ແມ່ຍິງ ຫວຽດນາມ ຍາມໃດກໍ່ແມ່ນກຳລັງຫຼັກແຫຼ່ງ, ນຳໜ້າ, ນັບແຕ່ພາລະກິດແຫ່ງການປົກປັກຮັກສາປະເທດຊາດ ຕະຫຼອດຮອດການພັດທະນາເສດຖະກິດ ສັງຄົມຂອງປະເທດຊາດ,
ທ່ານເອກອັກຄະລັດຖະທູດ ໂດຮຸງວຽດ - ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ (ພາບ: VOV)
ວັນທີ 31 ມີນາ (ຕາມເວລາທ້ອງຖິ່ນ), ທີ່ສຳນັກງານ ສປຊ ຢູ່ນິວຢອກ (ອາເມລິກາ), ຄະນະຜູ້ຕາງໜ້າ ຫວຽດນາມ ພ້ອມກັບບັນດາຄະນະຜູ້ຕາງໜ້າ ຊູແອັດ, ອຸຣຸກວາຍ, ອົງການ RISE ແລະ ຂໍ້ລິເລີ່ມ Spotlight ໄດ້ສົມທົບກັນຈັດເຫດການ “ແມ່ຍິງ ເອົາຊະນະຮົ້ວກີດຂວາງ”, ສ້າງຂີດໝາຍສິ້ນສຸດ “ເດືອນແມ່ຍິງ” ຢູ່ສປຊ.
ກ່າວຄຳເຫັນທີ່ເຫດການ, ທ່ານນາງ Amina Mohammed ຮອງເລຂາທິການໃຫຍ່ ສປຊ ເນັ້ນໜັກວ່າເຖິງວ່າມີຄວາມກ້າວໜ້າຫຼາຍຢ່າງ, ແຕ່ບໍ່ມີປະເທດໃດບັນລຸໄດ້ຄວາມສະເໝີພາບລະຫວ່າງຍິງຊາຍຢ່າງສົມບູນ, ການໃຊ້ຄວາມຮຸນແຮງທາງເພດ ຍັງແມ່ນໜຶ່ງໃນບັນດາຮົ້ວກີດຂວາງໃຫຍ່ທີ່ສຸດ, ສົ່ງຜົນສະທ້ອນໂດຍກົງຕໍ່ສຸຂະພາບ, ການສຶກສາ ແລະ ກາລະໂອກາດພັດທະນາຂອງແມ່ຍິງ ແລະ ເດັກຍິງ.
ໂດຍແມ່ນໜຶ່ງໃນບັນດານັກປະຖະກະຖາຢູ່ເຫດການ, ທ່ານເອກອັກຄະລັດຖະທູດ ໂດຮຸ່ງຫວຽດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ເນັ້ນໜັກວ່າ ເລື່ອງ “ທຳລາຍຮົ້ວກີດຂວາງ” ບໍ່ພຽງແຕ່ສະແດງຢູ່ໃຫ້ເຫັນບັນດາຜົນສຳເລັດທີ່ພົ້ນເດັ່ນ ມີລັກສະນະເປັນສັນຍາລັກເທົ່ານັ້ນ, ຫາກຍັງສຳຄັນກວ່ານັ້ນແມ່ນຮັບປະກັນກາລະໂອກາດສ້າງຄວາມສະເໝີພາບໃຫ້ແກ່ແມ່ຍິງ ແລະ ເດັກຍິງໃນທຸກກໍລະນີ. ທ່ານເອກອັກຄະລັດຖະທູດ ຢັ້ງຢືນວ່າແມ່ຍິງ ຫວຽດນາມ ຍາມໃດກໍ່ແມ່ນກຳລັງຫຼັກແຫຼ່ງ, ນຳໜ້າ, ນັບແຕ່ພາລະກິດແຫ່ງການປົກປັກຮັກສາປະເທດຊາດ ຕະຫຼອດຮອດການພັດທະນາເສດຖະກິດ ສັງຄົມຂອງປະເທດຊາດ, ພ້ອມທັງແບ່ງປັນບັນດາຜົນສຳເລັດທີ່ພົ້ນເດັ່ນຂອງ ຫວຽດນາມ ໃນການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງຊາຍ ແລະ ການປົກປ້ອງ, ໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກການໃຊ້ຄວາມຮຸນແຮງທາງເພດ.
(ແຫຼ່ງຄັດຈາກ VOV)