• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອານຢາງ ຍູ້ໄວການລົບລ້າງເຮືອນຢູ່ຊ່ົວຄາວ, ເຮືອນຊຸດໂຊມ

ໂດຍປະຕິບັດບັນດາໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຊຸດໂຊມ ແຂວງ ອານຢາງ ໄດ້ຫ້າວຫັນຜັນຂະຫຍາຍຂະບວນການແຂ່ງຂັນເພ່ືອຄົນທຸກຍາກ, ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫລັງ, ໂດຍມີການເຂົ້າຮ່ວມຂອງອຳນາດການປົກຄອງ ແລະ ປະຊາຊົນ. ຜ່ານນັ້ນ ກໍ່ບໍ່ພຽງແຕ່ຊ່ວຍບັນດາຄອບຄົວທຸກຍາກ, ໃກ້ຂັ້ນທຸກຍາກ, ຄອບຄົວປະສົບກັບຄວາມຫຍຸ້ງຍາກ “ມີບ່ອນຢູ່ຖາວອນ” ເທ່ົານັ້ນ ຫາກຍັງປະກອບສ່ວນຍົກສູງຊີວິດການເປັນຢູ່ທາງດ້ານວັດຖຸ, ຈິດໃຈໃຫ້ແກ່ປະຊາຊົນ, ຮັບປະກັນຊີວິດສັງຄົມ.
  ທ່ານນາງ ດັ້ງທິຮວາໄຣ, ປະທານ ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແຂວງ ອານຢາງ ມອບເຮືອນມະຫາສາມັກຄີແບບສັນຍາລັກໃຫ້ແກ່ປະຊາຊົນ. (ພາບ: VOV)  

ພາຍຫລັງມີຄຳສັ່ງຂອງນາຍົກລັດຖະມົນຕີ ກ່ຽວກັບການຍູ້ແຮງການຜັນຂະຫຍາຍການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຊຸດໂຊມຢູ່ ບໍລິເວນທົ່ວປະເທດ, ທ້າຍປີ 2024 ແຂວງ ອານຢາງ ໄດ້ປຸກລະດົມຮຽກຮ້ອງບັນດາອົງການຫົວຫນ່ວຍ, ກຳລັງປະກອບອາວຸດ, ສະຖານທີ່ໄຫວ້ບູຊາ, ອົງການສາສະຫນາ, ບັນດາວິສາຫະກິດຢູ່ພາຍໃນ ແລະ ນອກແຂວງ... ໄດ້ຮ່ວມແຮງຮ່ວມໃຈຜັນຂະຫຍາຍປະຕິບັດ.

ພາຍຫລັງພິທີປຸກລະດົມ, ໂຄງການລົບລ້າງເຮືອນຢູ່, ເຮືອນຊຸດໂຊມ, ກອງທຶນເພື່ອຜູ້ທຸກຍາກ ແລະ ກອງທຶນຮັບປະກັນຊີວິດສັງຄົມ... ໄດ້ຮັບເງິນຈຳນວນກວ່າ 123 ຕື້ດົ່ງ (4.8 ຕື້ USD). ແລະພຽງໃນເວລາ 20 ວັນ, ມີເຮືອນຫລັງໃຫມ່ນັບຮ້ອຍໆຫລັງ ໄດ້ຮັບການກໍ່ສ້າງ ແລະ ມອບໃຫ້ບັນດາຄອບຄົວ. ທ່ານນາງ ດັ້ງທິຮວາໄຣ, ປະທານ ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແຂວງ ອານຢາງ ແບ່ງປັນວ່າ:

 “ປະຈຸບັນ ພວກຂ້າພະເຈົ້າໄດ້ມອບເຮືອນຫລັງໃຫມ່ກວ່າ 300 ຫລັງ ໃຫ້ແກ່ບັນດາຄອບຄົວນະໂຍບາຍ, ຄອບຄົວປະສົບກັບຄວາມຫຍຸ້ງຍາກ ໄດ້ເຂົ້າໄປຢູ່. ໃນໄລຍະຈະມາເຖິງ, ພວກຂ້າພະເຈົ້າຈະຜັນຂະຫຍາຍການປຸກສ້າງບັນດາຫລັງເຮືອນທີ່ຍັງເຫລືອທັງໝົດ, ຕ້ອງປະຕິບັດສຳເລັດຕາມການຊີ້ນຳຂອງທ່ານນາຍົກລັດຖະມົນຕີ, ຂອງສູນກາງແນວໂຮມປະເທດຊາດ ຫວຽດນາມ”.         

“ໂຄງການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຊຸດໂຊມ” ໄດ້ຮັບການຜັນຂະຫຍາຍຢ່າງຮີບເຮັ່ງຢູ່ແຕ່ລະທ້ອງຖິ່ນ. ທ່ານ ຫງວຽນແທງກວາງ, ປະທານ ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ລອງຊວຽນ ແຂວງ ອານຢາງ ໃຫ້ຮູ້ວ່າ:

“ພາຍຫລັງພິທີປຸກລະດົມ, ຄະນະຊີ້ນຳໄດ້ຜັນຂະຫຍາຍລົງໄປບັນດາຕາແສງ. ພວກຂ້າພະເຈົ້າໄດ້ປະຕິບັດສຳເລັດ ແລະ ນຳເຂົ້າໃຊ້ງານກ່ອນວັນທີ 23 ເດືອນ 12 (ໄລ່ຕາມຈັນທະປະຕິທິນ - ວັນບຸນໄຫວ້ເຈົ້າເຕົາ) ເພື່ອໃຫ້ພໍ່ແມ່ປະຊາຊົນມີຄວາມອຸ່ນອຽນໃຈໃນການເຮັດພິທີກຳທີ່ເປັນມູນເຊື້ອຂອງຊາວຫວຽດນາມ ໃນໂອກາດວັນບຸນປີໃຫມ່ປະຈຳຊາດ ຫວຽດນາມ. ອຳນາດການປົກຄອງນະຄອນ ຈະສູ້ຊົນໃຫ້ປະຕິບັດສຳເລັດຕາມເປົ້າຫມາຍກ່ອນກຳນົດເວລາທີ່ລັດຖະບານ ແລະ ແຂວງວາງອອກ.

  ຕຳຫລວດແຂວງ ອານຢາງ ມອບເຮືອນມະຫາສາມັກຄີໃຫ້ແກ່ປະຊາຊົນຢູ່ ບໍລິເວນແຂວງ. (ພາບ:VOV)  

ສຳລັບ ບັນດາທ້ອງຖິ່ນ ມີຊາວຊົນເຜົ່າສ່ວນຫນ້ອຍດຳລົງຊີວິດເປັນຈຳນວນຫລວງຫລາຍ, ໄລຍະຜ່ານມາ ຢູ່ບັນດາກຸ່ມບ້ານຊາວເຜົ່າຈຳ ຢູ່ໃນແຂວງ, ຄະນະຜູ້ຕາງຫນ້າປະຊາຄົມຊາວອິດສະລາມ ຢູ່ແຂວງ ອານຢາງ ກໍ່ໄດ້ມອບເຮືອນມະຫາສາມັກຄີນັບສີບໆຫລັງໃຫ້ແກ່ພໍ່ແມ່ປະຊາຊົນຊາວເຜົ່າຈຳ. ທ່ານນາງ Si Ty Ha Ra ຄະນະຜູ້ຕາງຫນ້າປະຊາຄົມຊາວອິດສະລາມ ຢູ່ ແຂວງ ອານຢາງ ໃຫ້ຮູ້ວ່າ:

 “ຄະນະຜູ້ຕາງຫນ້າ ມີຄວາມເປັນກຽດທີ່ໄດ້ຮ່ວມເດີນທາງພ້ອມກັບອຳນາດການປົກຄອງທ້ອງຖິ່ນ ເພື່ອເບິ່ງແຍງເອົາໃຈໃສ່ບັນດາຄອບຄົວທຸກຍາກ ແລະ ບັນດາຄອບຄົວທີ່ຍັງບໍ່ທັນມີເຮືອນຢູ່. ປະຈຸບັນ ພໍ່ແມ່ປະຊາຊົນມີບ່ອນຢູ່ຖາວອນ, ມີຄວາມອຸ່ນອຽນໃຈທຳມາຫາກິນ ຫລຸດພົ້ນອອກຈາກຄວາມທຸກຍາກແບບຍືນຍົງ”.

