• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຊຽນ

ອາຊຽນ-ອົດສະຕຣາລີ: ຮ່ວມມືເພື່ອການຟື້ນຟູ ແລະ ເຕີບໂຕ ແບບຍືນຍົງ

“ອົດສະຕຣາລີ ສະໜັບສະໜູນຢ່າງແຂງແຮງ ຕໍ່ບົດບາດ ເປັນໃຈກາງຂອງ ອາຊຽນ ກໍ່ຄືການເຂົ້າຮ່ວມ ປະກອບສ່ວນໃນ ຂະ ບວນການສົນທະນາ ແລະ ການຮ່ວມມື ໂດຍ ອາຊຽນ ເປັນເຈົ້າ ພາບໃນພາກພື້ນ”. ຖະແຫຼງການດັ່ງກ່າວ ຫາກໍ່ ໄດ້ສະເໜີອອກ ທີ່ເວທີປາໄສ ອາຊຽນ-ອົດສະຕຣາລີ ຄັ້ງທີ 33 ເຊິ່ງໄດ້ຈັດຂຶ້ນ ຕາມຮູບແບບທາງໄກ ເມື່ອເດືອນ ມີນາ 2021 ຜ່ານມາ. 
ໃນຖານະເປັນຄູ່ຮ່ວມມືຜູ້ທຳອິດຂອງ ອາຊຽນ (ສ້າງສາຍພົວພັນ ເມື່ອ ປີ 1974), ອົດສະຕຣາລີ ເປັນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນ ແຖວໜ້າຂອງ ອາຊຽນ. ທີ່ກອງປະຊຸມຂັ້ນສູງ ອາຊຽນ ຄັ້ງທີ 37 (ເດືອນ ພະຈິກ 2020), ການນຳ ອາຊຽນ ໄດ້ເປັນເອກະສັນກັນ ໃນການຈັດກອງປະຊຸມຂັ້ນສູງ ອາຊຽນ-ອົດສະຕຣາລີ ເປັນປະ ຈຳ, ເຮັດໃຫ້ອົດສະຕຣາລີ ກາຍເປັນຄູ່ຮ່ວມມືທີ 7 ໃນການ ຮັກ ສາກອງປະຊຸມຂັ້ນສູງ ປະຈຳປີ ກັບ ອາຊຽນ. ຄຳໝັ້ນສັນຍາຂອງ ອົດສະຕຣາລີ ແມ່ນເພິ່ມທະວີການພົວພັນກັບ ອາຊຽນ ໂດຍ ທ່ານ Justin Hayhurst, ຮອງລັດຖະມົນຕີກະຊວງການຕ່າງປະ ເທດ ອົດສະຕຣາລີ ໄດ້ຢັ້ງຢືນຄືນໃໝ່ ຢູ່ເວທີປາໄສ ອາຊຽນ-ອົດ ສະຕຣາລີ ຄັ້ງທີ 33. 


ຕອນບ່າຍວັນທີ 21 ມັງກອນ 2021, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ລົມກັນກັບ ທ່ານນາຍົກລັດຖະມົນຕີ ອົດສະຕຣາລີ Scott Morrison ຜ່ານທາງໂທລະສັບ. ພາບ: ຖົ໋ງເຍີດ/VNA


ຕອນເຊົ້າວັນທີ 14 ພະຈິກ 2020, ທີ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ປະທານອາຊຽນ 2020 ແລະ ທ່ານນາຍົກລັດຖະມົນຕີ ອົດສະຕຣາລີ Scott Morrison ໄດ້ ເປັນປະທານຮ່ວມ ກອງປະຊຸມຂັ້ນສູງ ອາຊຽນ-ອົດສະຕຣາລີ ຄັ້ງທີ 2 ຕາມຮູບແບບທາງໄກ. ພາບ: ຖົ໋ງເຍີດ/VNA


ຕອນເຊົ້າວັນທີ 17 ມີນາ 2021, ທີ່ ຮ່າໂນ້ຍ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນກວັກຢຸງ ໄດ້ເຂົ້າຮ່ວມເວທີປາໄສ ອາຊຽນ-ອົດສະຕຣາລີ ຄັ້ງທີ 33 ຕາມຮູບແບບທາງໄກ. ພາບ: VNA


