• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາ​ເມ​ລິ​ກາ ປະ​ກາດ​ຂໍ້​ຕົກ​ລົງ​ຢຸດ​ຍິງ 3 ວັນ​ລະ​ຫວ່າງ​ລັດ​ເຊຍ ແລະ ຢູ​ແກຼນ

ລັດ​ເຊຍ ແລະ ຢູ​ແກຼນ ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ປະ​ຕິ​ບັດ​ການ​ຢຸດ​ຍິງ​ໃນ​ລະ​ຫວ່າງວັນ​ທີ 9 ຫາ​ວັນ​ທີ 11 ພຶດ​ສະ​ພາ, ດ້ວຍ​ເລື່ອງຢຸດ​ຕິ​ທຸກ​ການ​ເຄື່ອນ​ໄຫ​ວ​ບຸກ​ໂຈມ​ຕີ ແລະ ດຳ​ເນີນ​ການມອບ​ສົ່ງ​ຊະ​ເລີຍ​ເສິກ​ໃນ​ຂອບ​ຂະ​ໜາດ​ໃຫຍ່.

ວັນ​ທີ 08 ພຶດ​ສະ​ພາ, ສຳ​ນັກ​ຂ່າວ​ສານ ລັດ​ເຊຍ Interfax ໃຫ້​ຮູ້​ວ່າ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ຖະ​ແຫຼງວ່າ ລັດ​ເຊຍ ແລະ ຢູ​ແກຼນ ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ປະ​ຕິ​ບັດ​ການ​ຢຸດ​ຍິງ​ໃນ​ລະ​ຫວ່າງວັນ​ທີ 9 ຫາ​ວັນ​ທີ 11 ພຶດ​ສະ​ພາ, ດ້ວຍ​ເລື່ອງຢຸດ​ຕິ​ທຸກ​ການ​ເຄື່ອນ​ໄຫ​ວ​ບຸກ​ໂຈມ​ຕີ ແລະ ດຳ​ເນີນ​ການມອບ​ສົ່ງ​ຊະ​ເລີຍ​ເສິກ​ໃນ​ຂອບ​ຂະ​ໜາດ​ໃຫຍ່. ຂໍ້​ຕົກ​ລົງ​ຢຸດ​ຍິງ​ແກ່​ຍາວ​ສາມ​ວັນ ລວມ​ມີ​ການ​ຢຸດ​ຕິ​ທຸກ​ການ​ບຸກ​ໂຈມ​ຕີ​ທາງ​​ທ​ະ​ຫານ, ພ້ອມ​ດຽວ​ກັນ​ນັ້ນ ສອງ​ຝ່າຍ​ຈະ​ດຳ​ເນີນ​ການມອບ​ສົ່ງ​ຊະ​ເລີຍ​ເສິກ ດ້ວຍ​ຈຳ​ນວນ 1.000 ຄົນ​ຕໍ່​ຝ່າຍ. ທ່ານ Donald Trump ໃຫ້​ຮູ້​ວ່າ ທ່ານ​ເອງ​ເປັນ​ຜູ້​ສະ​ເໜ​ີ​ຂໍ້​ລິ​ເລີ່ມ​ນີ້​ໂດຍ​ກົງ ແລະ ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ທ່ານ Vladimir Putin ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ແລະ ທ່ານປະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼນ Volodymyr Zelenskyy.

ກໍ​ໃນ​ວັນ​ທີ 08 ພຶດ​ສະ​ພາ, ຝ່າຍ ລັດ​ເຊຍ ໄດ້​ຢັ້ງ​ຢືນ​ຍອມ​ຮັບ​ຂໍ້​ຕົກ​ລົງ​ຂອງ ອາ​ເມ​ລິ​ກາ, ໂດຍ​ເນັ້ນ​ໜັກ​ເຖິງ​ເນື້ອ​ໃນ​ຈຸດ​ສຸມ​ແມ່ນການ​ແລກ​ປ່ຽນ​ຊະ​ເລີຍ​ເສິກ ດ້ວຍ​ຈຳ​ນວນ 1.000 ຄົນ​ຕໍ່​ຝ່າຍ​ໃນ​ເວ​ລາ​ຢຸດ​ຍິງ.

(ແຫຼ່ງຄັດຈາກ VOV)

ລາງວັນ​ຊາວ​ເຄວ ປີ 2026: ເຊ​ີດ​ຊູ 123 ພື້ນ​ຖານ, ການ​ບໍ​ລິ​ການ ແລະ ມາດ​ຕະ​ການ​ດີ​ຈີ​ຕອນ​ດີ​ເດັ່ນ

ລາງວັນ​ຊາວ​ເຄວ ປີ 2026: ເຊ​ີດ​ຊູ 123 ພື້ນ​ຖານ, ການ​ບໍ​ລິ​ການ ແລະ ມາດ​ຕະ​ການ​ດີ​ຈີ​ຕອນ​ດີ​ເດັ່ນ

ຕອນ​ບ່າຍ​ວັນ​ທີ 28 ພຶ​ດ​ສະ​ພາ, ຢູ່​ຮ່າ​ໂນ້ຍ, ພາຍ​ໃຕ້​ການ​ອຸ​ປະ​ຖຳ​ຈາກ​ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ ຫວຽດ​ນາມ, ສະ​ຫະ​ສະ​ມາ​ຄົມ​ຊ​ອັບ​ແວ ແລະ ການ​ບໍ​ລິ​ການ​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ ຫວຽດ​ນາມ (VINASA) ໄດ້​ຈັດ​ພິ​ທີ​ເຊີດ​ຊູ ແລະ ມອບ​ລາງວັນ ຊາວ​ເຄວ ປີ 2026.

Top