• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ຮັກ​ສາ ແລະ ແຜ່​ກະ​ຈາຍວັດ​ທະ​ນະ​ທຳອັນ​ດີ​ງາມ​ໃນ ບຸນ​​ປີ​ໃໝ່ປະ​ຈຳ​ຊາດ ໃຫ້​ຊາວ​ຫວຽດ​ນາມ ​ຢູ່​ລາ​ວ

ບຸນປີໃໝ່ປະຈຳຊາດ (ບຸນເຕັດ) - ວັນບຸນປະເພນີທີ່ສຳຄັນ ແລະ ສັກກະລະບູຊາທີ່ສຸດຂອງຊາວຫວຽດນາມ ໃກ້ຈະວຽນມາແລ້ວ, ຢູ່ປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໂຮງຮຽນ ສອງພາສາ ລາວ - ຫວຽດນາມ ຫງວຽນຢູ ຢູ່ນະຄອນຫຼວງວຽງຈັນ ເປັນກຽດທີ່ຈັດຕັ້ງງານບຸນວັດທະນະທຳ - ເທດສະການອາຫານ, ເພື່ອຊົມເຊີຍພັກ, ຕ້ອນຮັບລະດູບານໃໝ່ປີ 2026. ນີ້ແມ່ນໜຶ່ງໃນບັນດາກິດຈະກຳວັດທະນະທຳທີ່ມີຄວາມໝາຍທີສຸດ, ບໍ່ພຽງແຕ່ນຳມາເຊິ່ງບັນຍາກາດລະດູບານໃໝ່ທີ່ຄຶກຄື້ນມ່ວນຊື່ນ, ອົບອຸ່ນຢູ່ປະເທດເພື່ອນເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນຈິດໃຈສາມັກຄີ, ຄວາມສະໜິດຕິດພັນ, ມຸ່ງຫາບ້ານເກີດເມືອງນອນ, ປະເທດຊາດຢ່າງເລິກເຊິ່ງ, ປະກອບສ່ວນເຂົ້າໃນການຮັກສາ ແລະ ແຜ່ກະຈາຍສີສັນວັດທະນະທຳຂອງຊາດຫວຽດນາມ ອີກດ້ວຍ.
ລາຍການສະແດງສິລະປະໂດຍພວກນ້ອງນັກຮຽນໂຮງຮຽນ ຫງວຽນຢຸ ສະແດງຢູ່ວັນບຸນ (ພາບ: VOV)

ງານບຸນວັດທະນະທຳ - ເທດສະການອາຫານ ລະດູບານໃໝ່ 2026 ເລີ່ມຕົ້ນດ້ວຍບັນດາລາຍການສະແດງສິລະປະໂດຍພວກນ້ອງໆນັກຮຽນໂຮງຮຽນຫງວຽນຢູ ຢູ່ນະຄອນຫຼວງ ວຽງຈັນ, ລາວ ສະແດງ ໄດ້ສ້າງບັນຍາກາດທີ່ຟົດຟື້ນມ່ວນຊື່ນ. ບັນດາລາຍການບໍ່ພຽງແຕ່ສະແດງໃຫ້ເຫັນຈິດໃຈສາມັກຄີ, ມິດຕະພາບ ແລະ ຄວາມສະໜິດຕິດພັນແບບພິເສດລະຫວ່າງສອງຊາດ ລາວ - ຫວຽດນາມ ເທົ່ານັ້ນ, ຫາກຍັງເຂັ້ມຂົ້ນໄປດ້ວຍບັນຍາກາດຄຶກຄື້ນມ່ວນຊື່ນຂອງລະດູບານໃໝ່ອີກດ້ວຍ.