ໄດ້ຮັບມອບສິດຈາກນາຍົກລັດຖະມົນຕີ, ຕອນບ່າຍວັນທີ 18 ພຶດສະພາ 2020, ທີ່ກະຊວງການຕ່າງປະເທດ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນກວັກຢຸງ ໄດ້ ມອບອຸປະກອນການແພດໃຫ້ແກ່ ລັດຖະບານ ແລະ ປະຊາຊົນ ອົດສະຕຣາລີ ເພື່ອປ້ອງກັນ ແລະ ຕ້ານໂຄວິດ-19. ພາບ: ວັນດຽບ/VNA


ການນໍາກະຊວງປ້ອງກັນປະເທດ, ສະຖານທູດ ອົດສະຕຣາລີ ປະຈຳ ຫວຽດນາມ ພ້ອມກັບພະນັກງານ, ລັດຖະກອນ ໂຮງໝໍພາກສະໜາມ 2.3 ຖ່າຍຮູບຮ່ວມກັນ ກ່ອນຈະ ໄປປະຕິ ບັດໜ້າທີ່ ຢູ່ Bentiu, ຊູດານໃຕ້. ພາບ: ແທງຫວູ/VNA

ອົດສະຕຣາລີ ໄດ້ປະກາດແຜນຂະຫຍາຍວົງເງິນລົງທຶນ ມູນຄ່າ 500 ລ້ານໂດລາ ອົດສະຕຣາລີ ເຊິ່ງ ນາຍົກລັດຖະມົນຕີ ອົດສະ ຕຣາລີ ໄດ້ປະກາດເນື່ອງໃນໂອກາດ ກອງປະຊຸມຂັ້ນສູງ ອາ ຊຽນ-ອົດສະຕຣາລີ (ເດືອນ ພະຈິກ 2020) ເພື່ອຊ່ວຍເຫຼືອ ຟື້ນຟູ ຢ່າງຮອບດ້ານ ໃນພາກພື້ນ; ຊ່ວຍ 1 ລ້ານ ໂດລາ ອົດສະຕຣາລີ ເພື່ອຊ່ວຍເຫຼືອອາຊຽນ ຜັນຂະຫຍາຍແຜນຟື້ນຟູ ທັງໝົດ; ຊ່ວຍ 1 ລ້ານ ໂດລາ ອົດສະຕຣາລີ ໃຫ້ແກ່ກອງທຶນ ອາຊຽນ ຮັບມືກັບ ໂລກລະບາດ ໂຄວິດ-19 ແລະ 21 ລ້ານ ໂດລາ ອົດສະຕຣາລີ ໃຫ້ແກ່ສູນກາງ ອາຊຽນ  ເພື່ອຮັບມືກັບກໍລະນີ ສຸກເສີນດ້ານສາ ທາລະນະສຸກ ແລະ ພະຍາດ ທີ່ເກີດຂຶ້ນມາໃໝ່ (ACPHEED).

