ໃນອາທິດຜ່ານມາ, ບັນດາການນຳສະຫະພາບ ເອີລົບ (ອີຢູ) ໄດ້ມີການເດີນທາງໄປປະຕິບັດງານສຳຄັນເຖິງ ອາຊີ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງຕ່າງໆກັບ ຈີນ ແລະ ຍີ່ປຸ່ນ. ໃນສະພາບການທີ່ການພົວພັນກັບ ອາເມລິກາ ປະສົບກັບສິ່ງກີດຂວາງຫຼາຍຢ່າງ, ເລື່ອງຊຸກຍູ້ບັນດາສຳພັນທະມິດດ້ານເສດຖະກິດ, ການຄ້າ ແລະ ຄວາມໝັ້ນຄົງ ກັບບັນດາປະເທດມະຫາອຳນາດຢູ່ ອາຊີ ພວມນັບມື້ນັບມີຄວາມສຳຄັນຍຸດທະສາດກັບ ອີຢູ.
The 25th European Union - China Summit at the Great Hall of the People in Beijing, China, 24 July 2025. Photo: Andres Martinez Casares/REUTERS
ການນຳສູງສຸດຂອງ ອີຢູ ແມ່ນທ່ານ Antonio Costa ປະທານສະພາ ເອີລົບ ແລະ ທ່ານນາງ Ursula von der Leyen ປະທານຄະນະກຳມະການ ເອີລົບ ໄດ້ນຳໜ້າຄະນະຜູ້ແທນ ອີຢູ ເຂົ້າຮ່ວມກອງປະຊຸມສຸດຍອດ ອີຢູ-ຍີ່ປຸ່ນ ຢູ່ ໂຕກຽວ ປະເທດ ຍີ່ປຸ່ນ ເມື່ອວັນທີ 23 ກໍລະກົດ ແລະ ກອງປະຊຸມສຸດຍອດ ອີຢູ-ຈີນ ຢູ່ ປັກກິ່ງ ປະເທດ ຈີນ ເມື່ອວັນທີ 24 ກໍລະກົດ.
ຊອກຫາຈຸດດຸ່ນດ່ຽງກັບ ຈີນ
ໂດຍແມ່ນຈຸດໃຈກາງໃນບັນດາເຫດການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ (1975-2025), ກອງປະຊຸມສຸດຍອດ ອີຢູ-ຈີນ ໄດ້ຈັດຂຶ້ນເມື່ອວັນທີ 24 ກໍລະກົດ ຢູ່ນະຄອນຫຼວງ ປັກກິ່ງ ປະເທດ ຈີນ. ສອງຝ່າຍຖືວ່າ ກອງປະຊຸມຄັ້ງນີ້ ແມ່ນບາດລ້ຽວສຳຄັນໃນການພົວພັນສອງຝ່າຍ ໃນທັງດ້ານເສດຖະກິດ ແລະ ພູມສາດການເມືອງ.
ສຳລັບ ອີຢູ, ສອງຫົວເລື່ອງສຳຄັນທີ່ສຸດ ຊື່ງກຸ່ມນີ້ຢາກຊອກຫາຄວາມເຫັນດີເຫັນພ້ອມຈາກ ຈີນ ແມ່ນສ້າງການພົວພັນດ້ານເສດຖະກິດ-ການຄ້າທີ່ດຸ່ນດ່ຽງກ່ວາ ແລະ ຈີນ ໄດ້ນຳໃຊ້ຜົນສະທ້ອນຂອງຕົນຕໍ່ ລັດເຊຍ ເພື່ອຢຸດຕິການປະທະກັນລະຫວ່າງ ລັດເຊຍ-ຢູແກຼນ ໄດຍໄວ. ນີ້ກໍ່ແມ່ນບັນດາບຸລິມະສິດ ທີ່ທ່ານນາງ Ursula von der Leyen ໄດ້ເຕື້ອງເຖິງຫຼາຍທີ່ສຸດ ໃນວາລະປຶກສາຫາລືກັບທ່ານປະທານປະເທດ ຈີນ ສີຈິນຜິງ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽງ.