ບັນຍາກາດແຫ່ງນີ້ຍິ່ງມີຄວາມຟົດຟື້ນກວ່າເມື່ອພວກນ້ອງນັກຮຽນຂອງໂຮງຮຽນສະແດງຊຸດເສື້ອຍາວປະຈຳຊາດ . ຄວາມເປັນຕາຮັກຂອງພວກຫຼານນ້ອຍອະນຸບານ, ຄວາມໄຮ້ດຽງສາ, ໝັ້ນໃຈ, ເຕັມໄປດ້ວຍພະລັງຊີວິດຂອງພວກນ້ອງນັກຮຽນຊັ້ນປະຖົມ ຫຼືຄວາມຫ້າວຫັນມີໄຫວພິບ ແລະ ນິດໄສບຸກຄະລິກຂອງພວກນ້ອງນັກຮຽນຊັ້ນມັດທະຍົມຕອນຕົ້ນຜ່ານການສະແດງນັ້ນ... ໄດ້ເຮັດໃຫ້ວັນບຸນທເຂັ້ມຂຸ້ນໄປດ້ວຍບັນຍາກາດບຸນເຕັດ. ນ້ອງ ເຈິ່ນຫຽວແອັງ, ນັກຮຽນໂຮງຮຽນສອງພາສາ ຫງວຽນຢູ ແບ່ງປັນວ່າ:

ເມື່ອເຂົ້າຮ່ວມງານບຸນ ນ້ອງຮູ້ສຶກໄດ້ຄວາມໃກ້ຊິດສະໜິດຊິດເຊື້ອທີ່ສຸດ ນັບແຕ່ຕົ້ນດອກຄາຍ, ຕົວໜັງສືເປັນພາສາຫວຽດ ຫຼືບັນດາປະຕິຄູ່ອວຍພອນບຸນເຕັດ, ທັງໝົດເຫຼົ່ານັ້ນພາໃຫ້ນ້ອງຮູ້ສຶກລຶ້ງເຄີຍທີສຸດ ເພາະມັນສະແດງໃຫ້ເຫັນປະເພນີຂອງຫວຽດນາມ ເມື່ອບຸນເຕັດວຽນມາ.

ເຫດການທີ່ມີຂອບຂະໜາດກວ່ານັ້ນແມ່ນ 20 ຮ້ານວາງສະແດງອາຫານການກິນ, ລວມມີບັນດາເຍື່ອງອາຫານພື້ນເມືອງຂອງ ຫວຽດນາມ ຄື: ບັນກວນ, ເຂົ້າປູ້ນຊີ້ນງົວເຫ້ວ, ບ້ວຍເຄັມ, ຢໍ່ຈືນ, ເຝີ… ຢູ່ທີ່ນີ້, ພວກນ້ອງໆນັກຮຽນ ກໍ່ຄືພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ລາວ ແລະ ພໍ່ແມ່ນັກຮຽນຄົນລາວ ກໍ່ໄດ້ຮັບປະທານອາຫານຫຼາຍເຍື່ອງໄດ້ຫໍ່ເຂົ້າຕົ້ມ, ປຸງແຕ່ງເຍື່ອງອາຫານພື້ນເມືອງຂອງຫວຽດນາມ, ຈາກນັ້ນກໍ່ຮູ້ສຶກໄດ້ເຖິງບັນຍາກາດອັນຄຶກຄື້ນມ່ວນຊື່ນ, ຄວາມອົບອຸ່ນຂອງບຸນເຕັດຫວຽດນາມ, ຜ່ານນັ້ນກໍ່ຈະຮັກປະເທດຊາດ, ປະຊາຊົນ ແລະ ປະເທດຫວຽດນາມ ຕື່ມອີກ.