ອາຊຽນ ແລະ ອົດສະຕຣາລີ ຢັ້ງຢືນວ່າ ຈະສືບຕໍ່ສົມທົບກັນຢ່າງໃກ້ຊິດ ແລະ ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະ ຖຽນລະພາບ ໃນພາກພື້ນ; ລວມທັງຄວາມໝັ້ນຄົງ ແລະ ສະຖຽນ ລະພາບຢູ່ ທະເລຕາເວັນອອກ, ເສັ້ນທາງເດີນທະເລທີ່ສຳຄັນ ຂອງໂລກ ແຕ່ບົ່ມຊ້ອນ ໄພອັນຕະລາຍ ເຊິ່ງກໍ່ໃຫ້ເກີດຄວາມບໍ່ ສະຫງົບ, ການຜັນແປຢ່າງສັບສົນ ແລະ ໜ້າເປັນຫ່ວງ. ອົດສະ ຕຣາລີ ໄດ້ເນັ້ນໜັກ ເຖິງການສະໜັບສະໜູນ ຫຼັກໝັ້ນ ຂອງ ອາ ຊຽນ, ສະໜັບສະໜູນອາຊຽນ ເສີນຂະຫຍາຍບົດບາດຊຸກຍູ້ການ ສົນທະນາ ແລະ ເພີ່ມທະວີການສ້າງຄວາມໄວ້ວາງໃຈ, ຮັບປະ ກັນການປະຕິບັດຖະແຫຼງການ ວ່າດ້ວຍການປະພຶດຕໍ່ ຂອງ ຝ່າຍ ຕ່າງໆ ຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະ ສິດທິຜົນ, ສ້າງປະມວນກົດລະບຽບວ່າດ້ວຍ ການປະພຶດຕໍ່ ທີ່ທະ ເລຕາເວັນອອກ (COC) ມີຜົນສັກສິດ, ມີປະສິດທິຜົນ ແລະ ເໝາະສົມກັບ ກົດໝາຍສາກົນ ແລະ ສົນທິສັນຍາ ຂອງ ສະຫະປະຊາຊາດວ່າດ້ວຍກົດໝາຍທະເລ  (UNCLOS) ປີ 1982.


ວັນທີ 22 ມັງກອນ 2021, ສະຫະພັນບັນດາອົງການມິດຕະພາບ ນະຄອນ ໂຮ່ຈີມິນ (HUFO) ໄດ້ຈັດງານພົບປະສະເຫຼີມສະຫຼອງວັນຊາດ ອົດສະຕຣາລີ (26/1/1788- 26/1/2021), ເພື່ອສະແດງນໍ້າໃຈສາມັກຄີ ລະຫວ່າງ ປະຊາຊົນ ນະຄອນ ໂຮ່ຈີມິນ ແລະ ປະຊາຊົນ ອົດສະຕຣາລີ. ພາບ: ຊວນຄູ/VNA


ກໍາມະກອນ ທີ່ເຮັດວຽກໃນຕ່ອງໂສການຜະລິດ ວັກຊີນ ຢູ່ ກຸ່ມບໍລິສັດ ການແພດ ອົດສະຕຣາລີ CSL ຢູ່ ນະຄອນ Melbourne. ອົດສະຕຣາລີ ໃຫ້ຄຳໝັ້ນສັນຍາວ່າ ຈະ ຊ່ວຍເຫຼືອ ວັກຊີນ ປ້ອງກັນ ແລະ ຕ້ານໂຄວິດ-19 ໃຫ້ແກ່ບັນດາ ປະເທດ ອາຊຽນ. ພາບ: AFP/VNA
 

ຊາວກະສິກອນເມືອງ ລູກງ້ານ (ບັກຢາງ) ເກັບກ່ຽວໝາກ ລິ້ນຈີ່ ເພື່ອສົ່ງອອກໄປຍັງຕະຫຼາດ ອົດສະຕຣາລີ, ສ ອາເມລິກາ ແລະ ສປ ຈີນ. ພາບ: VNA


ພະແນກກະສິກຳ ແລະ ພັດທະນາຊົນນະບົດ ແຂວງ ຫາຍເຢືອງ ຈັດຕັ້ງແຜນການເກັບຊື້ໝາກລຳໄຍ ສົ່ງອອກໄປຍັງປະເທດ ສິງກະໂປ, ອົດສະຕຣາລີ, ສ ອາເມລິກາ, ອັງກິດ ແລະ ບັນດາປະເທດຕ່າງໆ. ພາບ: ແມ້ງມິນ/VNA

