• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຊຽນ

ອາຊຽນ ຢຶດໝັ້ນໃນການປະຕິບັດ “ລັດຖະທຳມະນູນ ກ່ຽວກັບ ທະເລ ແລະ ມະຫາສະໝຸດ”

ອາຊຽນ ໄດ້ຢືນຢັນເຖິງຄວາມສຳຄັນ ຂອງ UNCLOS ໃນບົດ ບາດ “ລັດຖະທຳມະນູນ ຂອງມະຫາສະໝຸດ”, ເປັນພື້ນຖານ ໃນການສ້າງກົດໝາຍ, ເພື່ອຄວບຄຸມທຸກການເຄື່ອນໄຫວ ທາງ ທະເລ ຂອງ ບັນດາປະເທດ. ພ້ອມກັບບັນດາປະເທດ ອາຊຽນ, ຫວຽດນາມ ມີຄວາມພະຍາຍາມ ເພື່ອນຳຫຼັກການດັ່ງກ່າວ ເຂົ້າໃນ ບັນດາເອກະສານກ່ຽວກັບບັນຫາທີ່ສຳຄັນຂອງ ອາຊຽນ, ໃນນັ້ນສຳຄັນກວ່າໝູ່ແມ່ນຖະແຫຼງການວ່າດ້ວຍການປະພຶດຕໍ່ ຂອງຝ່າຍຕ່າງໆ ຢູ່ທະເລຕາເວັນອອກ ເມື່ອວັນທີ 4 ພະຈິກ 2002 (DOC) ກໍ່ຄືຖະແຫຼງການ “6 ຫຼັກການ ຂອງ ອາຊຽນ ກ່ຽວກັບ ທະເລຕາເວັນອອກ” ເມື່ອວັນທີ 20 ກໍລະກົດ 2012. 
ອະນຸສັນຍາ ຂອງສະຫະປະຊາຊາດວ່າດ້ວຍກົດໝາຍທາງທະ ເລ 1982 ໄດ້ຖືເປັນ “ລັດຖະທຳມະນູນກ່ຽວກັບທະເລ ແລະ ມະຫາສະໝຸດ”, ເປັນພື້ນຖານທາງກົດໝາຍ ໃຫ້ທຸກໆ ການເຄື່ອນໄຫວ ນຳໃຊ້ ແລະ ຮ່ວມມືກ່ຽວກັບທະເລ ໃນລະດັບຊາດ, ພາກພື້ນ ແລະ ໂລກ. 

ໃນກອງປະຊຸມ ASEAN Sea Forum (AMF) ຄັ້ງທີ 9 ແລະ ກອງປະຊຸມ ASEAN Open Sea Forum (EAMF) ເປີດກວ້າງ (EAMF) ຄັ້ງທີ 7, ບັນດາເອກະສານວ່າດ້ວຍການຮ່ວມ ມື ທາງທະເລ ໄດ້ຖືກຮັບຮອງ ຈາກບັນດາປະເທດ ອາຊຽນ ຄື: ຖະແຫຼງການຂອງການນຳຂັ້ນສູງ ກ່ຽວກັບການປ້ອງກັນ, ຕ້ານຂີ້ເຫຍື້ອ ແລະ ສິ່ງເສດເຫຼືອ ຕາມທ້ອງທະເລ ແລະ ໂຄງການ ເຄື່ອນໄຫວເພື່ອແກ້ໄຂບັນຫາ ຂີ້ເຫຍື້ອ ແລະ ສິ່ງເສດເຫຼືອ, ຫົວ ຄິດປະດິດສ້າງ ສ້າງເຄືອຂ່າຍ ອາຊຽນ ກ່ຽວກັບການປ້ອງກັນ, ຕ້ານການຫາປາຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU). ສະເໜີ ຄົ້ນຄວ້າ ກ່ຽວກັບນະໂຍບາຍ ການປະມົງລວມຂອງ ອາຊຽນ, ກົດຂໍ້ກໍານົດ ແນະນຳ ກ່ຽວກັບການປະຕິສໍາພັນທາງທະເລ ໂດຍບັນດາລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ອະນຸມັດຜ່ານ. ຄຽງຂ້າງນັ້ນ, ບັນດາປະເທດ ອາຊຽນ ຍັງມີຫຼາຍການເຄື່ອນໄຫວ ເພື່ອສ້າງຄວາມໄວ້ວາງໃຈ, ແລກປ່ຽນ ບົດຮຽນ ແລະ ຍົກສູງຄວາມສາມາດໃຫ້ແກ່ບັນດາ ປະເທດສະມາຊິກ ໃນການປະຕິບັດ ບັນດາລະບຽບກົດໝາຍ ທາງທະເລ. 


