• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ເຈ​ລະ​ຈາ​ຂັ້ນວິ​ຊາ​ການ​ກ່ຽວ​ກັບ​ສັນ​ຍາ​ການ​ຄ້າ​ສົມ​ທົບ

ການເຈລະຈາຂັ້ນວິຊາການກ່ຽວກັບສັນຍາການຄ້າສົມທົບລະຫວ່າງ ຫວຽດນາມ ແລະ ອາເມລິກາ ໄດ້ດຳເນີນແຕ່ວັນທີ 19 – 22 ພຶດສະພາ, ຢູ່ນະຄອນຫຼວງ ວໍຊິງຕັນ, ອາເມລິກາ. ຄະນະເຈລະຈາຂອງ ຫວຽດນາມ ໂດຍທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫງວຽນຮົ່ງຢຽນ ເປັນຫົວໜ້າຄະນະ.
ວາລະເຈລະຈາຢູ່ ອາເມລິກາ (ພາບ: baochinhphu.vn)

ໃນວັນທີ 19 ພຶດສະພາ (ຕາມເວລາທ້ອງຖິ່ນ), ມື້ທຳອິດຂອງການເຈລະຈາ, ຄະນະເຈລະຈາ ຫວຽດນາມ ແລະ ອາເມລິກາ ໄດ້ປຶກສາຫາລືກ່ຽວກັບວິທີສຳຜັດໂດຍສັງເຂບເພື່ອແນໃສ່ແກ້ໄຂບັນດາບັນຫາພື້ນຖານເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ ແລະ ຍູ້ແຮງວິວັດທະນາການເຈລະຈາ. ສອງຝ່າຍກໍແລກປ່ຽນກ່ຽວກັບບັນດາກຸ່ມບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈຕາມທິດ ເຮັດແຈ້ງບັນດາເນື້ອໃນຄຳເວົ້າໃນສັນຍາ, ສະໜອງຂໍ້ມູນກ່ຽວກັບບັນດານະໂຍບາຍປັດຈຸບັນຂອງແຕ່ລະຝ່າຍໃຫ້ກັນ ເພື່ອເປັນພື້ນຖານຜັນຂະຫຍາຍບັນດາວຽກງານຕໍ່ໄປ.

ເນື່ອງໃນໂອກາດນີ້, ຄາດວ່າ ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ  ຈະມີການເຮັດວຽກກັບກຸ່ມບໍລິສັດໃຫຍ່ແຖວໜ້າຈໍານວນໜຶ່ງຂອງ ອາເມລິກາ, ເຊັ່ນ: Westinghouse, Lockheed Martin, Excelerate, SpaceX…

(ແຫຼ່ງຄັດຈາກ VOV)

ຄົ້ນຫາປ່າ ອູມິງຮະ ຢູ່ແຫຼມ ກ່າເມົາ

ຄົ້ນຫາປ່າ ອູມິງຮະ ຢູ່ແຫຼມ ກ່າເມົາ

ປ່າອູມິງ ນອນຢູ່ເຂດທາງທິດຕາເວັນຕົກພາກໃຕ້ຈາກແມ່ນ້ຳ ອົງດົກ ທາງທິດໃຕ້ແຂວງ ກ່າເມົາ ຫາ ແມ່ນ້ຳ ກ໊າຍເລີ໊ນ ທາງທິດເໜືອແຂວງ ກຽນຢາງ. ສອງລຳແມ່ນ້ຳ ແຈ່ມແຈ້ມ ແລະ ກ໊າຍເຕົ່າ ປະສານເຂົ້າກັນແບ່ງແຍກປ່າອູມິງ ກາຍເປັນສອງສ່ວນເກືອບເທົ່າກັນ ນັ້ນແມ່ນປ່າ ອູມິງເທື້ອງ ຢູ່ທາງທິດເໜືອ ແລະ ປ່າອູມິງຮະ ຢູ່ທາງທິດໃຕ້. ປ່າອູມິງຮະ ມີຊື່ສຽງດ້ວຍທັດຊະນີຍະພາບທຳມະຊາດຮົກເຮື້ອພ້ອມກັບສັດພຶກສາຊາດທີ່ອຸດົມສົມບູນຫຼາຍຮູບຫຼາຍແບບ.

Top