ຕາມທ່ານ Fabian Zuleeg ຫົວໜ້າຜູ້ຊ່ຽວຊານເສດຖະກິດຂອງສູນນະໂຍບາຍ ເອີລົບ (EPC) ປະຈຳ Brussels ປະເທດ ແບນຊິກ, ເລື່ອງ ອີຢູ ແລະ ຈີນ ໂອ້ລົມສົນທະນາຢ່າງກົງໄປກົງມາ ແຕ່ບໍ່ມີການບຸກທະລຸ ແມ່ນສິ່ງບໍ່ແປກປະຫຼາດ ຂະນະທີ່ທັງສອງຝ່າຍ ຍັງມີຫຼາຍຂໍ້ຕິດຂັດຢູ່, ພ້ອມກັນນັ້ນ, ທັງສອງຝ່າຍ, ໂດຍສະເພາະແມ່ນ ອີຢູ ລ້ວນແຕ່ພວມມີຄວາມລະມັດລະວັງ ຍ້ອນວິຕົກກັງວົນບັນດາການກະທົບຕໍ່ການພົວພັນຂອງແຕ່ລະຝ່າຍກັບ ອາເມລິກາ ໃນຈຸດເວລາທີ່ຮອດການກຳນົດເວລາສຸດທ້າຍ (ຄືໃນວັນທີ 1 ສິງຫາ) ເພື່ອໃຫ້ບັນດາຝ່າຍບັນລຸໄດ້ຂໍ້ຕົກລົງກັບ ອາເມລິກາ ໃນບັນຫາພາສີອາກອນ:
ສິ່ງທີ່ເກີດຂຶ້ນລະຫວ່າງ ອາເມລິກາ ແລະ ຈີນ ກໍ່ມີການກະທົບຕໍ່ ອີຢູ. ທັງໝົດລ້ວນແຕ່ກ່ຽວຂ້ອງກັນໃນດ້ານການເມືອງ. ອີຢູ ພວມມີຄວາມລະມັດລະວັງທີ່ສຸດ. ທັງໝົດເຫຼົ່ານັ້ນເຮັດໃຫ້ກອງປະຊຸມສຸດຍອດຄັ້ງນີ້ບໍ່ປະສົບຜົນສຳເລັດຢ່າງງ່າຍດາຍ.
ເຖິງວ່າບໍ່ມີການບຸກທະລຸ ແຕ່ ອີຢູ-ຈີນ ຍັງໄດ້ຮັບໝາກຜົນຈຳນວນໜຶ່ງ, ໂດຍສະເພາະແມ່ນຖະແຫຼງການຮ່ວມຍູ້ແຮງການຮ່ວມມືໃນບັນຫາສິ່ງແວດລ້ອມ ແລະ ດິນຟ້າອາກາດ, ພາຍຫຼັງທີ່ ອີຢູ ແລະ ຈີນ ຖືກຖືວ່າແມ່ນປະເທດຫຼັກແຫຼ່ງທີ່ຮັກສາຂໍ້ຕົກລົງກ່ຽວກັບດິນຟ້າອາກາດ ປາຣີ 2025 ພາຍຫຼັງທີ່ ອາເມລິກາ ຖອນຕົວ.
ເປີດສຳພັນທະມິດແກ້ງແຍ້ງ ອີຢູ-ຍີ່ປຸ່ນ
ໂດຍຕ່າງກັບຄວາມຫຍຸ້ງຍາກໃນການສ້າງບາດກ້າວບຸກທະລຸໃຫ້ແກ່ການພົວພັນລະຫວ່າງ ອີຢູ-ຈີນ, ກອງປະຊຸມສຸດຍອດ ອີຢູ-ຍີ່ປຸ່ນ ກ່ອນນັ້ນຢູ່ ໂຕກຽວ ໄດ້ຊຸກຍູ້ແຮງກ່ວາການພົວພັນສຳພັນທະມິດທີ່ເປັນມູນເຊື້ອລະຫວ່າງ ເອີລົບ ແລະ ປະເທດມະຫາອຳນາດເສດຖະກິດທີ 2 ຢູ່ ອາຊີ. ສິ້ນສຸດກອງປະຊຸມສຸດຍອດ ອີຢູ-ຍີ່ປຸ່ນ, ບັນດາການນຳ ອີຢູ ພ້ອມກັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shigeru Ishiba ໄດ້ເປີດສາກ “ສຳພັນທະມິດແກ້ງແຍ້ງ” ຢ່າງເປັນທາງການ ດ້ວຍເປົ້າໝາຍເປີດກ້ວາງການຮ່ວມມືດ້ານການຄ້າສອງຝ່າຍ, ຊຸກຍູ້ລະບົບສະໜອງຍຸດທະສາດ ແລະ ເພີ່ມທະວີການເປັນເຈົ້າການດ້ານເສດຖະກິດ ໃນສະພາບການທີ່ບັນດາການຜັນແປພູມສາດການເມືອງທົ່ວໂລກ ແລະ ສິ່ງທ້າທາຍຈາກ ອາເມລິກາ ແລະ ຈີນ ເພີ່ມຂຶ້ນ.
