ຂ່າວສານ

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ກະ​ທຳ​ເພື່ອ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການ​ລົບ​ລ້າງ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່​ຍິງ

ແມ່​ຍິງ ຫວຽດ​ນາມ ຍາມ​ໃດ​ກໍ່​ແມ່ນ​ກຳ​ລັງຫຼັກ​ແຫຼ່ງ, ນຳ​ໜ້າ, ນັບແຕ່​ພາ​ລະ​ກິດ​ແຫ່ງ​ການ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ ຕະຫຼອດ​ຮອດ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົມ​ຂອງ​ປະ​ເທດ​ຊາດ,
  ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ໂດ​ຮຸງວຽດ - ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ​ຫວຽດ​ນາມ ປະ​ຈຳ ສ​ປ​ຊ (ພາບ: VOV)  

ວັນ​ທີ 31 ມີ​ນາ (ຕາມ​ເວ​ລາ​ທ້ອງ​ຖິ່ນ), ທີ່​ສຳ​ນັກ​ງານ ສ​ປ​ຊ ຢູ່​ນິວຢອກ (ອາ​ເມ​ລິ​ກາ), ຄະ​ນະ​ຜູ້​ຕາງ​ໜ້າ ຫວຽດ​ນາມ ພ້ອມ​ກັບ​ບັນ​ດາ​ຄະ​ນະ​ຜູ້​ຕາງ​ໜ້າ ຊູ​ແອັດ, ອຸ​ຣຸກວາຍ, ອົງ​ການ RISE ແລະ ຂໍ້​ລິ​ເລີ່ມ Spotlight ໄດ້​​ສົມ​ທົບກັນ​ຈັດ​ເຫດ​ການ “ແມ່​ຍິງ​ ເອົາ​ຊະ​ນະ​ຮົ້ວ​ກີດ​ຂວາງ”, ສ້າງ​ຂີດ​ໝາຍ​ສິ້ນ​ສຸດ “ເດືອນ​ແມ່​ຍິງ” ຢູ່​ສ​ປ​ຊ.

ກ່າວ​ຄຳ​ເຫັນ​ທີ່​ເຫດ​ການ, ທ່​ານນ​າງ​ Amina Mohammed ຮອງ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ເນັ້ນ​ໜັກ​ວ່າ​ເຖິງວ່າ​ມີ​ຄວາມ​ກ້າວ​ໜ້າຫຼາ​ຍ​ຢ່າງ, ແຕ່​ບໍ່​ມີ​ປະ​ເທດ​ໃດ​ບັນ​ລຸ​ໄດ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ​ຢ່າງ​ສົມ​ບູນ, ການ​ໃຊ້​ຄວາມ​ຮຸນ​ແຮງ​ທາງ​ເພດ ຍັງ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຮົ້ວ​ກີດ​ຂວາງ​ໃຫຍ່​ທີ່​ສຸດ, ສົ່ງ​ຜົນ​ສະ​ທ້ອນ​ໂດຍ​ກົງ​ຕໍ່​ສຸ​ຂະ​ພາບ, ການ​ສຶ​ກ​ສາ ແລະ ກາ​ລະ​ໂອ​ກາດ​ພັດ​ທະ​ນາ​ຂອງ​ແມ່​ຍິງ ແລະ ເດັກ​ຍິງ.

ໂດຍ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ນັກ​ປະ​ຖະ​ກະ​ຖາຢູ່​ເຫດ​ການ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ໂດ​ຮຸ່ງ​ຫວຽດ, ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ ສ​ປ​ຊ ໄດ້​ເນັ້ນ​ໜັກ​ວ່າ ເລື່ອງ “ທຳ​ລາຍ​ຮົ້ວ​ກີດ​ຂວາງ” ບໍ່​ພຽງ​ແຕ່​ສະ​ແດງ​ຢູ່ໃຫ້​ເຫັນ​ບັນ​ດາ​ຜົນ​ສຳ​ເລັດ​ທີ່​ພົ້ນ​ເດັ່ນ​ ມີ​ລັກ​ສະ​ນະ​ເປັນສັນ​ຍາ​ລັກ​ເທົ່າ​ນັ້ນ, ຫາກ​ຍັງ​ສຳ​ຄັນ​ກວ່າ​ນັ້ນ​ແມ່ນ​ຮັບ​ປະ​ກັນ​ກາ​ລະ​ໂອ​ກາດ​ສ້າງ​ຄວາມ​ສະ​ເໝີ​ພາບ​ໃຫ້​ແກ່​ແມ່​ຍິງ ແລະ ເດັກ​ຍິງໃນ​ທຸ​ກ​ກໍ​ລະ​ນີ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຢັ້ງ​ຢືນວ່າ​ແມ່​ຍິງ ຫວຽດ​ນາມ ຍາມ​ໃດ​ກໍ່​ແມ່ນ​ກຳ​ລັງຫຼັກ​ແຫຼ່ງ, ນຳ​ໜ້າ, ນັບແຕ່​ພາ​ລະ​ກິດ​ແຫ່ງ​ການ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ ຕະຫຼອດ​ຮອດ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົມ​ຂອງ​ປະ​ເທດ​ຊາດ, ພ້ອມ​ທັງ​ແບ່ງ​ປັນ​ບັນ​ດາ​ຜົນ​ສຳ​ເລັດ​ທີ່​ພົ້ນ​ເດັ່ນ​ຂອງ ຫວຽດ​ນາມ ໃນ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການ​ປົກ​ປ້ອງ, ໜູນ​ຊ່ວຍ​ຜູ້​ປະ​ສົບ​ເຄາະ​ຮ້າຍຈາກ​ການ​ໃຊ້​ຄວາມ​ຮຸນ​ແຮງ​ທາງ​ເພດ.


top