• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ແລະ ອາ​ຟະ​ລິ​ກາ​ໃຕ້ ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ຮ່ວມ​ມືຫຼາຍ​ສະ​ບັບ

ວັນທີ 21 ພະຈິກ, ຢູ່ນະຄອນ Johannesburg, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ G20 ປີ 2025, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ອາຟະລິກາ. ເຂົ້າຮ່ວມເວທີປາໄສດັ່ງກ່າວ ມີທ່ານຮອງປະທານາທິບໍດີ ອາຟະລິກາໃຕ້ Paul Shipokosa Mashatile.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ເວທີປາໄສ (ພາບ: TTXVN)

ໃນເວທີປາໄສ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຮຽກຮ້ອງໃຫ້ປະຊາຄົມວິສາຫະກິດສອງປະເທດເພີ່ມທະວີການລົງທຶນ, ຮ່ວມມື. ທ່ານກ່າວວ່າ:

        “ພວກຂ້າພະເຈົ້າຈະລົງທຶນເຂົ້າບັນດາຂົງເຂດທີ່ມີທ່າແຮງຄື ກະສິກຳ, ຜະລິດບັນດາປະເພດຜະລິດຕະພັນກະເສດ. ບັນດາວິສາຫະກິດ ຫວຽດນາມ ຈະໄປ ອາຟະລິກາໃຕ້ ເພື່ອຜະລິດ ແລະ ສົ່ງອອກເຂົ້າຢູ່ກັບບ່ອນ, ມຸ່ງໄປເຖິງຕະຫຼາດທີ່ມີປະຊາກອນກວ່າ 1 ຕື້ຄົນຂອງ ອາຟະລິກາ. ສືບຕໍ່ຂຸດຄົ້ນບໍ່ແຮ່, ຮ່ວມມືໃນຂົງເຂດນ້ຳມັນອາຍແກັດ, ເຄື່ອງເອເລັກໂຕນິກ, ຕຳແຜ່ນຕັດຫຍິບ, ເກີບໜັງ…”

        “ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານຮອງປະທານາທິບໍດີ ອາຟະລິກາໃຕ້ Paul Shipokosa Mashatile ໄດ້ເປັນສັກຂີພິຍານພິທີລົງນາມໃນຂໍ້ຕົກລົງຮ່ວມມື, ບົດບັນທຶກຄວາມເຂົ້າໃຈຫຼາຍສະບັບ.

        ກ່ອນໜ້ານັ້ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະກັບທ່ານຮອງປະທານາທິບໍດີ ອາຟະລິກາໃຕ້ Paul Shipokosa Mashatile, ຕ້ອນຮັບການນຳບັນດາກຸ່ມບໍລິສັດນ້ຳມັນອາຍແກັດ, ການບິນອາຟະລິກາໃຕ້ ແລະ ຕ້ອນຮັບທ່ານຮອງປະທານຫ້ອງການການຄ້າ ອາຟະລິກາໃຕ້. 

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຢ້ຽມ​ຢາມ​ຕະຫຼາດຫຼັກ​ຊັບ Johannesburg ຢູ່ ອາ​ຟະ​ລິ​ກາ​ໃຕ້

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຢ້ຽມ​ຢາມ​ຕະຫຼາດຫຼັກ​ຊັບ Johannesburg ຢູ່ ອາ​ຟະ​ລິ​ກາ​ໃຕ້

ຕອນເຊົ້າວັນທີ 21 ພະຈິກ (ຕາມເວລາທ້ອງຖິ່ນ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໄປຢ້ຽມຢາມຕະຫຼາດຫຼັກຊັບ Johannesburg, ສູນທຸລະກຳຫຼັກຊັບໃຫຍ່ສຸດຢູ່ ອາຟະລິກາ.

Top