ຕາມຖະແຫຼງການຮ່ວມ, ສອງຝ່າຍຈະເພີ່ມທະວີການສົມທົບນະໂຍບາຍໃນຂົງເຂດອຸດສາຫະກຳ, ພະລັງງານ, ລະບົບສະໜອງ, ການຫັນເປັນສີຂຽວ ແລະ ເຕັກໂນໂລຊີດີຈີຕອນ, ພ້ອມທັງຊຸກຍູ້ການໂອ້ລົມສົນທະນາເສດຖະກິດຂັ້ນສູງເປັນປະຈຳ. ນັກວິເຄາະໄຈ້ແຍກຈຳນວນໜຶ່ງຖືວ່າ ນີ້ອາດຈະແມ່ນບາດກ້າວເດີນທຳອິດ ເພື່ອ ອີຢູ ມຸ່ງໄປເຖິງການສ້າງກົນໄກການຄ້າຫຼາຍຝ່າຍໃໝ່ຢູ່ ອາຊີ-ປາຊີຟິກ. ທ່ານນາງ Ursula von der Leyen, ປະທານຄະນະກຳມະການ ເອີລົບ (EC), ໃຫ້ຮູ້ວ່າ:
ພວກຂ້າພະເຈົ້າເຊື່ອໝັ້ນຕໍ່ການແກ້ງແຍ້ງທົ່ວໂລກ ແລະ ສິ່ງນີ້ ຕ້ອງນຳມາເຊິ່ງຜົນປະໂຫຍດໃຫ້ທຸກຝ່າຍ. ນັ້ນແມ່ນສາຍເຫດທີ່ເປັນຫຍັງ ອີຢູ ໄດ້ຊຸກຍູ້ການຮ່ວມມືກັບບັນດາປະເທດສະມາຊິກ CPTPP, ເພື່ອບໍ່ພຽງແຕ່ປົກປ້ອງການຄ້າເປີດກ້ວາງເທົ່ານັ້ນ, ຫາກຍັງກຳນົດມັນອີກດ້ວຍ. ອີຢູ ແລະ ບັນດາປະເທດ CPTPP ອາດສາມາດພ້ອມກັນນຳພາບັນດາການປະຕິຮູບທີ່ສຳຄັນຂອງ WTO, ຜ່ານນັ້ນ ບັນດາຂໍ້ກຳນົດກ່ຽວກັບການຄ້າທົ່ວໂລກ ກໍ່ສອ່ງແສງໄດ້ເຖິງບັນດາສິ່ງທ້າທາຍໃນປະຈຸບັນ ແລະ ບັນດາຄວາມສ່ຽງໃນອະນາຄົດ.
ແງ່ມູມສຳຄັນອື່ນ ແມ່ນຂໍ້ລິເລີ່ມການຮ່ວມມື ອີຢູ-ຢີ່ປຸ່ນ ແມ່ນການພັດທະນາລະບົບສະໜອງທີ່ໜ້າໄວ້ວາງໃຈໃຫ້ແກ່ບັນດາແຮ່ທາດຍຸດທະສາດ ແລະ ບັນດາວັດສະດຸຈຳເປັນໃນຂະແໜງອຸດສາຫະກຳເຕັກໂນໂລຊີສູງ, ການປ້ອງກັນຊາດ ແລະ ພະລັງງານທົດແທນ. ຄຽງຄູ່ກັນນັ້ນ, ອີຢູ ແລະ ຍີ່ປຸ່ນ ກໍ່ໃຫ້ຄຳໝັນສັນຍາ ສົມທົບກັນຮັກສາບັນດາເຕັກໂນໂລຊີທີ່ຫາກໍ່ພົ້ນເດັ່ນຂຶ້ນ, ຍູ້ແຮງການຄົ້ນຄ້ວາລວມກ່ຽວກັບປັນຍາປະດິດ (AI), ທາດເຄິ່ງຊັກນຳໄຟຟ້າ, ເຕັກໂນໂລຊີ 6 ຈີ. ຕາມທ່ານນາຍົກລັດຖະມົນຕີ Shigeru Ishiba ແລ້ວ, ສອງຝ່າຍກໍ່ໄດ້ເປີດສາກບັນດາການເຈລະຈາກ່ຽວກັບສັນຍາຮັກສາຂໍ້ມູນ ຍີ່ປຸ່ນ-ອີຢູ (JPIPA) ຢ່າງເປັນທາງການ ກໍ່ຄືບັນດາການໂອ້ລົມສົນທະນາອຸດສາຫະກຳປ້ອງກັນຊາດ ໃນພາກເອກະຊົນ./.