• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຊຽນ

ອາຊຽນ ຮ່ວມມືດ້ານປ້ອງກັນຊາດ ໃນການຮັບມືກັບ ໂລກລະບາດ

ປະຕິບັດໂຄງການປີ ອາຊຽນ 2020, ກອງປະຊຸມວົງແຄບ ລັດຖະມົນຕີປ້ອງກັນປະເທດ ບັນດາປະເທດ ອາຊຽນ ປີ 2020 (ADMM ວົງແຄບ) ໄດ້ຈັດຂຶ້ນຢູ່ ຮ່າໂນ້ຍ. ກອງປະ ຊຸມ ໄດ້ອອກຖະແຫຼງການຮ່ວມ ກ່ຽວກັບການຮ່ວມ ມືດ້ານ ປ້ອງກັນຊາດ ໃນການຮັບມືກັບ ໂລກລະບາດ. ຂ່າວພາບ ຫວຽດນາມ ຂໍເປັນກຽດ ນຳສະເໜີ ຕໍ່ທ່ານ ຜູ້ອ່ານ ເນື້ອໃນ ຂອງ ຖະແຫຼງການຮ່ວມສະບັບນີ້: 
ພວກຂ້າພະເຈົ້າ, ລັດຖະມົນຕີປ້ອງກັນປະເທດ ບັນດາ ປະ ເທດ ອາຊຽນ ໄດ້ເຕົ້າມາໂຮມກັນຢູ່ ຮ່າໂນ້ຍ ແຫ່ງສາທາລະ ນະລັດ ສັງຄົມນິຍົມ ຫວຽດນາມໃນວັນທີ 19 ກຸມພາ 2020. 

ຮັບຮອງຄວາມກັງວົນໃຈກ່ຽວກັບ ການແຜ່ລະບາດ ອັກເສບ ປອດ ຈາກເຊື້ອ ໄວຣັດ ໂຄໂຣນາ ສາຍພັນໃໝ່ COVID-19 ກໍ່ຂຶ້ນ, ສົ່ງຜົນສະທ້ອນ ເຖິງສຸຂະພາບ ຂອງ ປະຊາຊົນ, ການ ພັດທະນາດ້ານເສດຖະກິດ, ກໍ່ຄືຄວາມສະຫງົບ ແລະ ສະ ຖຽນ ລະພາບໃນພາກພື້ນ.

ເສີມສ້າງຄວາມເຂັ້ມແຂງ ຂອງ ອົງການ ແລະ ຜູ້ຄົນ ກໍ່ຄືວິທີ ການຊ່ວຍເຫຼືອ ໃນການນຳໃຊ້ບັນດານະໂຍບາຍ, ຍຸດທະ ສາດ ແລະ ແຜນການ ກະກຽມ, ຮັບມືກັບໄພພິບັດ ດ້ານ ສາ ທາລະນະສຸກ. ສະແດງຄວາມເຫັນອົກເຫັນໃຈຢ່າງເລິກເຊິ່ງ ກັບບັນດາ ປະ ເທດ, ປະຊາຄົມ ແລະ ຜູ້ຄົນ ທີ່ໄດ້ຮັບຜົນສະທ້ອນຈາກໂລກ ລະບາດນີ້.

ຮັບຮອງຄວາມພະຍາຍາມຂອງບັນດາປະເທດ ສະມາຊິກອາຊຽນ ໃນການຮັບມືກັບໂລກລະບາດ  COVID-19 ແນ ໃສ່ ປົກປ້ອງພົນລະເມືອງ ຂອງ ແຕ່ລະປະເທດ; ແບ່ງປັນ ແລະ ຕີລາຄາສູງຄວາມພະຍາຍາມຂອງ ລັດຖະບານ ຈີນ ໃນການຮັບມືກັບໂລກລະບາດ  COVID-19, ໃນນັ້ນ ກະ ຊວງປ້ອງກັນປະເທດ ຈີນ ໄດ້ມີບົດບາດ ທີ່ສຳຄັນ.

ຢັ້ງຢືນຄືນໃໝ່ ຖະແຫຼງການຂອງປະທານ ອາຊຽນ ເມື່ອວັນທິ 15 ກຸມພາ 2020 ກ່ຽວກັບການຮັບມື ກັບ ໂລກລະບາດ COVID-19.


