ເມື່ອບໍ່ດົນມານີ້, ທ່ານ ເຈິ່ນຕວ໋ນແອັງ, ລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໃນຖານະ ເປັນປະທານ ລັດຖະມົນຕີເສດຖະກິດ ອາຊຽນ ໄດ້ມີການສົນທະນາ ທາງ ໂທລະສັບ ກັບທ່ານ Lim Jock Hoi, ເລຂາທິການໃຫຍ່ ອາຊຽນ ເພື່ອແລກປ່ຽນ ຄຳຄິດເຫັນ ກ່ຽວກັບ ແຜນການຟຶ້ນຟູ ເສດຖະກິດ ແລະ ຕ່ອງໂສ້ການສະໜອງ ສິນຄ້າທີ່ຈຳເປັນໃນ ພາກພື້ນ ພາຍຫຼັງ ການລະບາດ ໂຄວິດ-19, ຜັນຂະຫຍາຍ ການຊີ້ນຳ ຂອງ ບັນດາຜູ້ນຳ ທີ່ກອງປະຊຸມສຸດຍອດ ອາຊຽນ+3 ພິເສດ ກ່ຽວກັບ ການຮັບມືກັບ ການລະບາດ ໂຄວິດ-19.
ໃນການສົນທະນາທາງໂທລະສັບ, ທ່ານ ເຈິ່ນຕວ໋ນແອັງ ຢືນຢັນວ່າ ຫວຽດນາມ ໄດ້ເອົາໃຈໃສ່ ຢ່າງໃກ້ຊິດ ເພື່ອຮັບມື ຢ່າງທັນການ ຕໍ່ຜົນສະທ້ອນ ຂອງການລະບາດ ໂຄວິດ-19 ຕໍ່ລະບົບ ຕ່ອງໂສ້ ການສະໜອງ ປະເພດສິນຄ້າ ທ່ີຈຳເປັນ ແລະ ພື້ນຖານເສດຖະກິດ ໃນພາກພື້ນ ຢ່າງທັນການ.
ບົນຈິດໃຈດັ່ງກ່າວ, ໂດຍຫຼັກການແລ້ວ, ໃນຖານະທີ່ເປັນປະທານ ອາຊຽນ, ຫວຽດນາມ ສະໜັບສະໜູນ ແລະ ພ້ອມແລ້ວທີ່ສ້າງ ເງື່ອນໄຂ ອຳນວຍຄວາມສະດວກ ໃຫ້ແກ່ ການແລກປ່ຽນ ໃນ ຂອບເຂດ ອາຊຽນ+3 ແນໃສ່ ສະເໜີອອກ ແຜນການຟື້ນຟູ ເສດຖະກິດ, ສະກັດກັ້ນ ຜົນກະທົບທາງລົບ ຂອງ ການລະບາດ ໂຄວິດ-19 ເໝືອນກັບ ການຊີ້ນຳ ຂອງບັນດາຜູ້ນຳ ອາຊຽນ+3.
ທ່ານ ເຈິ່ນຕວ໋ນແອັງ ແລະ ທ່ານ Lim Jock Hoi ໄດ້ເຫັນດີ ເປັນເອກະພາບ ໃນການຕິດຕາມ, ຊຸກຍູ້ບັນດາປະເທດ ອາຊຽນ ພ້ອມກັບ 3 ປະເທດ ຄູ່ຮ່ວມມືຄື: ສປ ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ ຕົກລົງ ເປັນເອກະພາບ ກ່ຽວກັບເນື້ອໃນ ແລະ ອະນຸມັດຜ່ານ “ຖະແຫຼງການຮ່ວມ ຂັ້ນລັດຖະມົນຕີອາຊຽນ + 3 ວ່າດ້ວຍການ ຮັບມື ກັບການລະບາດ ໂຄວິດ-19” ໂດຍໄວ ແລະ ຮັບຮອງເອົາ ໃນໄລຍະ ທ່ີຈະມາເຖິງ.

ກໍາມະກອນ ພວມເຮັດວຽກທີ່ບໍລິສັດ ITM ຫວຽດນາມ ຈຳກັດ, ເຂດອຸດສາຫະກຳ VSIP, ເທດສະບານ ຕື່ເຊີນ, ແຂວງ ບັກນິງ. ພາບ: ຖາຍຮຸ່ງ/VNA

4 ເດືອນ ຕົ້ນປີ 2020, ສະຫະບໍລິສັດ ປຸຍເຄມີ ນຳ້ມັນ ອາຍແກັສ (PVFCCo) ສັງກັດ PVN ຜະລິດປຸຍ ໄດ້ 342.000 ໂຕນ, ໃນນັ້ນ ປະລິມານການຜະລິດທາດ ure ບັນລຸໄດ້ 101% ຕາມແຜນການວາງອອກ. ພາບ: ຮຸຍຮຸ່ງ/ VNA

