• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາ ຕີລາຄາການໂອ້ລົມທາງໂທລະສັບກ່ຽວກັບພາສີອາກອນກັບ ຫວຽດນາມ ແມ່ນບັນລຸປະສິດທິຜົນ

ບັນດາລັດຖະມົນຕີໄດ້ຊີ້ນຳກຸ່ມເຕັກນິກຂອງ 2 ຝ່າຍດຳເນີນການປຶກສາຫາລືເຕັກນິກໃນຊຸມມື້ຈະມາເຖິງໂດຍໄວ
ທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ (ພາບ: TTXVN)

ວັນທີ 24 ເມສາ, ຫ້ອງການຜູ້ຕາງໜ້າການຄ້າ ອາເມລິກາ (USTR) ໄດ້ອອກແຈ້ງການກ່ຽວກັບການໂອ້ລົມທາງໂທລະສັບລະຫວ່າງທ່ານຫົວໜ້າຜູ້ຕາງໜ້າການຄ້າ ອາເມລິກາ Jamieson L. Greer ແລະ ທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ ໃນວັນທີ 23 ເມສາ, ເພື່ອປຶກສາຫາລືກ່ຽວກັບການຄ້າ 2 ຝ່າຍລະຫວ່າງ ອາເມລິກາ ແລະ ຫວຽດນາມ.

ຕາມແຈ້ງການ, ທ່ານ Greer ໄດ້ແລກປ່ຽນກ່ຽວກັບບັນດາບາດກ້າວຕໍ່ໄປລະຫວ່າງ USTR ແລະ ກະຊວງອຸດສາຫະກຳການຄ້າ ຫວຽດນາມ ພາຍຫຼັງການໂອ້ລົມທາງໂທລະສັບລະຫວ່າງທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ໃນວັນທີ 04 ເມສາ. 2 ຝ່າຍໄດ້ເຫັນດີກ່ຽວກັບຄວາມສຳຄັນຂອງເລື່ອງບັນລຸໄດ້ຄວາມຄືບໜ້າໃນການມຸ່ງໄປເຖິງການພົວພັນການຄ້າດຸ່ນດ່ຽງ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງ ອາເມລິກາ ແລະ ຫວຽດນາມ ຢ່າງວ່ອງໄວ.

\ບັນດາລັດຖະມົນຕີໄດ້ຊີ້ນຳກຸ່ມເຕັກນິກຂອງ 2 ຝ່າຍດຳເນີນການປຶກສາຫາລືເຕັກນິກໃນຊຸມມື້ຈະມາເຖິງໂດຍໄວ ເພື່ອແລກປ່ຽນກ່ຽວກັບບັນດາຄວາມມານະພະຍາຍາມເປີດກວ້າງການສຳຜັດຕະຫຼາດ ແລະ ແກ້ໄຂບັນດາການກະທຳດ້ານການຄ້າທີ່ບໍ່ມີຄວາມຍຸຕິທຳ.

(ແຫຼ່ງຄັດຈາກ VOV)

ປະ​ທານ​ປະ​ເທດ ເລືອງ​ເກື່ອງ ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ສ​ປ​ປ. ລາວ ຢ່າງ​ຈົບ​ງາມ

ປະ​ທານ​ປະ​ເທດ ເລືອງ​ເກື່ອງ ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ສ​ປ​ປ. ລາວ ຢ່າງ​ຈົບ​ງາມ

ຕອນຄ່ຳວັນທີ 25 ເມສາ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງມາຮອດ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມທາງລັດຖະກິດຢູ່ ສປປ.ລາວ ຢ່າງຈົບງາມຕາມຄຳເຊີນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ.

Top