ເມື່ອນັກທ່ອງທ່ຽວມາຍັງແຂວງ ນິງຖ້ວນ, ຕ້ອງການຮຽນຮູ້ກ່ຽວ ກັບຜະລິດຕະພັນພິເສດ ໝາກອາງຸ່ນ, ທຸກຄົນ ຈະເລືອກ ນິຄົມ ປູກໝາກອາງຸ່ນ ບາມ້ອຍ ຢູ່ທີ່ບ້ານ ຮຽບຮວ່າ, ຕາແສງ ເຟືອກ ຖ້ວນ, ເມືອງ ນິງເຟືອກ. ຢູ່ທີ່ນີ້, ນັກທ່ອງທ່ຽວ ຈະທ່ຽວຊົມສວນ ໝາກອາງຸ່ນ, ຊີມເຫຼົ້າໝາກໄມ້, ນໍ້າປັ່ນ ຫຼາຍຊະນິດ ແລະ ຖືກ ຕ້ອນຮັບຈາກທ່ານ ຫງວຽນວັນມ້ອຍ (ບາມ້ອຍ), ເຈົ້າຂອງ ນິ ຄົມ ແຫ່ງນີ້.
ຮູບພາບເຈົ້າຂອງ ນິຄົມ ໃນໄວ 70 ປີ, ທ່ີມີຮ່າງກາຍສູງ ໃຫຍ່, ແຂງແຮງ, ໃກ້ຊິດ ແລະ ເປັນຜູ້ມີຄວາມຮູ້ ກ່ຽວກັບໝາກອາງຸ່ນ ໄດ້ສ້າງຄວາມປະທັບໃຈໃຫ້ແກ່ ນັກທ່ອງທ່ຽວ ເມື່ອມາ ທີ່ນີ້. ຈາກຊາວກະສິກອນ ທຳມະດາ, ເພິ່ນເປັນ ໜຶ່ງໃນບັນດາ ຜູ້ນຳໜ້າໃນການປູກໝາກອາງຸ່ນ ໃນຊຸມປີຕົ້ນທົດສະວັດ 80 ຂອງ ສະຕະວັດທີ XX. ໃນສະໄໝນັ້ນ, ອາງຸ່ນ ເປັນແນວປູກຊະນິດ ໃໝ່, ສິ່ງແວດລ້ອມບໍ່ເປັນພິດ, ສະນັ້ນ ຍັງບໍ່ທັນມີແມງໄມ້. ເລີ່ມຕົ້ນດ້ວຍການປູກ ໝາກອາງຸ່ນ ດຳ Repe ໃນເນື້ອທີ່ 500 m², ແຕ່ລະຄືນ ເພິ່ນໄຕ້ຕະກຽງ ເພື່ອຊອກຫາຈັບແມງໄມ້ທີ່ ມັກມາທຳລາຍໝາກອາງຸ່ນ. ຕໍ່ມາ ມີແນວພັນອາງຸ່ນແດງ Red Cardinal ທ່ານນໍາມາປູກ ແລະ ປີ 2001 ເພິ່ນເລີ່ມ ປູກໝາກ ອາງຸ່ນ ຂຽວ NH-0148. ພາຍຫຼັງການສ້າງ ແລະ ພັດທະນາ ມາເປັນເວລາ ຫຼາຍປີ, ປັດຈຸບັນ ນິຄົມຂອງເພິ່ນໄດ້ຂະຫຍາຍເນື້ອທີ່ ເປັນ 2 ເຮັກຕາ.