ກອງປະຊຸມວົງແຄບ ບັນດາລັດຖະມົນຕີປ້ອງກັນປະເທດປະ ເທດ ອາຊຽນ ປີ 2020 (ADMM) ໄດ້ຈັດຂຶ້ນຢ່າງເປັນທາງ ການໃນຕອນເຊົ້າວັນທີ 19 ກຸມພາ 2020 ທີ່ນະຄອນຫຼວງ ຮ່າໂນ້ຍ. ກອງປະຊຸມດັ່ງກ່າວ ຈະໄດ້ດຳເນີນ ໄປແຕ່ວັນທີ 18-21/2/2020, ເປັນເຫດການທີ່ເປີດສາກໃຫ້ແກ່ບັນດາ ການ ເຄື່ອນໄຫວ, ກອງປະຊຸມ ຂັ້ນລັດຖະມົນຕີ ປ້ອງກັນ ປະເທດ-ການທະຫານອາຊຽນ ໃນປີ ຫວຽດນາມ ເປັນປະ ທານ ອາຊຽນ. ພາບ: ເຢືອງຢາງ/VNA


ພົນເອກ ໂງຊວນລິກ, ກຳມະການກົມການເມືອງ, ຮອງເລຂາ
ຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງ ປ້ອງ ກັນປະເທດ ຫວຽດນາມ ກ່າວປາໄສ ໄຂກອງປະຊຸມ. ພາບ: ເຢືອງຢາງ/VNA



ໃນຂອບເຂດກອງປະຊຸມວົງແຄບ ບັນດາ ລັດຖະມົນຕີປ້ອງ ກັນປະເທດອາຊຽນ ປີ 2020 (ADMM), ການພົບປະບໍ່ເປັນ ທາງການ ລະຫວ່າງ ລັດຖະມົນຕີ ປ້ອງກັນປະເທດ ອາຊຽນ ແລະ ອົດສຕຣາລີ  ໄດ້ຈັດຂຶ້ນ ໃນຕອນບ່າຍວັນທີ 19 ກຸມ ພາ 2020, ທີ່ ຮ່າໂນ້ຍ. ພາບ: ເຢືອງຢາງ/VNA


ການພົບປະບໍ່ເປັນທາງການລະຫວ່າງ ລັດຖະມົນຕີປ້ອງກັນ ປະເທດອາຊຽນ ແລະ ອົດສຕຣາລີ  ໄດ້ຈັດຂຶ້ນໃນວັນທີ 19 ກຸມພາ 2020, ທີ່ ຮ່າໂນ້ຍ. ພາບ: ເຢືອງຢາງ/VNA

ຮັບຮອງການປະຕິບັດງານຮັບມືກັບໂລກລະບາດ COVID-19 ຂອງ ອາຊຽນ ຜ່ານສະພາປະສານງານ ອາຊຽນ (ACC), ລວມທັງບັນດາວິທີແກ້ໄຂ ທີ່ຂະແໜງສາທາລະນະສຸກ ຂອງ ອາຊຽນ ພວມຜັນຂະຫຍາຍ.

ຍ້ອງຍໍຊົມເຊີຍ ການເປັນເຈົ້າການໃນການກະກຽມຢ່າງມີປະ ສິດທິຜົນ ຂອງ ຫວຽດນາມ ໃຫ້ປີເປັນປະທານ ອາຊຽນ 2020, ລວມທັງບັນດາວິທີການກັນ, ຕ້ານໂລກລະບາດ COVID-19.

ຮັບຮອງການຮ່ວມມືໃນພາກພື້ນ ແລະ ສາກົນ ທ່ີຈໍາເປັນເພື່ອ ຮັບມື ແກ້ໄຂຜົນຮ້າຍຍ້ອນຫຼັງ ຂອງ ໂລກລະບາດ.

ຢືນຢັນ ອີກຄັ້ງໜຶ່ງ ເຖິງຄຳໝັ້ນສັນຍາ ຂອງ ພວກເຮົາກ່ຽວ ກັບການ ເພີ່ມທະວີ ການຮ່ວມມືດ້ານປ້ອງກັນຊາດ, ໃນນັ້ນ ມີການ ຮ່ວມມືດ້ານເສນາຮັກ ແລະ ແບ່ງປັນຂໍ້ມູນຂ່າວສານ ເພື່ອຮັບປະກັນສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນ ລະພາບ ແລະ ໝັ້ນຄົງ. ເນັ້ນໜັກເຖິງຄວາມສຳຄັນຂອງ ຄວາມສາມັກຄີ ແລະ ຄວາມເປັນເອກະພາບ ຂອງ ອາຊຽນ ໃນການຮັບມືກັບ ໂລກລະບາດ COVID-19.

ຜ່ານນີ້ ພວກຂ້າພະເຈົ້າ ໄດ້ຕັດສິນໃຈວ່າ:

ເພີ່ມທະວີການ ຮ່ວມມື ໃນທາງປະຕິບັດ ລະຫວ່າງບັນດາ ອົງການ ປ້ອງກັນປະເທດ ອາຊຽນ, ແນໃສ່ຈັດຕັ້ງການ ແລກ ປ່ຽນຂໍ້ມູນຂ່າວສານ ແລະ ແລກປ່ຽນວິທີການການປະ ຕິບັດ ງານ ຢ່າງມີປະສິດທິຜົນ, ກໍ່ຄືກັບບັນດາຄູ່ຮ່ວມມືພາຍນອກ, ຕາມຮູບແບບສອງຝ່າຍ ຫຼື ຫຼາຍຝ່າຍ.


ພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ
ຫວຽດນາມ ພົບປະສອງຝ່າຍ ກັບ ພົນເອກ ຈັນສະໝອນ ຈັນ ຍາລາດ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ. ພາບ: ເຢືອງຢາງ/VNA



ພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ
ຫວຽດນາມ ພົບປະ ກັບທ່ານ Linda Reynold, ລັດຖະມົນ ຕີກະຊວງປ້ອງກັນປະເທດ ອົດສຕຣາລີ. ພາບ: ເຢືອງຢາງ/VNA



ພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ
ຫວຽດນາມ ພົບປະສອງຝ່າຍກັບທ່ານ
Tea Banh, ຮອງນາ ຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ປະເທດ ກຳ ປູເຈຍ. ພາບ: ເຢືອງຢາງ/VNA


ພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ
ຫວຽດນາມ ພົບປະກັບ ທ່ານ
Lim Jock Hoi, ເລຂາທິການ ໃຫຍ່ ອາຊຽນ. ພາບ: ເຢືອງຢາງ/VNA


ພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ
ຫວຽດນາມ ພົບປະສອງຝ່າຍ ກັບ ພົນເອກ ໄຊຊານ ຊ້າງມົງ ຄົນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄທ. ພາບ: ເຢືອງຢາງ/VNA





ພົນເອກ ໂງຊວນລິກ  ພົບປະສອງຝ່າຍກັບຮອງຜູ້ບັນຊາການ ກອງທັບເຮືອ Agus Setiadji, ເລຂາທິການໃຫຍ່ ກະຊວງ ປ້ອງປະເທດ ອິນໂດເນເຊຍ. ພາບ: ເຢືອງຢາງ/VNA


T
ພົນໂທ Sein Win, ລັດຖະມົນຕີກະຊວງປ້ອງກັນປະເທດ ມຽນມາ ຢ້ຽມຢາມຫໍພິພິທະພັນ ປະຫວັດສາດ ການທະຫານ ຫວຽດນາມ . ພາບ: ເຢືອງຢາງ/VNA

ນໍາໃຊ້ເຄືອຂ່າຍ ຜູ້ຊ່ຽວຊານດ້ານເຄມີສາດ, ຊີວະສາດ ແລະ ກຳມັນຕະພາບລັງສີ ຢູ່ ອາຊຽນ ເພື່ອເພີ່ມທະວີ ການພົວພັນ ດ້ານວິຊາການ ແລະ ຊຸກຍູ້ການຮ່ວມມືດ້ານ ວິທະຍາສາດ ເພື່ອຄວບຄຸມການລະບາດ ຂອງ ພະຍາດຕິດຕໍ່.

ຮ່ວມມືກັນຢ່າງຈິງຈັງ ລະຫວ່າງບັນດາອົງການວິຊາສະເພາະຂະແໜງການທີ່ກ່ຽວຂ້ອງຂອງ ອາຊຽນ ໃນການຮັບມືກັບ ໂລກລະບາດ COVID-19 ບົນຈິດໃຈສາມັກຄີຂອງ ອາຊຽນ ກໍ່ຄືການຮ່ວມມືກັບບັນດາປະເທດໃນພາກພື້ນ ແລະ ໂລກ ອີກດ້ວຍ.

ສືບຕໍ່ໃຫ້ຄຳໝັ້ນສັນຍາ ປະຕິບັດວຽກ ຂອງຕົນ ແລະ ຮັກສາ ຄວາມສາມັກຄີ ເພື່ອເອົາຊະນະ ໂລກລະບາດ COVID-19 ເພື່ອຜົນປະໂຫຍດລວມຂອງ ປະຊາຄົມ ອາຊຽນ. 
 
ບົດ: VNP ສັງລວມ - ພາບ: VNA

ASEAN ຮ່ວມແຮງຮ່ວມໃຈກັບ ມຽນມາ ແລະ ໄທ ໃນການແກ້ໄຂຜົນກະທົບຈາກເຫດແຜ່ນດິນໄຫວ

ASEAN ຮ່ວມແຮງຮ່ວມໃຈກັບ ມຽນມາ ແລະ ໄທ ໃນການແກ້ໄຂຜົນກະທົບຈາກເຫດແຜ່ນດິນໄຫວ

ນີ້ແມ່ນການຢືນຢັນ ຂອງ ບັນດາລັດຖະມົນຕີ ກະຊວງການຕ່າງປະເທດ ASEAN ໃນກອງປະຊຸມສຸກເສີນພິເສດ ຈັດຂຶ້ນໂດຍປະເທດ ມາເລເຊຍ ເຊິ່ງເປັນປະທານ ASEAN ໃນປີ 2025 ຜ່ານລະບົບທາງໄກ ເພື່ອຕອບສະໜອງຕໍ່ເຫດການແຜ່ນດິນໄຫວ ຢ່າງຮຸນແຮງຂະໜາດ 7.7 ຣິກເຕີ ທີ່ເຮັດໃຫ້ສັ່ນສະເທືອນປະເທດ ມຽນມາ ແລະ ໄທ ເມື່ອວັນທີ 28 ມີນາ.

Top