ຫໍສັງເກດການເທິງເກາະ ດ໋າໄຕ B, ສັງກັດເມືອງ ເກາະ ເຈື່ອງຊາ (ແຂວງ ແຄ໋ງຮ່ວາ). ພາບ: VNP


ຍາມຄຳ່ຄືນເທິງບໍ່ນຳ້ມັນ ແບກໂຫ. ພາບ: ເຈີ່ນມິນເຊີນ/VNA


ເກາະ ເຊີນກາ ສັງກັດເມືອງເກາະ ເຈື່ອງຊາ, ແຂວງ ແຄ໋ງຮ່ວາ. ພາບ: ຮຸຍຮຸ່ງ/VNA


ວັດ ເຈື່ອງຊາ ເທິງເກາະ ເຈື່ອງຊາ ເລີ໋ນ, ສັງກັດເມືອງ ເກາະ ເຈື່ອງຊາ (ແຂວງ ແຄ໋ງຮ່ວາ). ພາບ: VNP


Tàu thuyền neo đậu tại cảng An Thới, huyện đảo Phú Quốc (Kiên Giang). Ảnh: Ngọc Hà /TTXVN



ກໍາປັ່ນຫາປາ ຂອງຊາວປະມົງ ບິ່ງດິ້ງ ຈອດຢູ່ ທ່າກຳປັ່ນ ກຸຍເຍີນ. ພາບ: ຫວູຊີງ/VNA


ເດືອນ ກຸມພາ 2020, ກຳປັ່ນໝາຍເລກ SAR 412 ຂອງ ສູນກາງການຊອກຫາ ແລະ ຊ່ວຍເຫຼືອທາງທະເລ ຫວຽດ ນາມ ໄດ້ນໍາລູກເຮືອ 7 ຄົນ ແລະ ກໍາປັ່ນ ໝາຍເລກ QB 98532 TS ທ່ີປະສົບໄພເທິງທະເລ ເຂົ້າທຽບທ່າ ຢູ່ນະຄອນ ດ່າໜັງ ຢ່າງປອດໄພ. ພາບ: VNA


ໜ່ວຍຍາມຝັ່ງ ກອງເຮືອ 402, (ກອງບັນຊາການ ກອງ ທັບເຮືອເຂດ 4) ກວດກາ, ເກັບຫຼັກຖານພະຍານ ເທິງກຳ ປັ່ນ ບັນທຸກນຳ້ມັນ ແບບຜິດກົດໝາຍ, ຖືກຈັບຢູ່ເຂດທະເລ ຕາເວັນຕົກສ່ຽງໃຕ້. ພາບ: ຮວິ່ງເຖ໋ແອ໋ງ/VNA


ພັດທະນາ ພະລັງງານແຮງລົມ ເທິງເມືອງເກາະ ເຈື່ອງຊາ (ແຂວງ ແຄ໋ງຮ່ວາ). ພາບ: VNP


ເກັບມ້ຽນ ສິ່ງເສດເຫຼືອ ຈາກ ປຼາສຕິກ ຢູ່ທ້ອງທະເລ ດ່າ ໜັງ. ພາບ: VNP

Tທ່ານ ຫງວຽນກວັກຢຸງ, ຮອງລັດຖະມົນຕີກະຊວງການຕ່າງປະ ເທດ ຫວຽດນາມ ໃຫ້ຮູ້ວ່າ ໃນ 25 ປີຜ່ານມາ, ຫວຽດນາມ ຍາມໃດ ກໍຖືຫຼັກການ ແລະ ເປົ້າໝາຍຂອງສົນທິສັນຍາ ຂອງສະຫະປະຊາຊາດ ວ່າດ້ວຍທະເລ 1982, ພ້ອມນັ້ນກໍ່ພະຍາມຍາມ ປະຕິບັດຕາມ ສົນທິສັນຍາຢູ່ທະເລຕາເວັນອອກ. ດ້ວຍຈິດໃຈ ເຄົາລົບ ກົດໝາຍ, ຫວຽດນາມ ມີນະໂຍບາຍແກ້ໄຂຂໍ້ຂັດແຍ້ງ ທາງທະເລດ້ວຍສັນຕິວິທີ, ເໝາະສົມກັບກົດຫຼາຍສາກົນ, ໃນນັ້ນ ມີສົນທິສັນຍາຂອງສະຫະປະຊາຊາດ ວ່າດ້ວຍກົດໝາຍທາງທະເລ 1982. 