ຕາງໜ້າບັນດາປະເທດ ອາຊຽນ ກ່າວປາໄສກ່ຽວກັບການ ຮ່ວມ ມືດ້ານເສດຖະກິດໃນພາກພື້ນ, ຮອງລັດຖະມົນຕີ ການຕ່າງປະ ເທດ ຫງວຽນກວັກຢຸງ ເນັ້ນໜັກວ່າ ໃນສະພາບການເສດຖະກິດ ໃນ ພາກພື້ນ ພວມປະສົບຜົນກະທົບຢ່າງສັບສົນຄືປັດຈຸບັນ, ອາ ຊຽນ ແລະ ອົດສະຕຣາລີ ຕ້ອງພະຍາຍາມຮັກສາ ການເຊື່ອມຕໍ່ ເສດຖະກິດ ໃນພາກພື້ນ, ປະສານສົມທົບກັນຈັດຕັ້ງປະຕິບັດ ຂໍ້ ຕົກລົງທີ່ສຳຄັນເຊັ່ນ: ສັນຍາການຄ້າເສລີ ອາຊຽນ-ອົດສະຕຣາ ລີ- ນີວຊີແລນ (AANZFTA), ຄູ່ຮ່ວມມືເສດຖະກິດຮອບ ດ້ານ ໃນພາກພື້ນ (RCEP) ແລະ ຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າ ຂ້າມປາຊີຟິກ (CPTPP), ປະກອບສ່ວນຮັກສາການເປີດກວ້າງ ຕະຫຼາດ, ສະຖຽນລະພາບ ຂອງ ຕ່ອງໂສ້ການສະໜອງ, ການ ເຊື່ອມຕໍ່ຢ່າງໝັ້ນຄົງ, ຊ່ວຍເຫຼືອບັນດາວິສາຫະກິດ, ຊຸກຍູ້ການ ຟື້ນຟູ.

ອາຊຽນ ແລະ ອົດສະຕຣາລີ ຢືນຢັນວ່າ ຈະສືບຕໍ່ຮ່ວມມືກັນຢ່າງ ໃກ້ຊິດ ເພື່ອປະກອບສ່ວນເຂົ້າໃນຮັກສາສັນຕິພາບ, ສະຖຽນລະ ພາບໃນພາກພື້ນ; ລວມທັງຄວາມໝັ້ນຄົງ ແລະ ສະຖຽນລະພາບ ຢູ່ທະເລຕາເວັນອອກ, ເສັ້ນທາງເດີນທະເລທີ່ສຳຄັນຂອງໂລກ ແຕ່ບົ່ມຊ້ອນໄປດ້ວຍໄພອັນຕະລາຍ ເຊິ່ງກໍ່ໃຫ້ເກີດຄວາມ ບໍ່ສະ ຫງົບ, ການຜັນແປຢ່າງສັບສົນ, ໜ້າເປັນຫ່ວງ.
ບົດ: VNP ສັງລວມ - ພາບ: VNA

ຫັນເປັນ ດີຈີຕອນ ເພື່ອສ້າງປະຊາຄົມ ASEAN ແບບຍືນຍົງ

ຫັນເປັນ ດີຈີຕອນ ເພື່ອສ້າງປະຊາຄົມ ASEAN ແບບຍືນຍົງ

ໂດຍການຄວ້າໂອກາດ​ ໃນ​ຍຸກ ​ດີຈິີຕອນ​ ຈະ​ຊ່ວຍ​ໃຫ້​ສະມາຄົມ​ປະຊາ​ຊາດ​ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້ (ASEAN) ກາຍເປັນ​ຕົວ​ແບບ​ ໃນການ​ຫັນປ່ຽນ​ດ້ານ​ ດີຈີ​ຕອນ ​ລະດັບໂລກ. ການຫັນ ເປັນ ດີຈີຕອນ ຍັງເປັນ ຍຸດທະສາດ ມຸ່ງສູ່ການສ້າງປະຊາຄົມ ASEAN ແບບຍືນຍົງ, ມີຄວາມສະໜິດຕິດພັນ ທາງດ້ານການ ເມືອງ, ການເຊື່ອມໂຍງ ທາງດ້ານເສດຖະກິດ ແລະ ແບ່ງປັນ ຄວາມຮັບຜິດຊອບທາງສັງຄົມ ຮ່ວມກັນ, ຮັບ ປະກັນ ເປັນທີ່ຕັ້ງ ໃຈກາງ ຂອງ ອາຊີ ທີ່ຂະຫຍັນຂັນເຄື່ອນ.

Top