ຂ່າວສານ

ອາ​ເມ​ລິ​ກາ ປາດ​ຖະ​ໜາ​ຢາກ ​ໃຫ້ລັດ​ເຊຍ ແລະ ຢູ​ແກຼນ ຢຸດ​ຕິ​ການ​ປະ​ທະ​ກັນ​ກ່ອນ​ວັນ​ທີ 8 ສິງ​ຫາ

ທ່ານ John Kelley ກໍ່ຢ້ຳຄືນເລື່ອງທ່ານປະທານາທິບໍດີ ອາເມລິກາ Donald Trump ສະເໜີໃຫ້ສອງຝ່າຍປະຕິບັດສຳເລັດວຽກງານນີ້ກ່ອນວັນທີ 8 ສິງຫາ.
ຕຶກອາຄານແຫ່ງໜຶ່ງຖືກລູກສອນໄພຂອງ ລັດເຊຍ ຢູຢູແກຼນ (ພາບ: REUTERS/Inna Varenytsia)
ວັນທີ 31 ກໍລະກົດ, ກ່າວຄຳເຫັນຢູ່ສະພາຄວາມໝັ້ນຄົງ ສປຊ, ທ່ານ John Kelley ນັກການທູດຂັ້ນສູງ ອາເມລິກາ ຖືວ່າ ໄດ້ຮອດເວລາ ທີ່ໃຫ້ທັງລັດເຊຍ ແລະ ຢູແກຼນ ເຈລະຈາເພື່ອບັນລຸໄດ້ຂໍ້ຕົກລົງຢຸດຍິງ ແລະ ມຸ່ງໄປເຖິງພື້ນຖານສັນຕິພາບແບບຍືນຍົງ. ທ່ານ John Kelley ກໍ່ຢ້ຳຄືນເລື່ອງທ່ານປະທານາທິບໍດີ ອາເມລິກາ Donald Trump ສະເໜີໃຫ້ສອງຝ່າຍປະຕິບັດສຳເລັດວຽກງານນີ້ກ່ອນວັນທີ 8 ສິງຫາ, ພ້ອມທັງຢັ້ງຢືນວ່າ ອາເມລິກາ ພ້ອມແລ້ວທີ່ຈະປະຕິບັດບັນດາມາດຕະການເພີ່ມເຕີມເພື່ອຮັບປະກັນສັນຕິພາບ. ກ່ອນໜ້ານັ້ນ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ກ່າວເຕືອນວ່າ ອາເມລິກາ ຈະຈັດວາງມາດຕະການລົງໂທດເພີ່ມເຕີມສຳລັບ ລັດເຊຍ ແລະ ບັນດາປະເທດທີ່ຊື້ສິນຄ້າສົ່ງອອກຂອງ ລັດເຊຍ ຖ້າປະເທດນີ້ ບໍ່ບັນລຸໄດ້ຂໍ້ຕົກລົງຢຸດຕິການປະທະກັນກັບ ຢູແກຼນ ໂດຍໄວ.

top