ປະຕິບັດຕາມນະໂຍບາຍດັ່ງກ່າວ, ຫວຽດນາມ ໄດ້ດຳເນີນ ການເຈລະຈາ ແລະ ລົງນາມໃນສົນທິສັນຍາລະຫວ່າງປະເທດ ກ່ຽວກັບການກໍານົດເຂດແດນທາງທະເລ ກັບບັນດາປະເທດຄື: ໄທ, ຈີນ ແລະ ອິນໂດເນເຊຍ. ປັດຈຸບັນ, ຫວຽດນາມ ພວມຕັ້ງ ໜ້າຊຸກຍູ້ການເຈລະຈາ ເພື່ອກໍານົດເຂດແດນຢູ່ ນອກພື້ນ ທ່ີ ອ່າວພາກເໜືອ ກັບ ຈີນ, ກໍານົດເຂດເສດຖະກິດສະເພາະກັບ ອິນໂດເນເຊຍ ແລະ ກໍານົດເຂດແດນທະເລ ກັບບັນດາປະ ເທດໃກ້ຄຽງ. 

ຫວຽດນາມ ຊຸກຍູ້ການຮ່ວມມືສາກົນ ກ່ຽວກັບທະເລ ດ້ວຍ ຫຼາຍຮູບແບບ ແລະ ມີເນື້ອໃນທ່ີເລິກເຊິ່ງ ກວ່າເກົ່າ ເພື່ອຂຸດ ຄົ້ນໄດ້ຫຼາຍທີ່ສຸດ ບັນດາທ່າແຮງບົ່ມຊ້ອນ ທາງທະເລ ກໍ່ຄື ແກ້ ໄຂບັນດາສິ່ງທ້າທາຍ ທ່ີວາງອອກ ເພື່ອສ້າງ ສະພາບແວດ ລ້ອມ ແຫ່ງສັນຕິພາບ, ສະຖຽນລະພາບ ຢູ່ທະເລຕາເວັນອອກ. 

ຫວຽດນາມ ໄດ້ສ້າງສຳເລັດລະບົບກົດໝາຍ ກ່ຽວກັບການຄຸ້ມ ຄອງ ແລະ ນຳໃຊ້ທະເລ ບົນພື້ນຖານເໝາະສົມກັບ UNCLOS. ໃນນັ້ນ ສໍາຄັນກວ່າໝູ່ແມ່ນກົດໝາຍທະເລ ຫວຽດນາມ ປີ 2012-ແມ່ນພື້ນຖານດ້ານກົດໝາຍທີ່ສຳຄັນ ເພື່ອໃຫ້ ຫວຽດນາມ ປະຕິບັດ ການຄຸ້ມຄອງ, ປົກປ້ອງ ແລະ ພັດທະນາ ເສດຖະກິດທາງທະເລ, ໝູ່ເກາະ. 

ບົດ: VNP ສັງລວມ - ພາບ: VNA

ເສລີພາບ ໃນການເດີນທະເລ ຢູ່ທະເລຕາເວັນອອກ

ເສລີພາບ ໃນການເດີນທະເລ ຢູ່ທະເລຕາເວັນອອກ

ທະ​ເລ​ຕາ​ເວັນ​ອອກ​ ບໍ່​ພຽງ​ແຕ່​ແມ່ນ​ເຂດ​ຍຸດ​ທະ​ສາດ, ແຕ່ຍັງ ເປັນເຂດເພື່ອ​ຄວາມ​ຢູ່​ລອດ (ການ​ພັດທະນາ ​ແລະ ຄວາມ​ໝັ້ນຄົງ) ຂອງ​ບັນດາ​ປະ​ເທດ ASEAN ​ເທົ່າ​ນັ້ນ, ແຕ່​ຍັງ​ເປັນ ເສັ້ນທາງ​ເສດຖະກິດ​ທີ່ສຳຄັນ ​ແລະ ​ແມ່ນເສັ້ນທາງຂົນສົ່ງ “ສາຍ​ເລືອດ” ຂອງ​ພາກ​ພື້ນອາຊີ - ປາຊີ​ຟິກ ແລະ ຂອງ​ໂລກ ອີກດ້ວຍ.

Top