ຕາມຖະແຫຼງການຂອງທ່ານ Bezalel Smotrich ລັດຖະມົນຕີກະຊວງການເງິນ ອິດສະຣາແອັນ ໃນວັນທີ 03 ມິຖຸນາ, ບັນດາເຮືອນຫຼັງໃໝ່ຈະປັບປຸງສິດຄວບຄຸມຂອງ ອິດສະຣາແອັນ ສຳລັບເຂດດິນແດນນີ້, ເພີ່ມທະວີຄວາມໝັ້ນຄົງຂອງ ອິດສະຣາແອັນ ແນໃສ່ສະກັດກັ້ນການສ້າງຕັ້ງລັດກໍ່ການຮ້າຍຢູ່ໃຈກາງປະເທດນີ້.
ທຸງຊາດ ອິດສະຣາແອັນ ປິ່ວສະບັດຢູ່ເຂດຕັ້ງຖິ່ນຖານໃໝ່ຂອງ ອິດສະຣາແອັນ, ວັນທີ 01 ມິຖຸນາ 2026 (ພາບ: REUTERS/Mohammed Torokman)
ອິດສະຣາແອັນ ຈະສ້າງເຮືອນຢູ່ກວ່າ 2.162 ຫຼັງ ຢູ່ 3 ເຂດຕັ້ງຖິ່ນຖານຂອງຊາວຢິວ ຢູ່ເຂດ Jerusalem, Nablus ແລະ Hebron. ຕາມຖະແຫຼງການຂອງທ່ານ Bezalel Smotrich ລັດຖະມົນຕີກະຊວງການເງິນ ອິດສະຣາແອັນ ໃນວັນທີ 03 ມິຖຸນາ, ບັນດາເຮືອນຫຼັງໃໝ່ຈະປັບປຸງສິດຄວບຄຸມຂອງ ອິດສະຣາແອັນ ສຳລັບເຂດດິນແດນນີ້, ເພີ່ມທະວີຄວາມໝັ້ນຄົງຂອງ ອິດສະຣາແອັນ ແນໃສ່ສະກັດກັ້ນການສ້າງຕັ້ງລັດກໍ່ການຮ້າຍຢູ່ໃຈກາງປະເທດນີ້.
ອຳນາດການປົກຄອງ ປາແລັດສະຕິນ ໄດ້ກ່າວປະນາມແຜນການສ້າງເຂດຕັ້ງຖິ່ນຖານນີ້, ກ່າວເຕືອນບັນດານະໂຍບາຍເກາະຜິດຂອງ ອິດສະຣາແອັນ ພວມເຮັດໃຫ້ພາກພື້ນນີ້ຕົກເຂົ້າສູ່ສະພາບຄວາມຮຸນແຮງ ແລະ ຮຽກຮ້ອງ ອາເມລິກາ ສະກັດກັ້ນການກະທຳດັ່ງກ່າວຂອງ ອິດສະຣາແອັນ.
ໃນຊຸມປີຜ່ານມາ, ສ່ວນຫຼາຍບັນດາປະເທດໄດ້ຖືເຂດຕັ້ງຖິ່ນຖານຕ່າງໆຂອງ ອິດສະຣາແອັນ ຢູ່ຝັ່ງຕາເວັນຕົກແມ່ນບໍ່ສອດຄ່ອງກັບກົດໝາຍສາກົນ ແລະ ແມ່ນຮົ້ວກີດຂວາງຢ່າງໃຫຍ່ຫຼວງຕໍ່ກັບມາດຕະການ 2 ລັດ, ແນໃສ່ບັນລຸໄດ້ສັນຕິພາບອັນຍາວນານ.
(ແຫຼ່ງຄັດຈາກ VOV)