ການຜະລິດ ຜະລິດຕະພັນ ຕໍ່າແຜ່ນ-ຍ້ອມສີ ທີ່ບໍລິສັດ ຕໍ່າແຜ່ນ-ຍ້ອມສີ Jasan ຫວຽດນາມ (ເຂດອຸດສາຫະກຳ ຕໍ່າແຜ່ນຕັດຫຍິບ ໂຝໂນ໋ຍ B, ຕາແສງ ລຽວສາ, ເມືອງ ອຽນໝີ໋, ແຂວງ ຮຶງອຽນ). ພາບ: ຟ້າມກຽນ/VNA

ເລີ່ມແຕ່ວັນທີ 28/4/2020, ຄະນະກຳມະການ ປະຊາ ຊົນ ນະຄອນ ດ່າໜັງ ໄດ້ອະນຸຍາດໃຫ້ເຂດທ່ອງທ່ຽວ Sun World Ba Na Hills (ເມືອງ ຮວ່າວາງ) ເປີດ ຕ້ອນຮັບ ນັກ ທ່ອງທ່ຽວມາຢ້ຽມຢາມ. ພາບ: ເຈິ່ນເລເລີມ/VNA

ເລີ່ມແຕ່ວັນທີ 16/5/2020, ທີ່ເຂດທ່ອງທ່ຽວ ຕາມກົກ-ບິກດົ້ງ, ຕາແສງ ນິງຫາຍ, ເມືອງ ຮວາລື, ແຂວງ ນິງບິ່ງ ໄດ້ ຈັດຕັ້ງການເຄື່ອນໄຫວ ເລີ່ມຕົ້ນໃຫ້ແກ່ ສັບປະດາທ່ອງທ່ຽວ ນິງບິ່ງ ພາຍໃຕ້ຫົວຂໍ້ “ປະທັບໃຈສີເຫຼືອງ ຕາມກົກ-ຈ່າງ ອານ” ປີ 2020. ພາບ: ດຶກເຟືອງ/VNA

ນັກທ່ອງທ່ຽວທີ່ນະຄອນຫຼວງ ບາງກອກ, ປະເທດ ໄທ. ພາບ: AFP/VNA

ວັນທີ 21/4/2020, ລັດຖະບານ ກຳປູເຈຍ ໄດ້ປະກາດ ຍົກເວັ້ນພາສີ 3 ເດືອນ ໃຫ້ແກ່ບັນດາຮ້ານອາຫານ, ໂຮງ ແຮມ, ເຮືອນພັກ ແລະ ບໍລິສັດທ່ອງທ່ຽວ ທີ່ນະຄອນຫຼວງ ພະນົມ ເປັນ ແລະ ແຂວງຈຳນວນໜຶ່ງ ໄດ້ຮັບຜົນສະທ້ອນ ຢ່າງໜັກໜ່ວງ ຈາກການລະບາດ ໂຄວິດ-19. ພາບ: VNA

ປະຊາຊົນ ໃສ່ຜ້າອັດປາກ ເພື່ອສະກັດກັ້ນ ໂຄວິດ-19 ທີ່
ຮ້ານຊັບພະສິນຄ້າ ຢູ່ ນະຄອນ Quezon, ປະເທດ ຟີລິບປິນ. ພາບ: THX/VNA

