ນັບແຕ່ຕົ້ນປີ 2024 ເປັນຕົ້ນມາ, ຢູ່ພາຍໃນຫ້ອງນ້ອຍໆ ຂອງວັດ ຈຸກເລິມ ໄດ້ມີຫ້ອງຮຽນຕົວອັກສອນ ຫານ-ໂນມ ທີ່ພິເສດ ໂດຍມີນັກຮຽນຫຼາຍກວ່າ 20 ທ່ານ ເຊິ່ງລ້ວນແຕ່ແມ່ນຜູ້ອາວຸໂສ. ຈາກຫ້ອງຮຽນ “0 ດົ່ງ” ທີ່ລຽບງ່າຍພາຍໃຕ້ຫຼັງຄາວັດຂອງບ້ານ, ຂະບວນການຮຽນຕົວອັກສອນ ຫານ-ໂນມ ຢູ່ຕາແສງ ໂຖຕາງ ໄດ້ ແລະ ພວມປະກອບສ່ວນປຸກລະດົມສະຕິໃນການຮັກສາ ແລະ ອະນຸລັກຄຸນຄ່າວັດທະນະທຳດັ້ງເດີມໃນຊຸມຊົນ. ຕົວອັກສອນທີ່ເບິ່ງຄືວ່າເກົ່າແກ່ນັ້ນ ໃນປັດຈຸບັນໄດ້ຖືກສືບທອດດ້ວຍຄວາມມຸ່ງໝັ້ນຂອງບັນດາຄົນຮຸ່ນຫຼັງ, ກາຍເປັນສາຍໃຍເຊື່ອມຈຳລະຫວ່າງອະດີດ ແລະ ປັດຈຸບັນ. ຮູບແບບຫ້ອງຮຽນ ຫານ-ໂນມ ຢູ່ ໂຖຕາງ ບໍ່ພຽງແຕ່ມີຄວາມໝາຍທາງດ້ານການສຶກສາເທົ່ານັ້ນ, ແຕ່ຍັງແມ່ນຫຼັກຖານອັນມີຊີວິດຊີວາໃຫ້ແກ່ຈິດໃຈໃຝ່ຮູ້ໃຝ່ຮຽນ, ຄວາມເຄົາລົບຮັກມໍລະດົກວັດທະນະທຳຂອງປະຊາຊົນຢູ່ເຂດດິນແດນບັນພະບຸລຸດ, ປະກອບສ່ວນເຮັດໃຫ້ຊີວິດການເປັນຢູ່ທາງດ້ານຈິດໃຈອຸດົມສົມບູນຂຶ້ນ ແລະ ສ້າງພື້ນຖານວັດທະນະທຳທີ່ຍືນຍົງໃຫ້ແກ່ຊຸມຊົນທ້ອງຖິ່ນ.
ຫ້ອງຮຽນ ຫານ-ໂນມ ໂດຍບໍ່ເສຍຄ່າຢູ່ຕາແສງ ໂຖຕາງ ປະກອບສ່ວນເຂົ້າໃນການສິດສອນ ແລະ ເຜີຍແຜ່ຄຸນຄ່າຂອງຕົວອັກສອນອັນເກົ່າແກ່ນີ້ສູ່ຊຸມຊົນ. ພາບ: ຫງວຽນຖາວ – VNA
ແຕ່ລະຄົນມາຈາກຫຼາຍເກນອາຍຸ ແລະ ຫຼາຍອາຊີບທີ່ແຕກຕ່າງກັນ ຕ່າງກໍມີຄວາມມັກຮັກໃນການຮຽນຕົວອັກສອນອັນລ້ຳຄ່າທີ່ບັນພະບຸລຸດໄດ້ປະໄວ້ໃຫ້. ພາບ: ຫງວຽນຖາວ – VNA
ທ່ານ ຫວູວັນກື໋ວ ມີຄວາມຕັ້ງໃຈໃນການອະທິບາຍຕົວອັກສອນ ຫານ-ໂນມ ໃຫ້ແກ່ບັນດາຜູ້ອາວຸໂສພາຍໃນຫ້ອງຮຽນ. ພາບ: ຫງວຽນຖາວ – VNA
ຫ້ອງຮຽນຕົວອັກສອນ ຫານ-ໂນມ ຢູ່ຕາແສງ ໂຖຕາງ ດຶງດູດນັກຮຽນຫຼາຍກວ່າ 20 ທ່ານ ຈາກຫຼາຍເກນອາຍຸເຂົ້າຮ່ວມການຮຽນ. ພາບ: ຫງວຽນຖາວ – VNA
ຫ້ອງຮຽນ ຮ້ານ-ໂນມ ໂດຍບໍ່ເສຍຄ່າຢູ່ຕາແສງ ໂຖຕາງ ປະກອບສ່ວນເຂົ້າໃນການສິດສອນ ແລະ ເຜີຍແຜ່ຄຸນຄ່າຂອງຕົວອັກສອນອັນເກົ່າແກ່ນີ້ສູ່ຊຸມຊົນ. ພາບ: ຫງວຽນຖາວ – VNA