• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອີ​ຣານ ອາດ​ສາ​ມາດຫຼຸດ​ຜ່ອນ​ການ​ເສີມ​ທາດ ຢູ​ລາ​ນຽມ ຖ້າ​​ຄຳ​ສັ່ງ​ລົງ​ໂທດໄດ້​ຍົກ​ເລີກຢ່າງ​ສິ້ນ​ເຊີງ

ວັນທີ 09 ກຸມພາ, ວົງການເຈົ້າໜ້າທີ່ ອີຣານ ໄດ້ສົ່ງສານແຂງກະດ້າງກ່ຽວກັບເລື່ອງ ເຕເຮຣານ ຍັງ “ຂາດຄວາມເຊື່ອໝັ້ນຢ່າງເລິກເຊິ່ງ” ຕໍ່ ອາເມລິກາ, ແຕ່ຍັງເປີດຄວາມສາມາດປະຕິປະນອມໃນບັນຫານິວເຄຼຍ ແລະ ກຽມພ້ອມຫຼຸດລະດັບເສີມທາດ ຢູລານຽມ ລົງ ຖ້າຫາກວ່າ ຄຳສັ່ງລົງໂທດທັງໝົດຖືກຍົກເລີກ.
ຮາກຖານເສີມທາດ ຢູລານຽມ Natanz (ພາບ: AEOI)

ເມື່ອກ່າວຄຳເຫັນທີ່ການພົບປະກັບບັນດາເອກອັກຄະລັດຖະທູດ ປະຈຳ ເຕເຮຣານ, ທ່ານລັດຖະມົນຕີການຕ່າງປະເທດ Abbas Araghchi ໃຫ້ຮູ້ວ່າ ອີຣານ ພ້ອມແລ້ວທີ່ຈະກັບຄືນສູ່ການເຈລະຈາ “ຢ່າງເຂັ້ມງວດ ແລະ ມີລັກສະນະສ້າງສັນ”, ດ້ວຍເງື່ອນໄຂ ວໍຊິງຕັນ ຕ້ອງສະແດງເຈດຕະນາດີຄ້າຍຄືກັນ.ໃນຂະນະນັ້ນ, ທ່ານ Ali Khamenei  ການນຳສູງສຸດໄດ້ຮຽກຮ້ອງປະຊາຊົນໃຫ້ມີຄວາມສາມັກຄີກັນກ່ອນທີ່ດຳເນີນພິທີສະເຫຼີມສະຫຼອງການປະຕິວັດອິດສະລາມ ຄົບຮອບ 47 ປີ (1979-2026), ໃນສະພາບການຄວາມເຄັ່ງຕຶງກັບ ອາເມລິກາ ຍັງເພີ່ມຂຶ້ນ.

ໃນການຜັນແປທີ່ກ່ຽວຂ້ອງ, ທ່ານ Mohammad Eslami ຮອງປະທານາທິບໍດີ ທັງເປັນການນຳອົງການພະລັງງານປະລະມານູ ອີຣານ (AEOI) ໃຫ້ຮູ້ວ່າ ເຕເຮຣານ ອາດຈະພິຈາລະນາການຫຼຸດຜ່ອນປະລິມານ ຢູລານຽມ ທີ່ໄດ້ເສີມທາດໃນລະດັບ 60%, ເຊິ່ງເປັນລະດັບສູງກວ່າຫຼາຍເມື່ອທຽບໃສ່ເພດານ 3,67% ຕາມຂໍ້ຕົກລົງນິວເຄຼຍ ສະບັບປີ 2015, ຖ້າຫາກວ່າ ບັນດາມາດຕະການລົງໂທດສາກົນທັງໝົດ, ພິເສດແມ່ນຂອງ ອາເມລິກາ ໄດ້ຮັບການຍົກເລີກ. 

(ແຫຼ່ງຄັດຈາກ VOV)

ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງ ເກຼັກ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້

ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງ ເກຼັກ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້

ທ່ານຮອງນາຍົກລັດຖະມົນຕີ ໂຮ່ກວັກຢຸງ ປາດຖະໜາວ່າ ສະພາແຫ່ງຊາດ ເກຼັກ ຈະເພີ່ມທະວີການການຮ່ວມມືກັບ ຫວຽດນາມ ກ່ຽວກັບການຂົນສົ່ງທາງທະເລ, ທ່າກຳປັ່ນ - logistics

Top