ທ່ານນາງ ຫງວຽນທິແທັງເຮືອງ, ອຳນວຍການໂຮງຮຽນ ໃຫ້ຮູ້ວ່າ ຄະນະອຳນວຍການພ້ອມກັບບັນດາຄູອາຈານໃນກຸ່ມວິຊາການຍາມໃດກໍ່ເປັຍຫ່ວງກັງວົນ, ຊອກຫາທຸກມາດຕະການເພື່ອປະຕິບັດສຳເລັດພາລະກຳເປັນທູດວັດທະນະທຳ, ຊ່ວຍໃຫ້ພວກນ້ອງມີຄວາມເຂົ້າໃຈກ່ຽວກັບປະເທດຊາດ, ວັດທະນະທຳ ແລະ ຊາວຫວຽດນາມ ຫຼາຍກວ່າອີກ. ຜ່ານບັນດາການເຄື່ອນໄຫວຄື: ຕິດດອກຄາຍ ດອກເໝີຍ, ເຮັດບັດອວຍພອນປີໃໝ່, ຫໍ່ເຂົ້າຕົ້ມ, ເຮັດບ້ວຍເຄັມ, ປຸງແຕ່ງເຍື່ອງອາຫານພື້ນເມືອງ, ສະແດງສິລະປະ ແລະ ເຂົ້າຮ່ວມການລະຫຼິ້ນພື້ນເມືອງທີ່ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳ, ພວກນ້ອງໆນັກຮຽນໄດ້ເຊື່ອມຕົວເຂົ້າບັນຍາກາດຂອງບຸນເຕັດ.

ພວກນ້ອງນັກຮຽນ ຄົ້ນຫາກ່ຽວກັບປະເທດຊາດ, ຊາວຫວຽດນາມ ຜ່ານບັນດາພາບຖ່າຍສິລະປະ ແລະ ບັນດາເຍື່ອງອາຫານທີ່ເປັນມູນເຊື້ອ (ພາບ: VOV)

ດ້ວຍຂອບຂະໜາດນີ້ ມີຫຼາຍຮ້ານວາງສະແດງໄດ້ພ້ອມກັບພວກຂ້າພະເຈົ້າຈັດຕັ້ງເຫດການ. ໃນງານບຸນ, ພວກຂ້າພະເຈົ້າຍັງມີການລະຫຼິ້ນພື້ນເມືອງ ແລະ ການແຂ່ງຂັນຕ່າງໆເພື່ອໃຫ້ພໍ່ແມ່ ນັກຮຽນ ແລະ ພວກນ້ອງໆນັກຮຽນ ນັບທັງບັນດາແຂກຖືກເຊີນເຂົ້າຮ່ວມ.

ສາມາດເຫັນໄດ້ວ່າ ງານບຸນບໍ່ພຽງແຕ່ແມ່ນໂອກາດຕ້ອນຮັບລະດູບານໃໝ່ເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອແນະນຳກ່ຽວກັບປະເທດຊາດ, ຊາວຫວຽດນາມ ອີກດ້ວຍ.ຜ່ານບັນດາພາບຖ່າຍສິລະປະ ແລະ ບັນດາເຍື່ອງອາຫານພື້ນເມືອງນັ້ນ ໄດ້ຊ່ວຍໃຫ້ພວກນ້ອງນັກຮຽນຫວຽດນາມ ອາໄສຢູ່ລາວ ມີຄວາມເຂົ້າໃຈກ່ຽວກັບບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງຊາດໃນບຸນເຕັດຫຼາຍກວ່າອີກ.

ພວກນ້ອງນັກຮຽນເຂົ້າຮ່ວມການຫຼິ້ນພື້ນເມືອງຢູ່ເຫດການ.

ນີ້ແມ່ນຄັ້ງທຳອິດທີ່ນ້ອງໄດ້ເຂົ້າຮ່ວມເທດສະການອາຫານຢູ່ໂຮງຮຽນ. ນ້ອງຮູ້ສຶກດີໃຈເມື່ອໄດ້ເຂົ້າຮ່ວມ ແລະ ການເຄື່ອນໄຫວນີ້ໄດ້ຊ່ວຍໃຫ້ນ້ອງມີຄວາມສະໜິດຕິດພັນກັບວັດທະນະທຳອາຫານການກິນຂອງຫວຽດນາມກວ່າ, ຊ່ວຍໃຫ້ນ້ອງມີຄວາມເຂົ້າໃຈກ່ຽວກັບປະເທດຫວຽດນາມກວ່າອີກ.