ບັນດານັກເຕັ້ນ ໄທ ໃສ່ຜ້າອັດປາກ ແລະ ໝວກກັນນໍ້າ ເພື່ອສະກັດກັ້ນ ໂຄວິດ-19 ໃນເວລາສະແດງ ທີ່ນະຄອນ ຫຼວງ ບາງກອກ ເມື່ອວັນທີ 4/5/2020. ພາບ: THX/VNA |
ວັນທີ 18 ພຶດສະພາ 2020, ກອງປະຊຸມບັນດາ ເຈົ້າໜ້າທີ່ ອາ ວຸໂສ (SOM) ອາຊຽນ, ຂັ້ນຮອງລັດຖະມົນຕີ ການຕ່າງປະເທດ ໄດ້ຈັດຂຶ້ນ ດ້ວຍຮູບແບບປະຊຸມທາງໄກ. ທ່ານ ຫງວຽນກວັກຢຸງ, ຮອງລັດຖະມົນຕີ ກະຊວງ ການຕ່າງປະເທດ, ຫົວໜ້າ SOM ອາຊຽນ ຫວຽດນາມ ໄດ້ເຂົ້າຮ່ວມ ກອງປະຊຸມໃນຖານະ ເປັນ ປະທານ ອາຊຽນ 2020, ໄດ້ສະເໜີ ຕ້ອງສຸມໃສ່ ຜັນຂະຫຍາຍ 4 ໝາກຜົນຕົ້ນຕໍ່ ຕາມການຕັດສິນ ຂອງ ບັນດາຜູ້ນຳ ອາຊຽນ ໃນ ກອງປະຊຸມລວມມີ: ສ້າງຕັ້ງກອງທຶນ ອາຊຽນ ຮັບມືກັບ ການລະບາດ ໂຄວິດ-19; ກໍ່ສ້າງສາງເກັບຮັກສາ ອຸປະກອນ ດ້ານສາທາລະນະສຸກ ໃນພາກພື້ນ ອາຊຽນ; .ກໍ່ສ້າງໂຄງການ ກຳນົດມາດຕະຖານ ຂອງ ອາຊຽນ ເພື່ອຮັບມືກັບ ວິກິດການ ດ້ານສາທາລະນະສຸກເກີດ ໃນກໍລະນີສຸກເສີນ; ສ້າງແຜນການ ຟື້ນຟູຂອງ ອາຊຽນ ພາຍຫຼັງການລະບາດ ໂຄວິດ-19. |
ທ່ານ ເຈິ່ນຕວ໋ນແອັງ ສະແດງ ຄວາມຂອບອົກຂອບໃຈ ຕໍ່ທ່ານ Lim Jock Hoi ທີ່ໃຫ້ການສະໜັບສະໜູນ ຫວຽດນາມ ໃນການ ສົ່ງເສີມ ບົດບາດ ໃນຖານະ ເປັນປະທານ ອາຊຽນ, ພິເສດແມ່ນ ສະໜັບສະໜູນ ຂໍ້ສະເໜີ ຂອງ ຫວຽດນາມ ເພື່ອອອກຖະແຫຼງການຮ່ວມ ຂອງ ບັນດາລັດຖະມົນຕີ ເສດຖະກິດ ອາຊຽນ ວ່າດ້ວຍການເພີ່ມທະວີ ຄວາມສາມາດຟື້ນຟູ ເສດຖະກິດ, ຮັບມື ກັບການລະບາດ ໂຄວິດ-19 ໃນກອງປະຊຸມ AEM ວົງແຄບ ເມື່ອເດືອນ ມີນາ 2020, ກໍ່ຄື ການເຊື່ອມຕໍ່, ຊຸກຍູ້ ບັນດາປະເທດ ອາຊຽນ ອະນຸມັດຜ່ານ ຖະແຫຼງການຮ່ວມ ຂອງ ລັດຖະມົນຕີ ເສດຖະກິດ ອາຊຽນ-ຍີ່ປຸ່ນ ວ່າດ້ວຍຫົວຄິດ ປະດິດສ້າງ ຟື້ນຟູເສດຖະກິດ ຮັບມືກັບການລະບາດ ໂຄວິດ-19 ໂດຍໄວ.
ນອກຈາກນີ້, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຍັງໄດ້ກ່າວ ໃນການສົນທະນາ ກ່ຽວກັບ ການຕັດສິນໃຈ ຂອງນາ ຍົກລັດຖະມົນຕີ, ອະນຸຍາດໃຫ້ຍົກເລີກ ຂໍ້ກຳນົດ ຈຳກັດການ ສົ່ງອອກປະເພດ ຜະລິດຕະພັນ ທາງການແພດ ຄື: ຜ້າອັດປາກ ແບບຊົ່ວຄາວ, ຍົກເລີກໂຄຕ້າ ທີ່ກຳນົດໄວ້ ເພື່ອໃຫ້ການ ສົ່ງອອກ ເຂົ້າສານ ໄດ້ກັບຄືນສູ່ສະພາບປົກກະຕິ ນັບແຕ່ວັນທີ 1 ພຶດສະພາ 2020, ດ້ວຍຄວາມຮັບຜິດຊອບສູງ ຕໍ່ສ່ວນລວມ ໃນການ ຮັບປະກັນ ສະໜອງສະບຽງອາຫານ ໃນປະຊາຄົມ ອາຊຽນ ແລະ ສອດຄ່ອງ ກັບຖະແຫຼງການ ທີ່ບັນດາລັດຖະມົນຕີເສດຖະກິດ ອາຊຽນ ແລະ ບັນດາປະເທດຄູ່ຮ່ວມມື ອະນຸມັດຜ່ານ.
“ໃນຖານະເປັນເປົ້າໝາຍ ໃນແຜນຍຸດທະສາດ ຫັນສູ່ພາຍນອກ ຂອງ ພວກຂ້າພະເຈົ້າ, ພື້ນຖານເສດຖະກິດ ອາຊຽນ ນັບມື້ ໄດ້ ຮັບຄວາມສົນໃຈຫຼາຍຂຶ້ນ. ໃນຈຳນວນ 27 ສາຂາຢູ່ຕ່າງປະເທດ ເຊິ່ງບໍລິສັດການເງິນ ຂອງ ສ ເກົາຫຼີ ສ້າງຕັ້ງໃນປີຜ່ານມາ, ມີ 13 ສາຂາ ໄດ້ສ້າງຕັ້ງ ຢູ່ ບັນດາປະເທດ ສະມາຊິກ ອາຊຽນ ຄື ຫວຽດນາມ, ອິນໂດເນເຊຍ ແລະ ສິງກະໂປ”.
ຄະນະກຳມະການ ບໍລິການ ດ້ານການເງິນ (FSC) ສ ເກົາຫຼີ
|
ບົດ: VNP ສັງລວມ - ພາບ: VNA