ປີ 2000, ເມື່ອຊາວກະສິກອນ ຫຼາຍຄົນເຊົາປູກໝາກອາງຸ່ນ, ຫັນມາປູກໝາກກະທັນ ຫຼື ຕົ້ນໝາກໄມ້ຊະນິດອື່ນແທນ ຊຶ່ງ ນຳ ມາປະສິດທິຜົນທາງດ້ານເສດຖະກິດສູງ ກວ່າ, ທ່ານ ບາມ້ອຍ ຍັງຕິດພັນກັບການປູກໝາກອາງຸ່ນ. ຈາກການ ຊ່ວຍເຫຼືອຂອງ ສະຖາບັນວິທະຍາສາດ ເຕັກນິກ ກະສິກຳ ພາກໃຕ້ ແລະ ພະແນກ ວິທະຍາສາດ ເຕັກໂນໂລຊີ ແຂວງ, ເພິ່ນໄດ້ນຳໃຊ້ຕົວແບບ ໃສ່ຝຸ່ນອິນຊີ ໃຫ້ໝາກອາງຸ່ນ ຢ່າງມີປະສິດທິຜົນ. ປີ 2007, ເມື່ອມີ ແຜນການປູກ ຕາມແບບ VietGAP, ທ່ານ ບາມ້ອຍ ນຳໃຊ້ ແລະ ໄດ້ຮັບໃບຮັບຮອງ ໃນປີ 2010.

ທ່ານ ຫງວຽນວັນມ້ອຍ ດູແລສວນ ອາງຸ່ນ ທີ່ມີເນື້ອທີ່ ກວ່າ 2 ເຮັກຕາ ທີ່ນິຄົມປູກໝາກອາງຸ່ນ ບາມ້ອຍ. ພາບ: ຫງວຽນລວນ/VNP
ນິຄົມປູກໝາກອາງຸ່ນ ບາມ້ອຍ ໃຫ້ຜົນຜະລິດໝາກອາງຸ່ນ ປະ ມານ 50 ໂຕນຕໍ່ປີ. ພາບ: ເລມິນ/VNP
ທ່ານ ຫງວຽນວັນມ້ອຍ ແນະນໍາກ່ຽວກັບຂັ້ນຕອນການ ບົ່ມ ແລະ ຂຶ້ນເຊື້ອເຫຼົ້າ ອາງຸ່ນ ໃຫ້ແກ່ນັກສຶກສາທີ່ມາຈາກ ມະຫາວິ ທະຍາໄລ ກະສິກຳ ຍາຈາງ. ພາບ: ກິມເຟືອງ/VNP
ທ່ານ ຫງວຽນວັນມ້ອຍ ແນະນໍາ ນັກທ່ອງທ່ຽວກ່ຽວກັບ
ຂັ້ນຕອນການປູກ ແລະ ດູແລຕົ້ນໝາກອາງຸ່ນ ທີ່ ນິຄົມປູກ ໝາກອາງຸ່ນ ບາມ້ອຍ. ພາບ: ກິມເຟືອງ/VNP
|
ການສ້າງ ຜະລິດຕະພັນໝາກອາງຸ່ນສົດ ຕາມມາດຕະຖານ VietGAP ຖືວ່າ ເປັນຈຸດປ່ຽນໃຫ້ແກ່ ວິສາຫະກິດ ບາມ້ອຍ ໃນ ການພັດທະນາ, ປັດຈຸບັນ ກວ່າ 70% ຜົນຜະລິດ ໝາກອາງຸ່ນ ຂອງ ທ່ານ ບາມ້ອຍ ໄດ້ຈຳໜ່າຍ ຢູ່ຕ່າງແຂວງ. ພິເສດ, ນິຄົມ ປູກໝາກອາງຸ່ນ ບາມ້ອຍ ໄດ້ຜະລິດບັນດາຜະລິດຕະພັນ ຫຼາຍ ປະເພດຄື: ເຫຼົ້າ ອາງຸ່ນ, ນໍ້າປັ່ນ ອາງຸ່ນ. ຈາກລະບົບຮ້ານຄ້າ, ສາຂາຈຳໜ່າຍ ຜະລິດຕະພັນ, ຮ້ານຊັບພະສິນຄ້າ ທັງໝົດ 6 ແຫ່ງ ຢູ່ນະຄອນ ໂຮ່ຈີມິນ, ຮ່າໂນ້ຍ, ກວາງນິງ, ດ່າໜັງ ແລະ ວິງ (ເງ້ອານ), ແຕ່ລະເດືອນ ວິສາຫະກິດ ບາມ້ອຍ ຈຳໜ່າຍ ອອກສູ່ ຕະຫຼາດ ໝາກອາງຸ່ນ ສົດ ເກືອບ 80 ໂຕນ ແລະ ເຫຼົ້າ ອາງຸ່ນ 250 ແກ້ວ.
