບັນ​ດາ​ນັກໂທດທີ່​ມີ​ເງື່ອນ​ໄຂ​ຮັບ​ອ​ະ​ໄພ​ຍະ​ໂທດຢ່າງຄົບຖ້ວນ.

ກ່າວ​ຄຳ​ເຫັນ​ທີ່​ວາ​ລະ​ປ​ະ​ຊຸມ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຜູ້​ປະ​ຈຳ​ການ​ລັດ​ຖະ​ບານ ຟ້າມ​ຢາ​ຕຸກ ເນັ້​ນ​ໜັກ​ວ່າ ມະ​ນຸດ​ສະ​ທຳ ແລະ ອະ​ໄພ​ຍະ​ໂທດ​ສຳ​ລັບ​ຜູ້​ທີ່​ກະ​ທຳ​ຜິດ​ແມ່ນ​ມູນ​ເຊື້ອ​ອັນ​ດີ​ງາມ​ຂອງ​ຊາດ ຫວຽດ​ນາມ. ທ່ານ​ໃສ່​ໃຈ​ວ່າ ເພື່ອ​ໃຫ້​ການພິຈາລະນາອະນຸມັດ​​ຮັບ​ປະ​ກັນ​ລັກ​ສະ​ນະ​ເຂັ້ມງວດ, ຖືກ​ຕ້ອງຕາມ​ກົດ​ໝາຍ, ບັນ​ດາ​ສະ​ມາ​ຊິກ​ໃນ​ສະ​ພາ​ໃຫ້​ຄຳ​ປຶກ​ສາ​ສຸມ​ໃສ່​ກວດ​ກາ, ພິ​ຈ​າ​ລະ​ນາ, ຕີ​ລາ​ຄາ​ຢ່າງ​ເປີດ​ເຜີຍ, ກະ​ຈ່າງ​ແຈ້ງ, ຊັ່ງ​ຊາ​ຢ່າງ​ລະ​ມັດ​ລະ​ວັງ, ລະ​ອຽດລະ​ອໍ​ແຕ່​ລະ​ກໍ​ລະ​ນີ​ຕົວຈິງ.

ກາ​ນ​ພິຈາລະນາອະ​ໄພ​ຍະ​ໂທດ​ຄັ້ງ​ນີ້​ໂດຍ​ປະ​ຕິ​ບັດ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 51 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້ ຫວຽດນາມ​, ທ້ອນ​ໂຮມ​ປ​ະ​ເທດ​ຊາດ​ເປັນ​ເອ​ກະ​ພາບ (30 ເມ​ສາ 1975 – 30 ເມ​ສາ 2026), ຊົມ​ເຊີຍ​ຜົນ​ສຳ​ເລັດ​ຂອງກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 14 ຂອງ​ພັກ, ການ​ເລືອ​ກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 16 ແລະ ເລືອກ​ຕັ້ງ​ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ, ອາ​ຍຸ​ການ 2026 - 2031.

ພາຍ​ຫຼັງ​ກອງ​ປະ​ຊຸມ, ສະ​ພາ​ໃຫ້​ຄຳ​ປຶກ​ສາ​ອະໄພຍະໂທດຈະ​ລວ​ບ​ລວມ, ຍື່ນ​ສະ​ເໜີ​ບັນ​ຊີ​ລາຍ​ຊື່​ນັກໂທດທີ່​ມີ​ເງື່ອນ​ໄຂ​ຢ່າງ​ເພື່ອ​ໄດ້​ຮັບ​ອະ​ໄພ​ຍະ​ໂທດ ເພື່ອ​ພິ​ຈາ​ລະ​ນາ, ຕົກ​ລົງ.

(ແຫຼ່ງຄັດຈາກ VOV)

ແຜ່ຂະຫຍາຍແບບຢ່າງ, ຄຸນສົມບັດ, ແບບແຜນດໍາລົງຊີວິດປະທານໂຮ່ຈີມິນ ຢູ່ລາວ

ແຜ່ຂະຫຍາຍແບບຢ່າງ, ຄຸນສົມບັດ, ແບບແຜນດໍາລົງຊີວິດປະທານໂຮ່ຈີມິນ ຢູ່ລາວ

ວັນທີ 19 ພຶດສະພາ, ທີ່ນະຄອນຫຼວງວຽງຈັນ, ສະຖານທູດຫວຽດນາມ ປະຈໍາ ລາວ ໄດ້ຈັດຕັ້ງກິດຈະກຳເຄື່ອນໄຫວສະເຫຼີມສະຫຼອງວັນຄ້າຍວັນເກີດປະທານໂຮ່ຈີມິນ ຄົບຮອບ 136 ປີ (19-5-1890 / 19-5-2026) ຢ່າງສົມກຽດ.

Top