• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ຫຼາຍ​ກິດ​ຈະ​ກຳ​ອັນ​ແທດ​ຈິງ​ຂ່ຳ​ນັບ​ຮັບ​ຕ້ອນກອງ​ປະ​ຊຸມ​ໃຫຍ່​ ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

ເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ, ບັນດາທ້ອງຖິ່ນໃນທົ່ວປະເທດພວມຈັດຫຼາຍກິດຈະກຳອັນແທດຈິງ, ຟົດຟື້ນເຊັ່ນ: ປະດັບປະດາຖະໜົນສາຍຕ່າງໆ, ຍູ້ໄວຂະບວນການສ້າງຊີວິດທາງວັດທະນະທຳ, ສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ… ທັງໝົດລ້ວນແຕ່ມີຄວາມຫວັງ, ຄວາມເຊື່ອໝັ້ນລວມຕໍ່ສັງກາດພັດທະນາໃໝ່ຂອງປະເທດຊາດ.
ຖະໜົນຫົນທາງຢູ່ຮ່າໂນ້ຍ ເຕັມໄປດ້ວຍທຸງ, ດອກໄມ້ ຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ (ພາບ: VOV5)

ໃນຊຸມວັນນີ້, ຢູ່ຖະໜົນສາຍຕ່າງໆຂອງນະຄອນຫຼວງ ຮ່າໂນ້ຍ ໄດ້ມີໂສມໜ້າໃໝ່, ເຕັມໄປດ້ວຍສີແດງຂອງທຸງພັກ, ທຸງຊາດ ແລະ ປ້າຍໂຄສະນາ, ຄຳຂວັນຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ. ບັນດາໜານດອກໄມ້ ແລະ ຕົ້ນໄມ້ປະດັບໄດ້ຈັດແຈງຢ່າງງາມຕາ ແລະ ປ່ຽນໃໝ່ຕະຫຼອດເພື່ອຮັບປະກັນໃຫ້ນະຄອນຫຼວງ ຍາມໃດກໍສວຍງາມ ແລະ ເຕັມໄປດ້ວຍສີສັນໃນຊຸມວັນດຳເນີນກອງປະຊຸມ. ບັນຍາກາດຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ໄດ້ແຜ່ຈະກາຍໄປທົ່ວທຸກຮ່ອມ, ທຸກເຮືອນ, ສະແດງໃຫ້ເຫັນຄວາມເຊື່ອໝັ້ນ, ຄວາມພາກພູມໃຈຂອງປະຊາຊົນນະຄອນຫຼວງ ຕໍ່ກັບເຫດການການເມືອງທີ່ມີຄວາມສຳຄັນພິເສດຂອງປະເທດຊາດ. ທ່ານ ຟ້າມຕວັນລອງ, ຫົວໜ້າພະແນກວັດທະນະທຳ ແລະ ກິລາ ນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ:

“ເພື່ອກະກຽມໃຫ້ແກ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກທີ່ຈະດຳເນີນໃນອາທິດໜ້າ, ນະຄອນຮ່າໂນ້ຍໄດ້ຈັດການປະດັບປະດາຖະໜົນຫົນທາງແລະໂຄສະນາເຜີຍແຜ່ກ່ຽວກັບກອງປະຊຸມໃຫຍ່. ພວກຂ້າພະເຈົ້າໄດ້ຜັນຂະຫຍາຍໃນທຸກເສັ້ນທາງເຂົ້າໄປຫໍປະຊຸມແຫ່ງຊາດ, ເຂດໃຈກາງຂອງ 126 ຕາແສງຂອງນະຄອນຮ່າໂນ້ຍກໍຄືບັນດາເສັ້ນທາງຫຼັກລ້ວນແຕ່ໄດ້ຮັບການປະດັບປະດາແລະວຽກງານນີ້ກໍປະຕິບັດສຳເລັດແລ້ວ”.

ດ້ວຍບັນດາຜົນງານອັນຍິ່ງໃຫຍ່ ແລະ ບັນດາລັດຖະນະໂຍບາຍທີ່ຖືກຕ້ອງໃນໄລຍະຜ່ານມາ, ປະຊາຊົນນະຄອນຫຼວງ ມີຄວາມເຊື່ອໝັ້ນວ່າ ກອງປະຊຸມໃຫຍ່ຈະປະສົບຜົນສຳເລັດຢ່າງຈົບງາມ, ສືບຕໍ່ວາງອອກບັນດາແຜນນະໂຍບາຍ, ການກຳນົດທິດທີ່ສຳຄັນເພື່ອສ້າງປະເທດຊາດໃຫ້ນັບມື້ນັບຮັ່ງມີ, ເຂັ້ມແຂງ, ຮຸ່ງເຮືອງສີວິໄລ. ເອື້ອຍ ຟ້າມແຮັ້ງຖຸຍ, ປະຊາຊົນຕາແສງ ບາດິ່ງ, ຮ່າໂນ້ຍ ແລະ ລຸງ ຫງວຽນວັນທວຽດ ຢູ່ຕາແສງ ຮວ່ານກຽມ, ຮ່າໂນ້ຍ, ໃຫ້ຮູ້ວ່າ:

