• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຊຽນ

ອາຊຽນ ພັດທະນາ ການຂົນສົ່ງທາງທະເລ

ທະເລຕາເວັນອອກ ຕັ້ງຢູ່ເທິງເສັ້ນທາງເດີນທະເລ ທີ່ເຊື່ອມຕໍ່ ລະຫວ່າງ ມະຫາສະໝຸດ ປາຊີຟິກ-ມະຫາສະໝຸດ ອິນເດຍ, ທະ ວີບ ເອີຣົບ-ທະວີບ ອາຊີ, ພາກຕາເວັນອອກກາງ-ທະວີບ ອາຊີ. ເປັນພາກສ່ວນໜຶ່ງຂອງເສັ້ນທາງເດີນທະເລທີ່ເຊື່ອມຕໍ່ ໂດຍກົງ ລະຫວ່າງ ມະຫາສະໝຸດ ອິນເດຍ-ມະຫາສະໝຸດ ປາຊີຟິກ, ທະ ເລຕາເວັນອອກ ມີທ່ີຕັ້ງສຸດທ່ີສໍາຄັນໃນການແລກປ່ຽນ, ຄ້າຂາຍ ສິນຄ້າທາງທະເລ ຂອງ ອາຊຽນ ແລະ ໂລກ. ເພາະສະນັ້ນ, ບັນ ດາປະເທດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ໄດ້ ພັກດັນ ການພັດທະນາລະບົບທ່າກຳປັ່ນ, ບັນດາກໍາປັ່ນ ເພື່ອພົວພັນ ການຄ້າທາງທະເລ, ແນໃສ່ໃຊ້ ທ່າແຮງດັ່ງກ່າວ ໃນການພັດ ທະນາ ເສດຖະກິດ. 
ເຖິງເດືອນ 6/2019, ຫວຽດນາມ ມີກໍາປັ່ນ 1.568 ລຳ, ຄວາມ ບັນຈຸທັງໝົດ ປະມານ 4,8 ລ້ານ GT, ນໍ້າໜັກທັງໝົດປະມານ 7,8 ລ້ານ DWT. ຫວຽດນາມ ມີກໍາປັ່ນໃຫຍ່ອັນດັບທີ 4 ໃນ ພາກພື້ນ ອາຊຽນ ແລະ ອັນດັບ 30 ຂອງໂລກ.
(ຕາມສະຖິຕິ ຂອງ ເວທີປາໄສ ການຄ້າ ແລະ ພັດທະນາ ສະຫະ ປະຊາຊາດ (UNCTAD)
ຫວຽດນາມ, ໄທ, ຟິລິບປີນ, ມາເລເຊຍ, ກຳປູເຈຍ, ສິງກະໂປ, ອິນໂດເນເຊຍ, ບຣູໄນ ແມ່ນປະເທດໃນກຸ່ມ ອາຊຽນ ມີເສັ້ນທາງ ຊາຍແດນຕິດກັບທະເລຕາເວັນອອກ. ຫວຽດນາມ ເປັນປະເທດ ນຳໜ້າໃນການສ້າງແຜນສັງລວມ, ກໍ່ສ້າງລະບົບ ທ່າກຳປັ່ນ ຄົບ ວົງຈອນ ເພື່ອຮັບໃຊ້ໃຫ້ແກ່ການພົວພັນການຄ້າ ທາງທະເລ. ກົມ ການເດີນທະເລ ຫວຽດນາມ ໃຫ້ຮູ້ວ່າ ປັດຈຸບັນ ທົ່ວປະເທດມີ ທ່າກຳປັ່ນ 272 ແຫ່ງ, ລວມລວງຍາວ ທັງໝົດຂອງທ່າກຳປັ່ນ ແມ່ນ 92,2 ກິໂລແມັດ, ລວມຍອດການຜະລິດ ບັນລຸໄດ້ກວ່າ 550 ລ້ານໂຕນຕໍ່ປີ. ລະບົບ ທ່າກຳປັ່ນ ເຊື່ອມຕໍ່ກັບ ບັນດາສູນ ກາງ, ບັນດາເຂດເສດຖະກິດ ຂະໜາດໃຫຍ່ ໃນທົ່ວປະເທດ.


ທ່າກຳປັ່ນ ກາດລາຍ ນອນເທິງແມ່ນຳ້ ດົ່ງນາຍ ເປັນໜ່ຶງໃນບັນດາທ່າກຳປັ່ນສຳຄັນຂອງລະບົບທ່າກຳປັ່ນ ໃນຂົງເຂດ
ນະຄອນ ໂຮ່ຈີມິນ, ສັງກັດສະຫະບໍລິສັດ ເຕີນກາງ ໄຊງ່ອນ. 