ຕາມຄະນະກຳມະການປະຊາຊົນ ແຂວງ ອານຢາງ, ປະຈຸບັນ ທົ່ວແຂວງ ຍັງຄົງມີກວ່າ 4.600 ຄອບຄົວ ມີຄວາມຕ້ອງການດ້ານເຮືອນຢູ່ ດ້ວຍຍອດງົບປະມານປະຕິບັດແມ່ນກວ່າ 24 ລ້ານ USD. ທ່ານ ໂຮ່ວັນມື່ງ ປະທານ ຄະນະກຳມະການປະຊາຊົນ ແຂວງ ອານຢາງ ຢືນຢັນ: ອານຢາງ ພວມສຸມໃສ່ທຸກແຫລ່ງກຳລັງ, ສູ້ຊົນລົບລ້າງເຮືອນຢູ່ ຊ່ົວຄາວ, ເຮືອນຊຸດໂຊມ ຢູ່ບັນດທ້ອງຖິ່ນໃຫ້ໄວກວ່າແຜນການທີ່ໄດ້ວາງອອກ.

 “ຄະນະກຳມະການແຂວງ ໄດ້ວາງແຜນການແບ່ງເປັນ 3 ໄລຍະ ເພື່ອຈັດຕັ້ງການປະຕິບັດລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຊຸດໂຊມ. ຮອດເດືອນມິຖຸນາ ປີນີ້ ຈະກໍ່ສ້າງສຳເລັດບັນດາກໍລະນີເຮືອນຢູ່ຊົ່ວຄາວ, ເຮືອນຊຸດໂຊມ. ອານຢາງ ສູ້ຊົນ ສິ້ນສຸດວຽກງານນີ້ໃນເດືອນກັນຍາ ປີ 2025”.

ເລື່ອງແຂວງ ອານຢາງ ມານະພະຍາຍາມສຳເລັດ “ໂຄງການລົບລ້າງເຮືອນຢູ່ຊ່ົວຄາວ, ເຮືອນຊຸດໂຊມ” ຕາມເປົ້າໝາຍຊື່ງລັດຖະບານໄດ້ວາງອອກ ບໍ່ພຽງແຕ່ຊ່ວຍປະຊາຊົນມີບ່ອນຢູ່ຖາວອນ, ຍົກສູງຄຸນນະພາບການຊີວິດການເປັນຢູ່ເທົ່ານັ້ນ ຫາກແຜນນະໂຍບາຍນີ້ຍັງສວມບົດບາດຫລັກແຫລ່ງໃນຍຸດທະສາດຮັບປະກັນຊີວິດສັງຄົມ ແລະ ຫລຸດຜ່ອນຄວາມທຸກຍາກແບບຍືນຍົງຢູ່ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບການນຳບັນດາກຸ່ມບໍລິສັດ, ວິສາຫະກິດໃຫຍ່ຂອງ ອິນໂດເນເຊຍ

ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບການນຳບັນດາກຸ່ມບໍລິສັດ, ວິສາຫະກິດໃຫຍ່ຂອງ ອິນໂດເນເຊຍ

ວັນທີ 09 ມີນາ, ຢູ່ນະຄອນຫຼວງ ຈາກາກຕາ, ປະເທດ ອິນໂດເນເຊຍ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຕ້ອນຮັບການນຳບັນດາກຸ່ມບໍລິສັດ, ວິສາຫະກິດໃຫຍ່ຂອງ ອິນໂດເນເຊຍ.

Top