• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາ​ເມ​ລິ​ກາ ປາດ​ຖະ​ໜາ​ຢາກ ​ໃຫ້ລັດ​ເຊຍ ແລະ ຢູ​ແກຼນ ຢຸດ​ຕິ​ການ​ປະ​ທະ​ກັນ​ກ່ອນ​ວັນ​ທີ 8 ສິງ​ຫາ

ທ່ານ John Kelley ກໍ່ຢ້ຳຄືນເລື່ອງທ່ານປະທານາທິບໍດີ ອາເມລິກາ Donald Trump ສະເໜີໃຫ້ສອງຝ່າຍປະຕິບັດສຳເລັດວຽກງານນີ້ກ່ອນວັນທີ 8 ສິງຫາ.
ຕຶກອາຄານແຫ່ງໜຶ່ງຖືກລູກສອນໄພຂອງ ລັດເຊຍ ຢູຢູແກຼນ (ພາບ: REUTERS/Inna Varenytsia)
ວັນທີ 31 ກໍລະກົດ, ກ່າວຄຳເຫັນຢູ່ສະພາຄວາມໝັ້ນຄົງ ສປຊ, ທ່ານ John Kelley ນັກການທູດຂັ້ນສູງ ອາເມລິກາ ຖືວ່າ ໄດ້ຮອດເວລາ ທີ່ໃຫ້ທັງລັດເຊຍ ແລະ ຢູແກຼນ ເຈລະຈາເພື່ອບັນລຸໄດ້ຂໍ້ຕົກລົງຢຸດຍິງ ແລະ ມຸ່ງໄປເຖິງພື້ນຖານສັນຕິພາບແບບຍືນຍົງ. ທ່ານ John Kelley ກໍ່ຢ້ຳຄືນເລື່ອງທ່ານປະທານາທິບໍດີ ອາເມລິກາ Donald Trump ສະເໜີໃຫ້ສອງຝ່າຍປະຕິບັດສຳເລັດວຽກງານນີ້ກ່ອນວັນທີ 8 ສິງຫາ, ພ້ອມທັງຢັ້ງຢືນວ່າ ອາເມລິກາ ພ້ອມແລ້ວທີ່ຈະປະຕິບັດບັນດາມາດຕະການເພີ່ມເຕີມເພື່ອຮັບປະກັນສັນຕິພາບ. ກ່ອນໜ້ານັ້ນ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ກ່າວເຕືອນວ່າ ອາເມລິກາ ຈະຈັດວາງມາດຕະການລົງໂທດເພີ່ມເຕີມສຳລັບ ລັດເຊຍ ແລະ ບັນດາປະເທດທີ່ຊື້ສິນຄ້າສົ່ງອອກຂອງ ລັດເຊຍ ຖ້າປະເທດນີ້ ບໍ່ບັນລຸໄດ້ຂໍ້ຕົກລົງຢຸດຕິການປະທະກັນກັບ ຢູແກຼນ ໂດຍໄວ.

(ແຫຼ່ງຄັດຈາກ VOV)

ອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນໃນເບື້ອງຕົ້ນໄດ້ເຄື່ອນໄຫວເປັນປົກກະຕິ, ລຸລ່ວງໃນ 1 ເດືອນຜ່ານມາ

ອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນໃນເບື້ອງຕົ້ນໄດ້ເຄື່ອນໄຫວເປັນປົກກະຕິ, ລຸລ່ວງໃນ 1 ເດືອນຜ່ານມາ

ໜຶ່ງໃນບັນດາໝາກຜົນພົ້ນເດັ່ນເມື່ອຮູບແບບຕາແສງໃໝ່ນຳເຂົ້າເຄື່ອນໄຫວແມ່ນເລື່ອງ ແກ້ໄຂລະບຽບການບໍລິຫານໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ, ໂດຍບໍ່ພຽງແຕ່ໄດ້ຮັບການຮັບປະກັນເທົ່ານັ້ນ, ຫາກຍັງສະດວກ, ໄວກວ່າອີກດ້ວຍ.

Top