ຂ່າວສານ

ອິດ​ສະ​ຣາ​ແອັນ ຂຶ້ນ​ແຜນ​ການ​ສ້າງ​ເຂດ​ຕັ້ງ​ຖິ່ນ​ຖານ​ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່​ຢູ່​ຝັ່ງ​ຕາ​ເວັນ​ຕົກ

ຕາມ​ຖະ​ແຫຼງ​ການ​ຂອງ​ທ່ານ Bezalel Smotrich ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ອິດ​ສະ​ຣາ​ແອັນ ໃນ​ວັນ​ທີ 03 ມິ​ຖຸ​ນາ, ບັນ​ດາ​ເຮືອ​ນຫຼັງ​ໃໝ່​ຈະ​ປັບ​ປຸງ​ສິ​ດ​ຄວບ​ຄຸມ​ຂອງ ອິດ​ສະ​ຣາ​ແອັນ ສຳ​ລັບ​ເຂດ​ດິນ​ແດນ​ນີ້, ເພີ່ມ​ທະ​ວີ​ຄວາມ​ໝັ້ນ​ຄົງ​ຂອງ ອິ​ດ​ສະ​ຣາ​ແອັນ ແນ​ໃສ່​ສະ​ກັດ​ກັ້ນ​ການ​ສ້າງ​ຕັ້ງ​ລັດ​ກໍ່​ການ​ຮ້າຍ​ຢູ່​ໃຈກາງ​ປະ​ເທດ​ນີ້.
  ທຸງ​ຊາດ ອິດ​ສະ​ຣາ​ແອັນ ປິ່ວ​ສະ​ບັດ​ຢູ່​ເຂດ​ຕັ້ງ​ຖິ່ນ​ຖານ​ໃໝ່​ຂອງ ອິດ​ສະ​ຣາ​ແອັນ, ວັນ​ທີ 01 ມິ​ຖຸ​ນາ 2026 (ພາບ: REUTERS/Mohammed Torokman)  

ອິດ​ສະ​ຣາ​ແອັນ ຈະ​ສ້າງ​ເຮືອນ​ຢູ່ກວ່າ 2.162 ຫຼັງ ຢູ່ 3 ເຂ​ດ​ຕັ້ງ​ຖິ່ນ​ຖານ​ຂອງ​ຊາວ​ຢິວ ຢູ່​ເຂດ Jerusalem, Nablus ແລະ Hebron. ຕາມ​ຖະ​ແຫຼງ​ການ​ຂອງ​ທ່ານ Bezalel Smotrich ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ອິດ​ສະ​ຣາ​ແອັນ ໃນ​ວັນ​ທີ 03 ມິ​ຖຸ​ນາ, ບັນ​ດາ​ເຮືອ​ນຫຼັງ​ໃໝ່​ຈະ​ປັບ​ປຸງ​ສິ​ດ​ຄວບ​ຄຸມ​ຂອງ ອິດ​ສະ​ຣາ​ແອັນ ສຳ​ລັບ​ເຂດ​ດິນ​ແດນ​ນີ້, ເພີ່ມ​ທະ​ວີ​ຄວາມ​ໝັ້ນ​ຄົງ​ຂອງ ອິ​ດ​ສະ​ຣາ​ແອັນ ແນ​ໃສ່​ສະ​ກັດ​ກັ້ນ​ການ​ສ້າງ​ຕັ້ງ​ລັດ​ກໍ່​ການ​ຮ້າຍ​ຢູ່​ໃຈກາງ​ປະ​ເທດ​ນີ້.

ອຳ​ນາດ​ການ​ປົກ​ຄອງ ປາ​ແລັດ​ສະ​ຕິນ ໄດ້​ກ່າວ​ປະ​ນາມ​ແຜນ​ການ​ສ້າງ​ເຂດ​ຕັ້ງ​ຖິ່ນ​ຖານ​ນີ້, ກ່າວ​ເຕືອນ​ບັນ​ດາ​ນະ​ໂຍ​ບາຍ​ເກາະ​ຜິດ​ຂອງ ອິດ​ສະ​ຣາ​ແອັນ ພວມ​ເຮັດ​ໃຫ້​ພາກ​ພື້ນ​ນີ້​ຕົກ​ເຂົ້າ​ສູ່​ສະ​ພາບຄວາມ​ຮຸນ​ແຮງ ແລະ ຮຽກ​ຮ້ອງ ອາ​ເມ​ລິ​ກາ ສະ​ກັດ​ກັ້ນ​ການ​ກະ​ທຳ​ດັ່ງ​ກ່າວ​ຂອງ ອິດ​ສະ​ຣາ​ແອັນ.

ໃນ​ຊຸມ​ປີ​ຜ່ານ​ມາ, ສ່ວນຫຼາຍ​ບັນ​ດາ​ປະ​ເທດ​ໄດ້​ຖື​ເຂດ​ຕັ້ງ​ຖິ່ນ​ຖານ​ຕ່າງໆ​ຂອງ ອິດ​ສະ​ຣາ​ແອັນ ຢູ່​ຝັ່ງ​ຕາ​ເວັນ​ຕົກ​ແມ່ນ​ບໍ່​ສອດ​ຄ່ອງ​ກັບ​ກົດ​ໝາຍ​ສາ​ກົນ ແລະ ແມ່ນ​ຮົ້ວ​ກີດ​ຂວາງ​ຢ່າງ​ໃຫຍ່ຫຼວງ​ຕໍ່​ກັບ​ມາດ​ຕະ​ການ 2 ລັດ, ແນ​ໃສ່​ບັນ​ລຸ​ໄດ້​ສັນ​ຕິ​ພາບ​​ອັ​ນຍາວ​ນານ.


top