• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫົວ​ໜ້າ​ຜູ້​ຕາ​ງ​ໜ້າ UNESCO: ການ​ລົງ​ທຶນ​ເຂົ້າ​ມະ​ນຸດ ແລະ ວັດ​ທະ​ນະ​ທຳ ແມ່ນ​ປັດ​ໄຈ​ແກ່ນ​ສານ​ນຳ​ມາ​ເຊິ່ງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ

ວັນທີ 20 ມີນາ ແມ່ນວັນແຫ່ງຄວາມຜາສຸກສາກົນ. ເພື່ອຕອບສະໜອງເຫດການນີ້, ປີ 2026, ຫວຽດນາມ ໄດ້ຈັດຫຼາຍກິດຈະກຳທີ່ແທດຈິງ, ມີຄວາມໝາຍ, ດ້ວຍສານທີ່ວ່າ “ຄວາມຜາສຸກໃຫ້ແກ່ທຸກຄອບຄົວ”.
ທ່ານ Jonathan Baker, ຫົວໜ້າຄະນະຜູ້ຕາງໜ້າອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳຂອງ ສປຊ (ພາບ: TTXVN)
 ບັນດາການເຄື່ອນໄຫວດັ່ງກ່າວ ແມ່ນເພື່ອແນໃສ່ຍົກສູງສະຕິຄວາມຮັບຮູ້ຂອງທົ່ວສັງຄົມກ່ຽວກັບບົດບາດ, ຄວາມໝາຍຂອງຄວາມຜາສຸກສ່ວນຕົວ, ຄອບຄົວ ແລະ ຊຸມຊົນ, ມຸ່ງໄປເຖິງການສ້າງສັງຄົມຍຸຕິທຳ, ປະຊາທິປະໄຕ, ວັດທະນາຖາວອນ ແລະ ຜາສຸກ.

        ຫວນຄືນບັນດາບາດກ້າວກະໂດດຂັ້ນຂອງ ຫວຽດນາມ ໃນການຍົກສູງລະດັບຄວາມຜາສຸກຂອງປະຊາຊົນ, ເນື່ອງໃນໂອກາດນີ້, ທ່ານ Jonathan Baker, ຫົວໜ້າຄະນະຜູ້ຕາງໜ້າອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳຂອງ ສປຊ (UNESCO) ປະຈຳ ຫວຽດນາມ ຖືວ່າ: ຜົນສຳເລັດອັນແກ່ນສານຂອງ ຫວຽດນາມ ໃນການປົວແປງດັດຊະນີຄວາມຜາສຸກໃນຊຸມປີຜ່ານມາແມ່ນການລົງທຶນເຂົ້າມະນຸດຢ່າງແຮງ. ຫວຽດນາມ ໄດ້ເພີ່ມທະວີການລົງທຶນການເງິນໃຫ້ແກ່ລະບົບການສຶກສາ, ໜູນຊ່ວຍຄູອາຈານ ແລະ ນັກຮຽນ. ໄປຄຽງຄູ່ກັນນັ້ນ, ຫວຽດນາມ ກໍແມ່ນໜຶ່ງໃນບັນດາປະເທດແຖວໜ້າໂລກທີ່ຖືວັດທະນະທຳເປັນສຳຄັນຄືດັ່ງສ່ວນໜຶ່ງຂອງການພັດທະນາ ແລະ ການລົງທຶນເຂົ້າວັດທະນະທຳ ແລະ ສີສັນຊາດ ໄດ້ນຳມາເຊິ່ງຄວາມຜາສຸກໃຫ້ແກ່ປະຊາຊົນຢ່າງແທ້ຈິງ.

(ແຫຼ່ງຄັດຈາກ VOV)

ເວ​ທີ​ປາ​ໄສ ສຽງ​ເວົ້າ​ໄວ​ໜຸ່ມ - ການ​ເຄື່ອ​ນ​ໄຫວ​ຂອງ​ຄະ​ນະ​ຊາວ​ໜຸ່ມ ປີ 2026

ເວ​ທີ​ປາ​ໄສ “ສຽງ​ເວົ້າ​ໄວ​ໜຸ່ມ - ການ​ເຄື່ອ​ນ​ໄຫວ​ຂອງ​ຄະ​ນະ​ຊາວ​ໜຸ່ມ” ປີ 2026

ຕອນບ່າຍວັນທີ 19 ມີນາ, ຢູ່ຮ່າໂນ້ຍ, ສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ຈັດເວທີປາໄສ “ສຽງເວົ້າໄວໜຸ່ມ - ການເຄື່ອນໄຫວຂອງຄະນະຊາວໜຸ່ມ”. ເວທີປາໄສໄດ້ຖ່າຍທອດສົດໄປເຖິງກວ່າ 16.000 ຈຸດເຊື່ອມຕໍ່ທາງໄກ, ດ້ວຍການເຂົ້າຮ່ວມຂອງພະນັກງານຊາວໜຸ່ມ, ສະມາຊິກຊາວໜຸ່ມ, ຊາວໜຸ່ມເຍົາວະຊົນກວ່າ 1 ລ້ານຄົນ ທັງຢູ່ພາຍໃນ ແລະ ຕ່າງປະເທດ.

Top