“ຂ້າພະເຈົ້າເຫັນວ່ານະຄອນຮ່າໂນ້ຍໄດ້ປະຕິບັດວຽກງານກະກຽມໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ XIV ຢ່າງລອບຄອບຖີ່ຖ້ວນ. ປະຊາຊົນມີຄວາມກະຕືລືລົ້ນເມື່ອເຫັນປະຈັກຕາຄຳຂວັນ, ປ້າຍໂຄສະນາ, ທຸງຊາດ, ທຸງພັກປິວສະບັດ… ໂດຍເປັນຄົນລຸ້ນໜຸ່ມຜູ້ໜຶ່ງ, ຂ້າພະເຈົ້າຮູ້ສຶກດີໃຈຫຼາຍທີ່ໄດ້ເຊື່ອມຕົວເຂົ້າກັບບັນຍາກາດຂອງປະຊຸມໃຫຍ່. ຂ້າພະເຈົ້າເຫັນວ່າມີຄວາມເປັນກຽດທີ່ສຸດເມື່ອໄດ້ເຫັນປະຈັກຕາປະເທດຊາດຂອງພວກເຮົາກ້າວເຂົ້າສູ່ການເລີ່ມຕົ້ນໃໝ່”.

“ຂ້າພະເຈົ້າເຫັນວ່າປະຊາຊົນຫວຽດນາມໃຫ້ຄວາມສົນໃຈຕໍ່ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກທີ່ສຸດ. ພວກຂ້າພະເຈົ້າຄິດວ່າກອງປະຊຸມໃຫຍ່ຄັ້ງນີ້ແມ່ນສັງກາດໃໝ່, ສັງກາດບຸກບືນຂອງຊາດ, ເຮັດໃຫ້ເສດຖະກິດພັດທະນາ, ຄວາມໝັ້ນຄົງ, ປະເທດຊາດມີຄວາມສະຫງົບ. ດັ່ງນັ້ນປະຊາຊົນມີຄວາມປາດຖະໜາວ່າກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກຈະມີການຄັດເລືອກຢ່າງລະອຽດລະອໍ, ພັກເຮົາຈະເລືອກເອົາຜູ້ທີ່ເຮັດດ້ວຍໃຈ, ມີວິໄສທັດ, ມີຄຸນສົມບົດ, ມີຄວາມເກັ່ງກ້າສາມາດ, ມີລະດັບຄວາມຮູ້, ມີກຳລັງຄວາມສາມາດເພື່ອນຳພາປະຊາຊົນ”.

ບັນຍາກາດກອງປະຊຸມໃຫຍ່ພວມແຜ່ກະຈາຍທຸກຖະໜົນໃນນະຄອນຫຼວງ (ພາບ: VOV5)

ກໍພ້ອມກັບທົ່ວປະເທດມຸ່ງໄປເຖິງກອງປະຊຸມໃຫຍ່, ຢູ່ບັນດາໝູ່ບ້ານຂອງພໍ່ແມ່ປະຊາຊົນຊົນເຜ່ົາສ່ວນໜ້ອຍຂອງແຂວງ ດັກລັກ ກໍໄດ້ຍູ້ແຮງຂະບວນການສ້າງວິຖີການດຳລົງຊີວິດວັດທະນະທຳ, ຮັກສາສະພາບແວດລ້ອມ, ສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ. ເອື້ອຍ ເຮີ່ລີ ອາກຸນ, ເລຂາໜ່ວຍຊາວໜຸ່ມບ້ານ ເດີຣາງ ຟົກ, ຕາແສງ ບວນດົນ, ແຂວງ ດັກລັກ ແບ່ງປັນວ່າ:

“ກຳລັງສະມາຊິກຊາວໜຸ່ມບ້ານເດີຣາງຟົກໄດ້ຈັດບັນດາກິດຈະກຳອະນາໄມບ້ານ, ໂຄສະນາໃຫ້ປະຊາຊົນເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ. ພວກຂ້າພະເຂົ້າຫວັງວ່າກອງປະຊຸມໃຫຍ່ຈະວາງອອກຫຼາຍນະໂຍບາຍໜູນຊ່ວຍໃຫ້ແກ່ໄວໜຸ່ມເຂດຊາຍແດນມີໂອກາດເລີ່ມຕົ້ນທຸລະກິດແລະພັດທະນາເສດຖະກິດໃຫ້ຄອບຄົວແລະໝູ່ບ້ານຂອງຕົນ”.

