ອົງການກວດສອບບັນຊີ ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະເປັນສະມາຊິກທີ່ຕັ້ງໜ້າ, ເປັນເຈົ້າການ, ມີຄວາມຮັບຜິດຊອບຂອງ INTOSAI, ASOSAI ແລະ ອົງການຈັດຕັ້ງບັນດາອົງການກວດສອບບັນຊີສູງສຸດຂອງ ອາຊີຕາເວັນອອກສ່ຽງໃຕ້ (ASEANSAI)
ທີ່ກອງປະຊຸມສຳມະນາ (ພາບ: VNA)
ຕອນເຊົ້າວັນທີ 27 ຕຸລາ, ທີ່ຮ່າໂນ້ຍ, ອົງການກວດສອບບັນຊີແຫ່ງລັດ ຫວຽດນາມ ໄດ້ຈັດກອງປະຊຸມສຳມະນາສາກົນພາຍໃຕ້ຫົວຂໍ້ "ອົງການກວດສອບບັນຊີສູງສຸດໃນສະພາບການໃໝ່: ວິໄສທັດ, ລະບອບລະບຽບການ ແລະ ນະວັດຕະກຳ". ເຂົ້າຮ່ວມກອງປະຊຸມມີທ່ານນາງ ຫງວຽນທິຮົ່ງ, ຮອງປະທານສະພາແຫ່ງຊາດ ຫວຽດນາມ; ທ່ານ ຫງວຽນຫືວເງັ້ຍ, ຫົວໜ້າອົງການກວດສອບບັນຊີແຫ່ງລັດ ຫວຽດນາມ; ປະທານບັນດາອົງການກວດສອບບັນຊີສູງສຸດອາຊີ (ASOSAI), ຜູ້ຕາງໜ້າມາຈາກບັນດາອົງການກວດສອບບັນຊີສູງສຸດຂອງຫຼາຍປະເທດ...
ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ຫງວຽນຫືວເງັ້ຍ ຫົວໜ້າອົງການກວດສອບບັນຊີແຫ່ງລັດ ຫວຽດນາມ ເນັ້ນໜັກວ່າ ອົງການກວດສອບບັນຊີ ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະເປັນສະມາຊິກທີ່ຕັ້ງໜ້າ, ເປັນເຈົ້າການ, ມີຄວາມຮັບຜິດຊອບຂອງ INTOSAI, ASOSAI ແລະ ອົງການຈັດຕັ້ງບັນດາອົງການກວດສອບບັນຊີສູງສຸດຂອງ ອາຊີຕາເວັນອອກສ່ຽງໃຕ້ (ASEANSAI); ແລະ ພ້ອມແລ້ວທີ່ຈະຮ່ວມມືໃນການແກ້ໄຂສິ່ງທ້າທາຍລວມ..
ອົງການກວດສອບບັນຊີແຫ່ງລັດ ຫວຽດນາມ ໄດ້ ແລະ ພວມຕັ້ງໜ້າປ່ຽນແປງໃໝ່ກ່ຽວກັບລະບອບລະບຽບການ, ນະໂຍບາຍ, ກົດໝາຍ, ການຈັດຕັ້ງກົງຈັກ ແລະ ເຄື່ອນໄຫວດ້ວຍຈຸດສຸມນັ້ນ. ສະນັ້ນ, ກອງປະຊຸມສຳມະນາຄັ້ງນີ້ແມ່ນໂອກາດທີ່ດີເພື່ອໃຫ້ອົງການກວດສອບບັນຊີແຫ່ງລັດ ຫວຽດນາມ ໄດ້ຮຽນຮູ້ບົດຮຽນຈາກບັນການອົງການກວດສອບບັນຊີສູງສຸດ. ກອງປະຊຸມສຳມະນາຄັ້ງນີ້ກໍ່ຊ່ວຍໃຫ້ບັນດາການນຳ, ນັກຄຸ້ມຄອງ, ນັກວາງນະໂຍບາຍ, ມະຫາຊົນໃນທົ່ວປະເທດມີຄວາມເຂົ້າໃຈກວ່າກ່ຽວກັບທາດແທ້, ເປົ້າໝາຍ, ແບບວິທີ ແລະ ບັນດາເງື່ອນໄຂ ເພື່ອຮັບປະກັນການເຄື່ອນໄຫວຂອງບັນດາອົງການກວດສອບບັນຊີເວົ້າລວມ ແລະ ຂອງອົງການກວດສອບບັນຊີແຫ່ງລັດເວົ້າສະເພາະເຄື່ອນໄຫວຢ່າງມີປະສິດທິຜົນກວ່າ.
(ແຫຼ່ງຄັດຈາກ VOV)