 
ການຂົນສົ່ງສິນຄ້າ ຢູ່ທ່າກຳປັ່ນ ໄຊງ່ອນ. ພາບ: VNP


ທ່າກຳປັ່ນ ນຳ້ເລິກ ເຕີນກາງ-ກາຍແມບ (ບ່າເຣ້ຍ-ຫວຸ໊ງ ເຕົ່າ) ໄດ້ເປີດນໍາໃຊ້ຢ່າງເປັນທາງການເມື່ອເດືອນ ມີນາ 2011, ເປັນທ່າກຳປັ່ນ ນຳ້ເລິກ ຂະໜາດໃຫຍ່ກວ່າໝູ່ ຢູ່ ຫວຽດນາມ. ພາບ: ດວ່ານແມ້ງເຢືອງ/VNA


ການຂົນສົ່ງ ແລະ ຈັດວາງ ຕູ້ຄອນແທນເນີ ຢູ່ທ່າກຳປັ່ນ ໄຊງ່ອນ. ພາບ: VNP


ກໍາປັ່ນທ່ອງທ່ຽວ ເຂົ້າທຽບທ່າຢູ່ Preah Sihanouk, ປະເທດ ກຳປູເຈຍ. ພາບ: THX/VNA

ທ່າກຳປັ່ນ ຈຳນວນໜຶ່ງ ໄດ້ ແລະ ພວມໄດ້ຮັບການລົງທຶນກໍ່ສ້າງດ້ວຍລະບົບທີ່ທັນສະໄໝ ລະດັບສາກົນຄື: ທ່າກໍາປັ່ນ ບ່າເຣ້ຍ-ຫວຸ໊ງເຕົ່າ, ທ່າກຳປັ່ນ ຮາຍຟ່ອງ. ບັນດາທ່າກຳປັ່ນ ດ່ັງກ່າວ ໄດ້ ແລະ ພວມປະຕິບັດບົດບາດທີ່ເປັ່ນທ່າກຳປັນ ສາກົນ ແລະ ຮັບ ຜິດຊອບໜ້າທີ່ ສົ່ງຕໍ່ສິນຄ້າ.

ບັນດາປະເທດ ອາຊຽນ ກໍ່ພວມມີການພັດທະນາລະບົບ ທ່າກຳ ປັ່ນ ແລະ ກໍາປັ່ນ ໂດຍໄວ ເພື່ອພັດທະນາເສດຖະກິດ. ໄລຍະ ກາງປີ 2019, ກຳປູເຈຍ ໄດ້ສ້າງແຜນການ ກໍ່ສ້າງ ທ່າກຳປັ່ນນຳ້ ເລິກ ທີ່ແຂວງ Koh Kong, ແນໃສ່ຊຸກຍູ້ການເຄື່ອນໄຫວຂົນສົ່ງ ສິນຄ້າ. ລັດຖະບານ ອິນໂດເນເຊຍ ກໍ່ພວມພັກດັນການກໍ່ສ້າງ ເພື່ອນຳທ່າກຳປັ່ນ Kijing, ໜຶ່ງໃນບັນດາໂຄງການຍຸດທະສາດ ແຫ່ງຊາດ ທີ່ສຳຄັນຂອງ ອິນໂດເນເຊຍ ເຂົ້າໃນການເຄື່ອນໄຫວ ໃນທ້າຍປີ 2020. ທ່າກຳປັ່ນ Tanjung Pelepas ສັງກັດລັດ Johor ຂອງ ມາເລເຊຍ. ທ່າກຳປັ່ນ Tanjung Pelepas ໄດ້ ເປີດນໍາໃຊ້ເມື່ອປີ 2000, ອັນດັບທີ 19 ໃນທ່ົວໂລກ ກ່ຽວກັບ ປະລິມານແລກປ່ຽນ ສິນຄ້າດ້ວຍ ຕູ້ຄອນ ແທນເນີ.