ສະມາຊິກພັກ, ປະຊາຊົນແຂວງ ດັກລັກ ປະກອບຄຳເຫັນໃສ່ຮ່າງເອກະສານຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ (ພາບ: VOV)

ຈາກດິນແດນ ໝຸຍ (ແຫຼມ) - ເຂດໃຕ້ສຸດຂອງປະເທດຊາດ, ເອື້ອຍ ຫງວຽນຈາງແອັງທື, ຮອງເລຂາຄະນະຊາວໜຸ່ມແຂວງ ກ່າເມົາ, ຖືວ່າ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ແມ່ນບ່ອນອີງທາງດ້ານຈິດໃຈ, ຄວາມເຊື່ອໝັ້ນ ແລະ ຝາກຝັງຄວາມຫວັງຂອງປະຊາຊົນຕໍ່ບັນດານະໂຍບາຍອັນແທດຈິງ, ບຸກທະລຸເພື່ອນຳບ້ານເກີດເມືອງນອນ, ປະເທດຊາດກ້າວເຂົ້າສູ່ໄລຍະພັດທະນາໃໝ່.

“ດ້ວຍບົດບາດຂອງສະມາຊິກຊາວໜຸ່ມຢູ່ເຂດດິນແດນໃຕ້ສຸດຂອງປະເທດຊາດ”,ຂ້າພະເຈົ້າມີຄວາມຫວັງວ່າກອງປະຊຸມໃຫຍ່ຈະວາງອອກຫຼາຍລັດຖນະໂຍບາຍ, ບັນດານະໂຍບາຍໃໝ່ບຸລິມະສິດກ່ຽວກັບວຽກງານໂຄສະນາ, ສຶກສາສະມາຊິກຊາວໜຸ່ມ, ກໍຄືບັນດານະໂຍບາຍໜູນຊ່ວຍອາຊີບ, ວຽກເຮັດງານທຳ, ການເລີ່ມຕົ້ນທຸລະກິດໃຫ້ແກ່ຊາວໜຸ່ມ”.

ປະຊາຊົນທົ່ວປະເທດພວມມຸ່ງໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ, ແມ່ນຂີດໝາຍສຳຄັນເປັນພິເສດ, ເປີດອອກສັງກາດພັດທະນາໃໝ່ໃຫ້ແກ່ປະຊາຊາດ, ມຸ່ງໄປເຖິງການຫັນສອງເປົ້າໝາຍຍຸດທະສາດ 100 ປີໃຫ້ປະກົດຜົນເປັນຈິງ; ສູ້ຊົນຮອດປີ 2030 ເຊິ່ງເປັນປີຄົບຮອບ 100 ປີແຫ່ງວັນສ້າງຕັ້ງພັກ (1930-2030), ຫວຽດນາມ ຈະກາຍເປັນປະເທດອຸດສາຫະກຳມີລາຍຮັບປານກາງສູງ ແລະ ຮອດປີ 2045, ເຊິ່ງເປັນປີ ຄົບຮອບ 100 ປີແຫ່ງວັນສະຖາປະນາປະເທດ, ຫວຽດນາມ ຈະກາຍເປັນປະເທດພັດທະນາ, ມີລາຍຮັບສູງ, ຮັ່ງມີ, ເຂັ້ມແຂງ, ວັດທະນາຖາວອນ, ຮຸ່ງເຮືອງສີວິໄລ ແລະ ຜາສຸກ.

(ແຫຼ່ງຄັດຈາກ VOV)

ສະຫາຍ ປະທານສະພາແຫ່ງຊາດ ເຈິ່ນແທງເໝີ໊ນ ປ່ອນບັດເລືອກຕັ້ງ ຢູ່ ນະຄອນ ໂຮ່ຈີມິນ

ສະຫາຍ ປະທານສະພາແຫ່ງຊາດ ເຈິ່ນແທງເໝີ໊ນ ປ່ອນບັດເລືອກຕັ້ງ ຢູ່ ນະຄອນ ໂຮ່ຈີມິນ

ທ່າມກາງບັນຍາກາດທີ່ເບີກບ່ານມ່ວນຊື່ນຂອງວັນບຸນທົ່ວປວງຊົນ, ໃນຕອນເຊົ້າວັນທີ 15 ມີນາ, ເເຂດເລືອກຕັ້ງທີ 14, ຕາແສງ ຮອກມົນ, ນະຄອນ ໂຮ່ຈີມິນ ໄດ້ຈັດພິທີໄຂວັນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XVI ແລະ ສະມາຊິກສະພາປະຊາຊົນຂັ້ນຕ່າງໆ ສົກປີ 2026 - 2031.

Top