ເມື່ອຫວນຄືນເລີ່ມຕົ້ນການສ້າງ ເຄື່ອງໝາຍການຄ້າໝາກ ອາ ງຸ່ນ ບາມ້ອຍ, ທ່ານ ບາມ້ອຍ ໃຫ້ຮູ້ວ່າ ປະລິມານການຜະລິດ ຂອງ ນິຄົມແຫ່ງນີ້ ກວ່າ 80% ແມ່ນຮັບໃຊ້ໃຫ້ແກ່ການກິນສົດ, ແຕ່ບັນດາຜະລິດຕະພັນປຸງແຕ່ງຈາກໝາກອາງຸ່ນ ໄດ້ເຮັດໃຫ້ ເຄື່ອງ ໝາຍການຄ້າອາງຸ່ນ ບາມ້ອຍ ແຜ່ກະຈາຍອອກໄປ, ພິ ເສດ ແມ່ນເຫຼົ້າ ອາງຸ່ນ. ເພື່ອໃຫ້ມີວັດຖຸດິບເຮັດເຫຼົ້າ ອາງຸ່ນ, ນອກຈາກ 1,5 ເຮັດຕາ ປູກໝາກອາງຸ່ນ ກິນສົດ, ນິຍົມຍັງໄດ້ນຳໃຊ້ 0,5 ເຮັກຕາ ປູກໝາກອາງຸ່ນ ເພື່ອຜະລິດເຫຼົ້າ, ລວມມີສາຍພັນ: Syrah (ເຫຼົ້າອາງຸ່ນ ແດງ), Cabernet Sauvignon (ເຫຼົ້າອາງຸ່ນ ຂາວ) ແລະ Sauvignon Blanc (ເຫຼົ້າອາງຸ່ນຂາວ). ເມື່ອໝາກອາງຸ່ນ ສຸກ, ເກັບມາແລ້ວ ຕ້ອງຜ່ານ ຫຼາຍຂັ້ນຕອນໃນການປຸງແຕ່ງທີ່ສັບສົນ, ໃຊ້ເວລາ 1 ເຖິງ ປີ ເຄິ່ງ ຈຶ່ງໄດ້ເຫຼົ້າອາງຸ່ນ ບາມ້ອຍ ແກ້ວໜຶ່ງ ມີບໍລິມາດ 0,75 ລິດ (ຕາມມາດ ຖານສາກົນ).
ອີກໜຶ່ງຜະລິດຕະພັນ ແມ່ນ ນໍ້າປັ່ນ ອາງຸ່ນ. ແຕ່ລະປີ ນິຄົມ ອາ ງຸ່ນ ບາມ້ອຍ ໄດ້ນຳໃຊ້ໝາກອາງຸ່ນ ປະມານ 3-4 ໂຕນ ເຂົ້າໃນ ການປຸງແຕ່ງນໍ້າໝາກໄມ້ ດ້ວຍຈຳນວນ 5.000-6.000 ແກ້ວ (ບໍລິມາດ 0,5 ລິດ). ເພື່ອເຮັດໃຫ້ຜະລິດຕະພັນ ໝາກອາງຸ່ນ ມີຫຼາຍຮູບແບບ, ທ່ານ ບາມ້ອຍ ໄດ້ລົງທຶນ 500 ລ້ານດົ່ງ ເພື່ອ ຕິດຕັ້ງຕ່ອງໂສຜະລິດ ໝາກອາງຸ່ນ ອົບແຫ້ງ, ກວັນອາງຸ່ນ.
ບົດ: ຫງວຽນລວນ - ພາບ: ເລມິນ, ຫງວຽນລວນ, ກີມເຟືອງ