ເສັ້ນທາງຂົນສົ່ງສິນຄ້າສາກົນ ຜ່ານທະເລຕາເວັນອອກ ຖືວ່າເປັນເສັ້ນທາງໜາແໜ້ນ ອັນດັບ 2 ຂອງໂລກ ແລະ ເປັນເສັ້ນ ທາງໃກ້ສຸດ ຂອງ ການຂົນສົ່ງສິນຄ້າທາງທະເລດັ່ງກ່າວຫ່າງ ຈາກ ໂກນດາວ (ຫວຽດນາມ) ປະມານ 38 ກິໂລແມັດ. ແຕ່ລະ ມື້ ມີກຳປັ່ນ ປະມານ 300 ລຳ ໄດ້ຂົນສົ່ງສິນຄ້າ ທຸກປະເພດ ແລ່ນຜ່ານທະເລຕາເວັນອອກ,  ລວມມີ ກຳປັ່ນ ຂົນສົ່ງ ນຳ້ມັນ, ອາຍແກັສ ປະມານ 200 ລຳ, ໃນນັ້ນ 50% ມີນໍ້າໜັກກວ່າ 5.000 ໂຕນ. ປະລິມານສິນຄ້າສົ່ງອອກ ຜ່ານທະເລຕາເວັນ ອອກ ຂອງ ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ແມ່ນ 55%, ສຳລັບສິນຄ້າສົ່ງອອກ-ນຳເຂົ້າຂອງ ຫວຽດນາມ ແມ່ນ 100% ຕ້ອງຂົນສົ່ງ ຜ່ານທະເລຕາເວັນອອກ. 

1/3 ນໍ້າມັນດິບ ແລະ ກວ່່າ 1/2 ອາຍແກັສ ຂອງ ໂລກໄດ້ຂົນສົ່ງ ຜ່ານທະເລຕາເວັນອອກ. ປະລິມານ ນໍ້າມັນເຊື້ອໄຟ ແລະ ອາຍແກັສ ໄດ້ຂົນສົ່ງຜ່ານເຂດທະເລ ດ່ັງກ່າວຫຼາຍກວ່າ 15 ເທົ່າ ເມື່ອທຽບກັບ ປະລິມານທີ່ຂົນສົ່ງ ຜ່ານ ຄອງ ປານາມາ ຢູ່ ອາເມລິກາກາງ. ແຕ່ລະປີ ມີປະມານ 70% ປະລິມານ ນຳ້ມັນ ເຊື້ອເພີງ ນຳເຂົ້າ ແລະ 45% ປະລິມານສິນຄ້າສົ່ງອອກ ຂອງ ຍີ່ປຸ່ນ ໄດ້ ຂົນສົ່ງຜ່ານ ທະເລຕາເວັນອອກ. 
(ອົງການພະລັງການ ສ ອາເມລິກາ)
 
ບົດ: VNP ສັງລວມ - ພາບ: VNP/VNA

ເສີມຂະຫຍາຍຄຸນຄ່າ ນະຄອນສະອາດ ASEAN ຂອງ ຫວຽດນາມ

ເສີມຂະຫຍາຍຄຸນຄ່າ ນະຄອນສະອາດ ASEAN ຂອງ ຫວຽດນາມ

ຕົ້ນ​ປີ 2024, ສະມາຄົມ ​ບັນດາປະເທດ ​ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້ (ASEAN) ​ໄດ້​ໃຫ້​ກຽດ​ແກ່​ບັນດາ​ຜະລິດ​ຕະພັນ ​ແລະ ການ​ບໍລິ ການ​ທ່ອງ​ທ່ຽວ​ ທີ່​ມີ​ຄຸນ​ນະພາ​ບສູງ. ​ໃນນັ້ນ ໜ້າສົນໃຈ ແມ່ນ 3 ນະຄອນ​ຂອງ​ ຫວຽດນາມ ຄື: ນະຄອນ​ ຫວຸ໊ງເຕົ່າ (ແຂວງ ບ່າ​ເຣ້ຍ-ຫວຸ໊ງເຕົ່າ), ​ນະຄອນ ​ເຫວ້, (ແຂວງ ​ເທື່ອ​ທຽນ​ເຫວ້) ​ແລະ ນະ ຄອນ ກຸຍ​ເຍີນ, (ແຂວງ ບິ່ງ​ດິ້ງ) ​ໄດ້​ຮັບ​ກຽດ​ເປັນ​ນະຄອນ​ທ່ອງ​ທ່ຽວ​ສະອາດ ASEAN. ໃນ​ໜຶ່ງປີ ທີ່​ຜ່ານ​ມາ, ສາມ​ນະຄອນ​ດັ່ງ​ກ່າວ​ ໄດ້​ ແລະ ພວມປະ​ກອບ​ສ່ວນ​ເພື່ອ​ເຊີດຊູ ​ແລະ ​ພັດ​ທະ​ນາ​ເຄື່ອງ​ໝາຍ​ການ​ທ່ອງ​ທ່ຽວ​ ຄຸນ​ນະ​ພາບ​ສູງ​ ໃນ​ພາກ​ພື້ນ.

Top