ນີ້ແມ່ນຄັ້ງທຳອິດທີ່ຫຼານໄດ້ເຂົ້າຮ່ວມການເຕັ້ນສາກ, ຫຼານຮູ້ສຶກວ່າທາງໂຮງຮຽນຈັດຕັ້ງການຫຼິ້ນພື້ນເມືອງແນວນີ້ເພື່ອໃຫ້ພວກນ້ອງນັກຮຽນຮູ້ຈັກເຖິງການຫຼິ້ນພື້ນເມືອງຕ່າງໆເຊິ່ງລຸ້ນປູ່ລຸ້ນຍ່າ ເຄີຍຫຼິ້ນ ໃນອະດີດຢູ່ຫວຽດນາມ.

ໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ ແມ່ນໂຮງຮຽນສອນທັງສອງພາສາ ຫວຽດ ແລະ ພາສາລາວ ນັບແຕ່ຊັ້ນອະນຸບານຂຶ້ນຮອດມັດທະຍົມຕອນປາຍ. ປັດຈຸບັນ, ທາງໂຮງຮຽນມີນັກຮຽນປະມານ 1.000 ກວ່າຄົນ, ໃນນັ້ນ 30% ແມ່ນລູກຫຼານຄົນຫວຽດ. ງານບຸນວັດທະນະທຳ - ເທດສະການອາຫານ, ຂ່ຳນັບຊົມເຊີຍພັກ, ຕ້ອນຮັບລະດູບານໃໝ່ ປີມະເມຍ 2026 ແມ່ນກິດຈະກຳນອກໂມງຮຽນທີ່ແທດຈິງ ບໍ່ພຽງແຕ່ຊ່ວຍໃຫ້ພວກນ້ອງໆນັກຮຽນລູກຫຼານຄົນຫວຽດນາມ ລຸ້ນທີ 3, ທີ 4 ຮັກສາ ແລະ ເສີມຂະຫຍາຍຮີດຄອງປະເພນີຂອງຊາວຫວຽດນາມ ເທົ່ານັ້ນ, ຫາກຍັງປະກອບສ່ວນແຜ່ກະຈາຍວັດທະນະທຳອັນດີງາມຂອງຫວຽດນາມ ເຖິງພວກນ້ອງນັກຮຽນຄົນລາວອີກດ້ວຍ.

(ແຫຼ່ງຄັດຈາກ VOV)

ຮ່ວມມ່ວນຊື່ນບຸນປີໃໝ່ Chol Chnam Thmay ພ້ອມກັບທະຫານ ແລະປະຊາຊົນປະເທດເພື່ອນມິດ

ຮ່ວມມ່ວນຊື່ນບຸນປີໃໝ່ Chol Chnam Thmay ພ້ອມກັບທະຫານ ແລະປະຊາຊົນປະເທດເພື່ອນມິດ

ໃນຊຸມມື້ຕົ້ນເດືອນເມສາ, ທົ່ວປະເທດກໍາປູເຈຍ ຕ້ອນຮັບບຸນປີໃໝ່ Chol Chnam Thmay ຢ່າງຄຶກຄື້ນມ່ວນຊື່ນ. ສໍາລັບພະນັກງານ, ນັກຮົບກອງ K71 ແລະ K73 (ຂຶ້ນກັບກອງບັນຊາການທະຫານແຂວງໄຕນິງ), ນີ້ແມ່ນໂອກາດແບ່ງປັນຄວາມເບີກບານມ່ວນຊື່ນປີໃໝ່, ພ້ອມທັງແມ່ນໂອກາດເພີ່ມພູນຄູນສ້າງອາລົມຈິດ, ນ້ຳໃຈຄວາມຮັກແພງທີ່ຈິງໃຈພ້ອມກັບທະຫານ ແລະປະຊາຊົນປະເທດເພື່ອນມິດ ໃນວິວັດການປະຕິບັດໜ້າ ຢູ່ກຳປູເຈຍ.

Top